ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງປາກິສຖານ ສັ່ງໃຫ້ ນາຍົກລັດຖະມົນຕີ ໄປປະກົດໂຕ


ນາຍົກລັດຖະມົນຕີ Raja Pervez Ashraf ທີ່ສານສູງສຸດຂອງປາກິສຖານ ສັ່ງໃຫ້ປະກົດໂຕ ທີ່ສານໃນຖານ
ເມີນເສີຍຕໍ່ຄໍາສັ່ງຄະດີສໍ້ລາດບັງຫລວງ ນັ້ນ ໂບກມືໃສ່ປະຊາຊົນ ທີ່ນະຄອນຫລວງ ອິສລະມາບັດ ໃນວັນທີ 22 ມິຖຸນາ, 2012
ນາຍົກລັດຖະມົນຕີ Raja Pervez Ashraf ທີ່ສານສູງສຸດຂອງປາກິສຖານ ສັ່ງໃຫ້ປະກົດໂຕ ທີ່ສານໃນຖານ ເມີນເສີຍຕໍ່ຄໍາສັ່ງຄະດີສໍ້ລາດບັງຫລວງ ນັ້ນ ໂບກມືໃສ່ປະຊາຊົນ ທີ່ນະຄອນຫລວງ ອິສລະມາບັດ ໃນວັນທີ 22 ມິຖຸນາ, 2012

ສານ​ສູງ​ສຸດ​ຂອງປາ​ກິ​ສຖານ ​ໄດ້​ສັ່ງ​ໃຫ້ນາຍົກລັດຖະມົນຕີ Raja Pervez Ashraf ​ໄປ​ປະ
ກົດ​ໂຕ ​ໃນ​ຖານ​ເມີນ​ເສີຍຕໍ່​ຄໍາ​ສັ່ງ​ໃຫ້​ເປີດຄະ​ດີກ່ຽວ​ກັບ​ການສໍ້​ລາດ​ບັງຫລວງ ຂອງປະທາ
ນາທິບໍດີປາ​ກິ​ສຖານ ​ຄືນ​ໃໝ່.

ໝາຍ​ເກາະຮຽກ​ຕົວ​ຂອງ​ສານ​ໃນ​ວັນ​ພຸດມື້ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ ​ໃນການຂັດ
​ແຍ້ງທີ່​ມີ​ມາ​ເປັນ​ເວລາ​ຍາວນານກັບລັດຖະບານ​ ​ກ່ຽວ​ກັບ​ການ​ກ່າວ​ຫາ ​ເລື້ອງ​ການ​ສໍ້​ລາດ​
ບັງຫລວງ ຕໍ່ປະທານາທິບໍດີ Asif Ali Zardari ຜູ້​ທີ່​ໄດ້​ປະ​ຕິ​ເສດ​ວ່າ ທ່ານ​ກະທໍາ​ຜິດ​ຫຍັງ.

​ໃນ​ເດືອນ​ມິ​ຖຸ​ນາຜ່ານ​ມາ ສານ​ສຸງສຸດຂອງ​ປາ​ກິ​ສຖານໄດ້​ພົບ​ເຫັນ​ວ່າ ອະດີດນາຍົກລັດຖະ
ມົນຕີ Yousuf Raza Gilani ມີ​ຄວາມ​ຜິດ ​ໃນ​ຖານ​ໝິ່ນປະ ໝາດຕໍ່​ສານ ຍ້ອນ​ບໍ່​ຍອມ​
ຂຽນ​ຈົດໝາຍ​ໄປຂໍ​ຮ້ອງ​ໃຫ້ເຈົ້າ​ໜ້າ​ທີ່ສະ​ວິສ ເປີດ​ຄະ​ດີສໍ້​ລາດ​ບັງ​ຫລວງ ​ຕໍ່​ປະທາ​ນາທິບໍດີ
Zardari ຄືນ​ໃໝ່. ​ສານ​ໄດ້​ຕັດສິນວ່າ ທ່ານ Gilani ບໍ່ມີ​ຄຸນ​ນະ​ສົມບັດ​ທີ່​ຈະ​ກໍາ​ໜ້າ​ທີ່ຕໍ່​ໄປ
​ແລະທ່ານ Ashraf ​ຈຶ່ງ​ໄດ້​ເຂົ້າຮັບ​ໜ້າທີ່​ດັ່ງກ່າວ​ນີ້ແທນ.

ວັນ​ພຸດ​ມື້​ນີ້ ສານ​ໄດ້​ສັ່ງ​ໃຫ້​ທ່ານ Ashraf ໄປ​ປະກົດ​ໂຕ ​ໃນ​ວັນ​ທີ 27 ​ເດືອນ​ນີ້ ​ແລະ​ສະ
​ແດງເຫດຜົນວ່າ ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຄວນ​ຖືກ​ຍົກ​ເວັ້ນ ​ຈາກການ​ດຳ​ເນີນ​ຄະດີ ​ໝິ່ນປະໝາດ
​ຕໍ່​ສານ​ນັ້ນ.

XS
SM
MD
LG