ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປາ​ກິ​ສ​ຖານ ໄດ້​ໂຈະການ​ອອກ​ອາ​ກາດ ຂອງ ​ຊ່ອງ​ໂທ​ລະ​ພາບ ທີ່​ຕຳ​ນິ​ລັດ​ຖະ​ບານ


Screengrab of ARY News logo
Screengrab of ARY News logo

ເຈົ້າ​ໜ້າ​ທີ່​ໃນ​ປາ​ກິ​ສ​ຖານໄດ້​ໂຈະການ​ອອກ​ອາ​ກາດ​ຊ່ອງ​ໂທ​ລະ​ພາບ​ໃຫຍ່ໃນ​ວັນ​ຈັນ​ວານນີ້ ໃນ​ອັນ​ທີ່​ພວກ​ຕຳ​ນິ​ປະ​ນາມ​ວ່າ ເປັນ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດ​ໝາຍ ເພື່ອ​ຂັດຂວາງ​ສິດ​ເສລີ​ພາບດ້ານ​ສື່​ມວນ​ຊົນຢູ່​ໃນ​ປະ​ເທດນັ້ນ.

ຜູ້​ດຳ​ເນີນທຸ​ລະ​ກິດໂທ​ລະ​ພາບ​ທາງເຄໂບ​ເອກະຊົນຂອງປາກິສຖານໄດ້ຖືກສັ່ງ ໂດຍອົງການຄວບຄຸມສື່ມວນ ຊົນທາງເອເລັກໂຕຣນິກຂອງປາກິສຖານ ຫລື PEMRA ໃຫ້ຢຸດການສົ່ງລາຍ​ການ ຂ່າວອາ​ຣີ້ ຫລື ARY News ອອກ​ໄປໃນທັນທີທັນ​ໃດ "ຈົນກ່ວາມີແຈ້ງການເພີ່ມອີກ."

ຕໍ່ມາ ຜູ້ຄວບຄຸມຂອງລັດທີ່​ວ່ານັ້ນ ກໍໄດ້ສົ່ງ "ແຈ້ງການ​ທີ່​ເປັນ​ຄຳ​ສັ່ງ" ຢ່າງເປັນທາງການໃຫ້ສະ​ຖາ​ນີອອກ ອາກາດແຫ່ງນັ້ນ ໂດຍກ່າວຫາວ່າໄດ້ເອົາ "ເນື້ອໄນທີ່ບໍ່ຖືກຕ້ອງ, ມີ​ຄວາມກຽດຊັງ ແລະກໍ່​ກວນ​ຄວາມ​ສະ​ຫງົບ​ມາອອກອາກາດ." ມັນໄດ້ສືບຕໍ່ໂຕ້ແຍ້ງວ່າ​ລາຍ​ການ ARY News ໄດ້ອອກຄໍາຄິດເຫັນໃນຕົ້ນ​ຂອງວັນຈັນວານນີ້ ຢູ່ໃນລາຍ​ການນຶ່ງຂອງຕົນ ໂດຍໂຄສົກຂອງນາຍົກລັດຖະມົນຕີອິມ​ຣານ ຄານ ທີ່ຖືກ​ປົດອອກຈາກ​ຕຳ​ແໜ່ງ ເຊິ່ງ PEMRA ກ່າວວ່າ "ມັນເທົ່າກັນກັບການຍຸ​ຍົງໃຫ້​ເລົ່າ​ທະ​ຫານຂອງກອງ​ທັບ​ຄິດ​ຫາການກະບົດ."

ອົງານ PEMRA ເວົ້າຕໍ່ໄປໃນຈົດຫມາຍນັ້ນວ່າ "ການອອກອາກາດ ໂດຍມີ ເນື້ອຫາເຊັ່ນ​ນັ້ນໃນຊ່ອງຂ່າວ ຂອງທ່ານ ສະແດງໃຫ້ເຫັນເຖິງການກວດຂອງ ບັນນາທິການທີ່ອ່ອນແອ ໃນເລື້ອງເນື້ອຫາ ຫຼືບໍ່ ​ກໍຜູ້ໄດ້ຮັບ ໃບອະນຸຍາດນີ້ມີ ຄວາມຕັ້ງໃຈທີ່ຈະສະຫນອງເວທີຂອງຕົນໃຫ້ກັບບຸກຄົນດັ່ງກ່າວຜູ້ທີ່ຕັ້ງໃຈເຜີຍແຜ່ຄວາມ ຊົ່ວຮ້າຍ ແລະຄວາມກຽດຊັງຕໍ່ສະຖາບັນຂອງລັດ ເພື່ອຜົນປະໂຫຍດທາງ​ອຳ​ນາດຂອງພວກເຂົາ.”

ພັກເທ​ຣີກ-ອີ-ອິນ​ຊາ​ຟ (Tehreek-e-Insaf) ຂອງປາກິສຖານຫລື PTI ຂອງ​ທ່ານ​ຄານ ໄດ້ກ່າວຫາລັດຖະ ບານຂອງນາຍົກລັດຖະມົນຕີເຊ​ບາ​ສ ຊາ​ຣີ​ຟ (Shehbaz Sharif) ວ່າໃຫ້ການສະຫນັບສະຫນຸນການ ໂຄ ສະນາຂອງສື່ສັງຄົມເພື່ອແນໃສ່ພິສູດວ່າພັກຝ່າຍຄ້ານໄດ້ຕໍ່ຕ້ານກອງທັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG