ກຸ່ມຫົວຮຸນແຮງ ຕາລີບັນ ໄດ້ຖືກສັງຫານໂດຍລະເບີດສະລະຊີບ ຢູ່ໃນເຂດພາກຕາເວັນຕົກສຽງເໜືອຂອງປະເທດ.
ພວກເຈົ້າໜ້າທີ່ປາກິສຖານເວົ້າວ່າ ຜູ້ວາງລະເບີດສະລະຊີບ
ໄດ້ແນເປົ້າໃສ່ລົດຄັນນຶ່ງທີ່ ທ່ານ Fateh Khan ຫົວໜ້າຄະນະ
ກໍາມະການດັ່ງກ່າວ ກໍາລັງຂີ່ໄປຍັງເມືອງ Buner ທີ່ເປັນເຂດ
ຂອງພວກຫົວຮຸນແຮງ ຢູ່ໃນແຂວງ Khyber-Pakhtunhwa ນັ້ນ.
ການໂຈມຕີຄັ້ງນີ້ ຍັງໄດ້ສັງຫານຄົນອາລັກຂາທ່ານ 3 ຄົນ ແລະໄດ້ເຮັດໃຫ້ຄົນອື່ນໆ ໄດ້ຮັບບາດເຈັບ ອີກຫລາຍຄົນ.
ເມືອງ Buner ແມ່ນເຊື່ອກັນວ່າ ເປັນບ່ອນລີ້ຊ່ອນຂອງພວກ
ຫົວຮຸນແຮງຕາລີບັນ ໃນ ປາ ກິສຖານ. ເມືອງນີ້ຕິດກັບເຂດຮ່ອມພູ Swat ບ່ອນທີ່ພວກມື ປືນຂອງຕາລີບັນ ຍິງເດັກຍິງ ອາຍຸ 14 ປີ ທີ່ອອກປາກອອກສຽງ ຕໍ່ຕ້ານກຸ່ມຕາລີບັນ ແລະ ສະໜັບສະໜຸນການສຶກສາ ແກ່ແມ່ຍິງນັ້ນ. ນາງໄດ້ຮັບບາດເຈັບຢ່າງຮ້າຍແຮງ ແລະໄດ້ ຖືກສົ່ງໂຕໄປຮັກສາພະຍາບານຢູ່ລອນດອນ ປະເທດອັງກິດ.