ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານວ່າ ກຸ່ມຕາລີບານ ເປີດການເຈລະຈາ ກັບລັດຖະບານ ປາກິສຖານ


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ

ຜູ້ນຳອະວຸໂສຄົນນຶ່ງຂອງກຸ່ມຕາລີບານໃນປາກິສຖານກ່າວວ່າ ຕົນໄດ້ເຂົ້າຮ່ວມການເຈລະຈາ
ສັນຕິພາບກັບລັດຖະບານແລ້ວ.

ຮອງຜູ້ບັນຊາການຂອງກຸ່ມຕາລີບານ ນາຍ Maulvi Faqir Mohammad ກ່າວຕໍ່ພວກ
ນັກຂ່າວໃນວັນເສົາມື້ນີ້ວ່າ ການເຈລະຈາໄດ້ດຳເນີນໄປໃນທິດທາງທີ່ຖືກຕ້ອງແລະວ່າ
ບາງທີຕົນອາດຈະລົງນາມໃນຂໍ້ຕົກລົງຢ່າງເປັນທາງການກັບພວກເຈົ້າໜ້າທີ່ໃນໄວໆ
ນີ້.

ນາຍ Mohammad ທີ່ມີພວກນັກລົບປະຕິບັດງານຢູ່ໃນເຂດຊົນເຜົ່າ Bajur ກ່າວວ່າການ
ຕົກລົງກັນໃດໆກໍຕາມອາດຈະເປັນແບບຢ່າງສຳລັບສ່ວນທີ່ເຫຼືອຂອງເຂດຊາຍແດນທັງໝົດ.

ຍັງບໍ່ມີການຖະແຫຼງໃດໆຈາກລັດຖະບານປາກິສຖານເທື່ອກ່ຽວກັບວ່າ ການເຈລະຈາທີ່ແທ້
ຈິງໄດ້ມີຂຶ້ນກັບພວກຫົວຮຸນແຮງກຸ່ມນີ້ຫຼືບໍ່.

ໃນເດືອນກັນຍາຜ່ານມາ ລັດຖະບານປາກິສຖານກ່າວວ່າ ຕົນພ້ອມແລ້ວທີ່ຈະໃຫ້ໂອກາດ
ເພື່ອສ້າງສັນຕິພາບ ກັບພວກຫົວຮຸນແຮງ.

ສະຫະລັດຊຶ່ງເປັນຜູ້ໃຫ້ຄວາມຊ່ອຍເຫຼືອແກ່ປາກິສຖານຫຼາຍພັນລ້ານໂດລານັ້ນບໍ່ມີທ່າທາງ ວ່າຈະໃຫ້ການສະໜັບສະໜຸນຕໍ່ການເຄື່ອນໄຫວເພື່ອສັນຕິພາບກັບພວກຕາລີບານໃນປາ
ກິສຖານ ທີ່ສະຫະລັດຖືວ່າເປັນກຸ່ມກໍ່ການຮ້າຍນັ້ນ.

ໂຄສົກຄົນນຶ່ງຂອງກຸ່ມຕາລີບານແລະກອງທັບພ້ອມໆກັບລັດຖະບານປາກິສຖານໄດ້ປະຕິ ເສດໃນເດືອນແລ້ວນີ້ວ່າບໍ່ໄດ້ມີການເຈລະຈາສັນຕິພາບກັນເກີດຂຶ້ນ.

ລັດຖະມົນຕີກະຊວງພາຍໃນປາກິສຖານ ທ່ານ Rehman Malik ກ່າວວ່າ ພວກຫົວຮຸນ
ແຮງຈະຕ້ອງໄດ້ວາງອາວຸດກ່ອນທີ່ການເຈລະຈາຈະເລີ່ມຂຶ້ນໄດ້.

XS
SM
MD
LG