ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ກ່າວວ່າ ສາຍສຳພັນ ກັບ ສຫລ ກາງຕໍ່ ການປັບປຸງ ສະຖານະການ ໃນ ອັຟການິສຖານ


ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຂວາ, ພົບປະກັບ ລັດຖະມົນຕີວ່າການຕ່າງປະເທດ ຈາກປາກິສຖານ ທ່ານ ຊາສ ເມີມູດ
ຄູເຣຊີ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ຕຸລາ 2018.
ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ, ຂວາ, ພົບປະກັບ ລັດຖະມົນຕີວ່າການຕ່າງປະເທດ ຈາກປາກິສຖານ ທ່ານ ຊາສ ເມີມູດ ຄູເຣຊີ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ຕຸລາ 2018.

ນັກການທູດລະດັບສູງຂອງປາກິສຖານ ໄດ້ກ່າວໃນວັນພຸດວານນີ້ວ່າ ການເຈລະຈາ
ຂອງທ່ານ ກັບເຈົ້າໜ້າທີ່ອາວຸໂສ ຂອງລັດຖະບານ ທ່ານທຣຳ ນັ້ນ ແມ່ນ “ເປັນປະ
ໂຫຍດ”
ແລະ ໄດ້ຊ່ອຍ “ຍຸຕິວິກິດການ” ທີ່​ເຮັດ​ໃຫ້ ສາຍສຳພັນລະ ຫວ່າງສອງຝ່າຍ
ຊຸດ​ໂຊມ​ລົງ.

ເຖິງຢ່າງໃດກໍຕາມ ລັດຖະມົນຕີວ່າການຕ່າງປະເທດ ຂອງປາກິສຖານ ທ່ານ ຊາ ເມີມູດ
ຄູເຣຊີ ກໍໄດ້ຍອມຮັບວ່າ ເລື້ອງຂອງສົງຄາມຢູ່ໃນ ອັຟການິສຖານ ນັ້ນ ໄດ້ຄອບງຳ ການ
ສົນທະນາຂອງທ່ານ ກັບ ລັດຖະມົນຕີ ວ່າການຕ່າງປະ ເທດສະຫະລັດ ທ່ານ ໄມຄ໌
ພອມພຽວ ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງ ຊາດ ທ່ານ ຈອນ ໂບລຕັນ.

ທ່ານ ຄູເຣຊີ ໄດ້ກ່າວໃນຂະນະທີ່ ໃຫ້ຄຳຖະແຫລງ ໃນການເຈລະຈາແບບເປີດເຜີຍ
ຢູ່ວໍໍຊິງຕັນ ເມື່ອຕອນທ້າຍ ໃນການເດີນທາງຢ່າງເປັນທາງການຂອງທ່ານ ວ່າ “ຂ້າພະ
ເຈົ້າ ໄດ້ຂໍ້ສະຫລຸບວ່າ ສາຍສຳພັນສອງຝ່າຍ ຂອງປະເທດຂ້າພະເຈົ້າ ກັບສະຫະລັດ
ແມ່ນກາງຕໍ່ເລື້ອງການປັບປຸງ ຂອງສະຖານະການ ຢູ່ໃນອັຟການິສຖານ.”

ພວກນັກລົບກຸ່ມຕາລີບານ ພວມຂີ່ລົດຈັກ ຢູ່ໃນຕົວເມືອງ ກາຊນີ ຢູ່ທາງພາກຕາເວັນຕົກຂອງ ນະຄອນຫຼວງ ຂອງອັຟການິສຖານ, ວັນທີ 16 ມິຖຸນາ 2018.
ພວກນັກລົບກຸ່ມຕາລີບານ ພວມຂີ່ລົດຈັກ ຢູ່ໃນຕົວເມືອງ ກາຊນີ ຢູ່ທາງພາກຕາເວັນຕົກຂອງ ນະຄອນຫຼວງ ຂອງອັຟການິສຖານ, ວັນທີ 16 ມິຖຸນາ 2018.

ທ່ານໄດ້ກ່າວຕອບ ໃນເວລາທີ່​ມີ​ການຖາມວ່າ ທ່ານສາມາດບັນລຸເປົ້າໝາຍຂອງ ການ
ເລີ້ມ ຕົ້ນສາຍສຳພັນ ຄືນໃໝ່ ຂອງທ່ານໄດ້ຫຼືບໍ່ນັ້ນ ວ່າ “ຖ້າຂ້າພະເຈົ້າ ກັບຄືນໄປ
ພ້ອມກັບຄວາມຄິດນີ້ ທີ່ວ່າ ຂ້າພະເຈົ້າ ສາມາດທີ່ຈະຍຸຕິ ການຊຸດໂຊມນັ້ນ ສຳລັບ
ຂ້າພະເຈົ້າແລ້ວ ອັນນັ້ນ ກໍເປັນຜົນສຳເລັດ.”

ທ່ານລັດຖະມົນຕີ ພອມພຽວ ໄດ້ກົດດັນ ກຸ່ມຕາລີບານ ໃຫ້ເຂົ້າມາເຈລະຈາ ເພື່ອຍຸຕິ
ສົງຄາມ ທີ່ແກ່ຍາວມາດົນນານແລ້ວ ໃນຂະນະທີ່ ທ່ານໄດ້ຮຽກຮ້ອງຕໍ່ ປາກິສຖານ ໃຫ້
ມີບົດບາດເປັນຝ່າຍສະໜັບສະໜູນ ອີງຕາມການກ່າວຂອງກະ ຊວງການຕ່າງປະເທດ
ໃນວັນພຸດວານນີ້ ຢູ່ໃນຖະແຫລງການສະບັບນຶ່ງ ທີ່ໄດ້ ສົ່ງອອກ ຫຼັງຈາກກອງປະຊຸມ
ກັບ ລັດຖະມົນຕີວ່າການຕ່າງປະເທດ ຂອງປາ ກິສຖານ ທີ່ໄດ້ມາຢ້ຽມຢາມ.

ທ່ານ ຄູເຣຊີ ໄດ້ກ່າວບອກ ກອງປະຊຸມສຳມະນາ ວ່າ ສະຫະລັດ ເນັ້ນໜັກ ໃນເລື້ອງ
ການຊອກຫາການເຈລະຈາກທີ່ຕົກລົງກັນໄດ້ ສົງຄາມອັັຟການິສຖານ ອັນເປັນສິ່ງທີ່
ປາກິສຖານ ໄດ້ຮຽກຮ້ອງມາເປັນເວລາຍາວນານ ຍ້ອນວ່າ ການດຳເນີນການທາງດ້ານ
ທະຫານ ບໍ່ໄດ້ຜົນທີ່ຈະຍຸຕິການຂັດແຍ້ງ ທີ່ແກ່ຍາວມາໄດ້ 17 ປີ.

ນັກການທູດຈາກປາກິສຖານ ໄດ້ປະຕິຍານວ່າ ປະເທດຂອງທ່ານ ຈະໃຊ້ “ທຸກອິດທິພົນ
ທີ່ຕົນມີ”
ກັບກຸ່ມຕາລີບານ ເພື່ອເຮັດໃຫ້ສັນຕິພາບ ຂອງອັຟການິຖານ ແລະ ຂະບວນ
ການປານີປານອມກັນ ກ້າວໜ້າໄປ ເພາະວ່າ ສັນຕິພາບ ໃນປາກິສຖານ ແມ່ນເຊື່ອມໂຍງ
ກັບ ສະຖຽນລະພາບ ຢູ່ໃນອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG