ສານສູງສຸດຂອງປາກິສຖານ ໄດ້ອອກຄໍາສັ່ງໃຫ້ນາຍົກລັດຖະມົນຕີຄົນໃໝ່ປະເທດ ສືບຕໍ່
ການດຳເນີນຄະດີ ສໍ້ລາດບັງຫລວງ ຕໍ່ປະທານາທິບໍດີ Asif Ali Zardari.
ໃນການຕັດສິນ ເມື່ອວັນພະຫັດວານນີ້ ຜູ້ພິພາກສາສ Asif Saeed Khosa ຍັງໄດ້ສັ່ງໃຫ້
ນາຍົກລັດຖະມົນຕີ Raja Pervez Ashraf ສົ່ງລາຍງານກ່ຽວ ກັບການຄົ້ນພົບຂອງທ່ານໄປ
ໃຫ້ສານ ພາຍໃນວັນທີ 25 ເດືອນກໍລະກົດ.
ລັດຖະບານໄດ້ປະຕິເສດມາດົນນານແລ້ວ ບໍ່ຍອມຕິດຕາມດຳເນີີນຄະດີສໍ້ລາດບັງຫລວງ ທີ່
ສານໄດ້ກ່າວອ້າງ ຕໍ່ປະທານາທິບໍດີ ໂດຍກ່າວວ່າໃນຂະນະທີ່ຍັງຢູ່ໃນຕໍາແໜ່ງນັ້ນ ທ່ານ
Zardari ໄດ້ຮັບຄວາມຄຸ້ມຄອງ ຈາກການຟ້ອງຮ້ອງໃດໆກໍຕາມ. ປະທານາທິບໍດີປາກິສ
ຖານ ໄດ້ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ.
ໃນເດືອນແລ້ວນີ້ ສານສູງສຸດຂອງປາກິສຖານໄດ້ຕັດສິນວ່າ ນາຍົກລັດຖະມົນ ຕີຄົນກ່ອນ
ທ່ານ Yousuf Raza Gilani ບໍ່ມີຄຸນສົມບັດທີ່ຈະເປັນນາຍົກລັດ ຖະມົນຕີໄດ້ ຫລັງຈາກສານ
ພົບເຫັນວ່າທ່ານມີຄວາມຜິດ ໃນຖານໝິ່ນປະໝາດ ສານ ໂດຍບໍ່ຟັງຄໍາສັ່ງ ເພື່ອຮ້ອງຂໍໃຫ້
ສະວິສເຊີແລນ ທຳການສືບສວນສອບສວນ ກ່ຽວກັບການກ່າວອ້າງ ໃນການສໍ້ລາດບັງ
ຫລວງ ຕໍ່ປະທານາທິບໍດີນັ້ນ.