ມືລະເບີດສະຫລະຊີບຄົນນຶ່ງ ໄດ້ສັງຫານຢ່າງໜ້ອຍ 6 ຄົນ ໃນພາກຕາເວັນອອກ ຂອງ
ປາກິສຖານ ລວມທັງທະຫານຫຼາຍຄົນ.
ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ລົດຕູ້ຄັນນຶ່ງ ກຳລັງນຳສົ່ງ ບັນດາເຈົ້າໜ້າທີ່ສຳຫຼວດ
ສຳມະໂນຄົວ ໄປຍັງນະຄອນ Lahore ຊຶ່ງເປັນເມືອງຫລວງ ຂອງແຂວງ Punjab
ທີ່ມີປະຊາຊົນອາໄສຢູ່ ໜາແໜ້ນທີ່ສຸດ ຂອງປະເທດ ໄດ້ຕົກເປັນເປົ້າ ຂອງການໂຈມຕີ
ໃນວັນພຸດມື້ນີ້. ລາຍງານຂ່າວຂອງໂທລະພາບ ໄດ້ສະແດງໃຫ້ເຫັນວ່າ ຍານພາຫະນະ
ຄັນນຶ່ງ ໄດ້ຖືກທຳລາຍ ແລະ ຄວາມເສຍຫາຍ ທີ່ໄດ້ເກີດຕໍ່ລົດຈັກຫຼາຍຄັນ.
ພວກ Taliban ໃນປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດ
ທີ່ຮ້າຍແຮງ ນັ້ນ.
ເຫດລະເບີດ ໄດ້ເຮັດໃຫ້ປະມານ 20 ຄົນ ບາດເຈັບ. ຫົວໜ້າພະແນກສາທາລະນະສຸກ
ຂອງແຂວງ ທ່ານ Khwaja Imran Nazir ໄດ້ກ່າວວ່າ ຜູ້ບາດເຈັບ 3 ຄົນ ແມ່ນມີ
ອາການ “ສາຫັດ.”
ທ່ານກ່າວຕື່ມວ່າ “ພວກທ່ານໝໍ ກຳລັງທຳການຜ່າຕັດພວກເຂົ້າເຈົ້າ ແລະ ຂຶ້ນກັບ
ພະເຈົ້າ ແລ້ວ ທີ່ພວກເຂົາເຈົ້າຈະຫາຍດີ. ພວກຄົນເຈັບທີ່ຍັງເຫຼືອ ແມ່ນຢູ່ໃນ
ສະພາບທຸນທ່ຽງ ແລ້ວ.”
ຜູ້ເຫັນເຫດການຄົນນຶ່ງ ບອກບັນດານັກຂ່າວວ່າ ລາວໄດ້ນັ່ງຢູ່ໃນເຮືອນ ພ້ອມກັບ
ຄອບຄົວຂອງລາວ ຢູ່ອີກຟາກທາງກ້ຳນຶ່ງ ໃນເວລາພວກເຂົາເຈົ້າ ໄດ້ຍິນສຽງລະເບີດ
ແຕກ.
ຊາຍຄົນນີ້ ເວົ້າວ່າ “ພວກເຮົາພາກັນແລ່ນໄປບ່ອນຫັ້ນ ແລະ ໄດ້ພົບເຫັນຮ່າງກາຍ
ຂອງພວກຜູ້ເຄາະຮ້າຍ ກະຈາຍໄປທົ່ວ ໃນຂະນະດຽວກັນ ພວກຜູ້ທີ່ໄດ້ຮັບບາດເຈັບ
ໄດ້ຮ້ອງຂໍຄວາມຊ່ອຍເຫຼືອ.”
ບັນດາເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍ ໄດ້ເກັບກູ້ເອົາຊິ້ນສ່ວນຮ່າງກາຍ ຂອງຜູ້ສົງໄສ
ວ່າ ເປັນມືລະເບີດ ແລະ ການສືບສວນສອບສວນໄດ້ເລີ່ມຂຶ້ນ ກ່ຽວກັບການໂຈມຕີນີ້ ອີງຕາມຕຳຫຼວດໃນແຂວງດັ່ງກ່າວ.
ເມື່ອເດືອນແລ້ວນີ້ ປາກິສຖານ ໄດ້ເລີ້ມທຳການສຳຫຼວດປະຊາກອນເປັນຄັ້ງທຳອິດ
ໃນຮອບ 19 ປີ ໂດຍໄດ້ສົ່ງພວກນັບ ທີ່ເປັນພົນລະເຮືອນປະມານ 120,000 ຄົນ
ອອກໄປປະຕິບັດງານ ແລະ ທະຫານ 200,000 ຄົນເພື່ອໃຫ້ການສະໜັບສະໜູນ
ພວກເຂົາເຈົ້າ. ການປະຕິບັດງານຄັ້ງໃຫຍ່ນີ້ ແມ່ນມີກຳນົດ ຈະສະຫລຸບລົງ ພາຍໃນ
ທ້າຍເດືອນພຶດສະພາ ນີ້.