ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ທົດ​ລອງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຫົວ​ລະ​ເບີດ ນິວ​ເຄ​ລຍ


ລູກ​ສອນ​ໄຟ ຊາ​ຮີນ Shaheen II, 23 ພຶດ​ສະ​ພາ, 2019.
ລູກ​ສອນ​ໄຟ ຊາ​ຮີນ Shaheen II, 23 ພຶດ​ສະ​ພາ, 2019.

ປາ​ກິ​ສ​ຖານ ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ “ຊ້ອມ​ຍິງ” ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່
ສາມາດບັນທຸກ ຫົວລະເບີດນິວເຄລຍ ແລະ ຫົວລະເບີດແບບທຳມະດາ ໄປໄກເຖິງ
1,500 ກິໂລແມັດໄດ້ຢ່າງສຳເລັດ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ ​ທ່າມ​ກາງ​ຄວາມເຄັ່ງ​ຕຶງ​ທາງ​ທະ​ຫານ​ທີ່​ສູ​ງ​ຂຶ້ນ​ຂອງ
ປາກິສຖານ ກັບ ປະເທດຄູ່ແຂ່ງທີ່ຢູ່ໃກ້ຄຽງ ອິນເດຍ ແລະ ບັນດານັກສັງເກດການໄດ້
ພິຈາລະນາວ່າ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງລັດຖະບານ ອິສລາມາບັດ
ເພື່ອຮັກສາລະດັບຄວາມກ້າວໜ້າ ກັບການລົງທຶນຂະໜາດໃຫຍ່ໃນດ້ານອາວຸດຍຸດໂທ
ປະກອນ ແລະ ຄວາມກ້າວໜ້າດ້ານທະຫານຂອງລັດຖະບານ ນິວ ເດລີ.

ຫຼັງ​ຈາກ​ຈະຫຼວດ ຊາ​ຮີນ​-II ໄລ​ຍະ​ໄກ​ປານ​ກາງ​ທີ່​ຖືກ​ຜະ​ລິດ​ຂຶ້ນ​ພາຍ​ໃນ​ປະ​ເທດ​ໄດ້​ຍິງ​
ເຂົ້າໄປໃນທະເລ ອາຣັບ ໃນວັນພະຫັດມື້ນີ້, ໂຄສົກກອງທັບ ນາຍພົນຕີ ອາຊິຟ ກາຟົວ
ໄດ້ກ່າວວ່າ ມັນແມ່ນລູກສອນທີ່ມີຄວາມສາມາດສູງ ເຊິ່ງໄດ້ບັນລຸຕາມຄວາມຕ້ອງການ
ໃນແຜນຍຸດທະສາດຂອງ ປາກິສຖານ ຢ່າງສົມບູນແບບ ກ່ຽວກັບ ຄວາມປະສົງທີ່ຈະ
ປ້ອງກັນສະເຖຍລະພາບ ຢູ່ໃນພາກພື້ນ.”

ທ່ານ ກາ​ຟົວ ໄດ້​ກ່າວ​ເນັ້ນ​ວ່າ ຫົວ​ໜ້າ​ຂອງ​ໜ່ວຍ​ທະ​ຫານ ທີ່​ຄວບ​ຄຸມ​ໂຄງ​ການ​ນິວ​
ເຄລຍຂອງປະເທດນັ້ນ ໄດ້ເປັນສັກຂີພິຍານການຊ້ອມຍິງດັ່ງກ່າວ ພ້ອມກັບເຈົ້າໜ້າທີ່
ອາວຸໂສຄົນອື່ນໆ, ນັກວິທະຍາສາດ ແລະ ບັນດານັກວິສະວະກອນ. ທ່ານໄດ້ກ່າວຕື່ມ
ວ່າ “ປະທານາທິບໍດີ ອາຣິຟ ອາລວີ ແລະ ນາຍົກລັດຖະມົນຕີແຫ່ງ ປາກິສຖານ ທ່ານ
ອິມຣານ ຄານ ກໍໄດ້ສະແດງຄວາມຍິນດີກັບຄວາມສຳເລັດດັ່ງກ່າວນັ້ນ.”

ປາ​ກິ​ສ​ຖານ ໄດ້​ທົດ​ລອງ​ຍິງລູກ​ສອນ​ໄພ​ ຊາ​ຮີນ-III ທີ່​ສາ​ມາດ​ບັນ​ທຸກ ​ຫົວລະເບີດ​ນິວ
ເຄລຍ ດ້ວຍໄລຍະໄກເຖິງ 1,700 ໄມ ແລ້ວ, ເຮັດໃຫ້ມັນສາມາດທີ່ຈະໂຈມຕີທຸກມຸມ
ທຸກແຈຂອງ ອິນເດຍ ໄດ້ ແລະ ເລິກເຂົ້າໄປເຖິງພາກຕາເວັນອອກກາງ ລວມທັງ ອິສ
ຣາແອລ.

ການ​ຍິງ​ລູກ​ສອນ​ໄຟ​ໃນວັນ​ພະ​ຫັດ​ມື້ນີ້ ໄດ້​ມີ​ຂຶ້ນຫຼັງ​ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​
ຂອງ ປາກິສຖານ ທ່ານ ຊາ ເມມູດ ຄູເຣັສຊີ ໄດ້ລົມກັນເປັນໄລຍະສັ້ນໆ ກັບຄູ່ຮ່ວມຕຳ
ແໜ່ງຂອງທ່ານຈາກ ອິນເດຍ, ທ່ານ ຊຸສມາ ສວາຣາຈ໌, ຢູ່ນອກກອງປະຊຸມປະເທດ
ສະມາຊິກ ອົງການການຮ່ວມມື ຊຽງໄຮ ໃນປະເທດ ກຽກກິສຖານ. ລຸນຫຼັງສິ່ງທີ່ທ່ານ
ເວົ້າວ່າ ເປັນການພົວພັນຢ່າງເປັນທາງການກັບທ່ານ ສວາຣາຈ໌ ນັ້ນ, ທ່ານ ຄູເຣັສຊີ
ໄດ້ກ່າວວ່າ ທ່ານໄດ້ກ່າວເຖິງຄວາມພ້ອມຂອງ ປາກິສຖານ ທີ່ຈະເຂົ້າຮ່ວມໃນການສົນ
ທະນາກັບ ອິນເດຍ ເພື່ອແກ້ໄຂບັນຫາສອງຝ່າຍໝົດທຸກຢ່າງ ຜ່ານການເຈລະຈາ.
ທ່ານໄດ້ເນັ້ນວ່າ “ພວກເຮົາຢາກດຳລົງຊີວິດຢູ່ຄືກັບເພື່ອນບ້ານທີ່ດີ ແລະ ແກ້ໄຂບັນ
ຫາຕ່າງໆທີ່ຍັງຄ້າງ ຄ້າຂອງພວກເຮົາໂດຍຜ່ານການເຈລະຈາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG