ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາ​ກິ​ສ​ຖານ ມີ​ຜູ້​ເສຍ​ຊີ​ວິດ​ ຍ້ອນ​ການກໍ່​ການຮ້າຍ ຫຼາຍ​ເປັນ​ປະ​ຫວັດ​ການ ຂະ​ນະ​ທີ່​ ອັ​ຟ​ກາ​ນິ​ສ​ຖານ ຫຼຸດ​ລົງ 58 ເປີ​ເຊັນ


ແຟ້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ອອກ​ຈາກ​ຄ້າຍ​ຕຳ​ຫຼວດ ຫຼັງ​ຈາກ​ໄດ້​ເຂົ້າ​ຄວບ​ຄຸມ​ຕຶກ​ອາ​ຄານ ລຸນ​ຫຼັງ​ທີ່​ມີ​ການ​ໂຈມ​ຕີ​ ໂດຍ​ນັກ​ລົບ​ຕາ​ລີ​ບານ​ ທີ່​ນະ​ຄອນ​ກາ​ຣາ​ຈີ ເມື່ອ​ວັນ​ທີ 17 ກຸມ​ພາ 2023.
ແຟ້ມ - ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ອອກ​ຈາກ​ຄ້າຍ​ຕຳ​ຫຼວດ ຫຼັງ​ຈາກ​ໄດ້​ເຂົ້າ​ຄວບ​ຄຸມ​ຕຶກ​ອາ​ຄານ ລຸນ​ຫຼັງ​ທີ່​ມີ​ການ​ໂຈມ​ຕີ​ ໂດຍ​ນັກ​ລົບ​ຕາ​ລີ​ບານ​ ທີ່​ນະ​ຄອນ​ກາ​ຣາ​ຈີ ເມື່ອ​ວັນ​ທີ 17 ກຸມ​ພາ 2023.

ປາ​ກິ​ສ​ຖານ ມີ​ການ​ບັນ​ທຶກວ່າ ເປັນ​ປະ​ເທດ​ທີ່​ມີ​ຜູ້​ເສຍ​ຊີ​ວິດ ​ຍ້ອນ​ການ​ກໍ່​ການ​ຮ້າຍ​ຫຼາຍ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ ໃນ​ປີ 2022 ຊຶ່ງ​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ເປັນ 643 ຄົນ​ ຄື​ເພີ້ມ​ຂຶ້ນ 120 ເປີ​ເຊັນ ຈາກ​ຈຳ​ນວນ 292 ຄົນ​ໃນ​ປີ​ກ່ອນ ອີງ​ຕາມ​ລາຍ​ງານ​ຂ່າວ​ໃນ​ວັນ​ອັງ​ຄານນີ້.

ການ​ເພີ້ມ​ຂຶ້ນດັ່ງ​ກ່າວ​ເຮັດ​ໃຫ້​ປາ​ກິ​ສ​ຖານ ລື່ນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ມີ​ການ​ກໍ່​ການ​ຮ້າຍແລະ​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ໃຕ້ ຊຶ່ງ​ເປັນ​ຕຳ​ແໜ່ງ​ທີ່​ອັ​ຟ​ກາ​ນິ​ສ​ຖານ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ອີງ​ຕາມ​ດັດ​ຊະ​ນີ​ ກໍ່​ການ​ຮ້າຍ​ປະ​ຈຳ​ປີ​ຂອງ​ໂລກ ຫຼື GTI ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ສ​ະ​ຖາ​ບັນ​ເສດ​ຖະ​ກິດ​ແລະ​ສັນ​ຕິ​ພາບ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ອອ​ສ​ເຕ​ຣ​ເລຍ.

ເບີ​ກີ​ນາ​ຟາ​ໂຊ ເປັນ​ປະ​ເທດ​ທີ່​ມີ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ຍ້ອນ​ການ​ກໍ່​ການ​ຮ້າຍ ຊຶ່ງ​ເພີ້ມ​ຂຶ້ນ​ຈາກ 759 ຄົນ ເປັນ 1,135 ຄົນ​ໃນ​ປີ 2022.

ດັດ​ຊະ​ນີ GTI ກ່າວ​ວ່າ ອັ​ຟ​ກາ​ນິ​ສ​ຖານຍັງ​ສືບ​ຕໍ່​ເປັນ​ປະ​ເທດ “ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດ” ຈາກ​ການ​ກໍ່​ການ​ຮ້າຍ ເປັນ​ປີ​ທີສີ່​ລຽນ​ຕິດ ທັງໆ​ທີ່​ຈຳ​ນວນ​ການ​ໂຈມ​ຕີ​ໄດ້​ຫຼຸດ​ລົງ 75 ເປີ​ເຊັນແລະ​ຜູ້​ເສຍ​ຊີ​ວິດ​ຫຼຸດ​ລົງ 58 ເປີ​ເຊັນ​ໃນ​ປີ 2022. ອັ​ຟ​ກາ​ນິ​ສ​ຖານ ມີ​ການ​ບັນ​ທຶກ​ຜູ້​ເສຍ​ຊີ​ວິດ 633 ຄົນ ໃນ​ປີ 2022 ອີງ​ຕາມ​ດັດ​ຊະ​ນີ GTI.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG