ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

7 ຄົນເສຍຊີວິດ ໃນເຫດ ແຕກ​ຕື່ນແລ່ນ​ຢຽບ​ກັນ ໃນປາກິສຖານ


ແຜນທີ່ ປະເທດປາກິສຖານ
ແຜນທີ່ ປະເທດປາກິສຖານ

ເຈົ້າໜ້າ​ທີ່ ​ໃນ​ພາກ​ກາງຂອງ​ປາ​ກິ​ສຖານ ກ່າວ​ວ່າ ເກີດ​ເຫດການ
​ແຕກ​ຕື່ນ​ແລ່ນ​ຢຽບ​ກັນ ​ຢູ່​ບ່ອນຊຸມນຸມທາງ​ການ​ເມືອງ​ແຫ່ງ​ນຶ່ງ
​ເຮັດໃຫ້​ມີ​ 7 ຄົນເສຍ​ຊີວິດ ​ແລະຢ່າງ​ນ້ອຍ 40 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ປະຊາຊົນ​ຜູ້​ທີ່​ເສຍ​ຊີວິດ​ນັ້ນ ​ແມ່ນ​ພວກ
​ທີ່​ລົ້ມ​ລົງ ​ແລ້ວຖືກ​ຢຽບໂດຍ​ພວກ​ທີ່ຟ້າວຟັ່ງ​ແລ່ນ​ຍາດ​ກັນ ​ອອກ​
ໄປ​ຈາກເດີ່ນ​ກິລາ​ ​ບໍ່​ດົນຫຼັງຈາກ​ອະດີດນັກ​ກິລາ​ຄຣິກເເກັດ​ ທີ່ຫັນ
​ມາ​ເປັນ​ນັກ​ການ​ເມືອງ ທ່ານ Imar Khan ສິ້ນ​ສຸດ​ການ​ກ່າວ​ຄຳ​
ປາໄສ​ຂອງ​ທ່ານ ​ໃນ​ຕອນ​ແລງ ​ວັນ​ສຸກ​ວານ​ນີ້.

ທ່ານ Khan ​ໄດ້​ນຳພາ​ການ​ປະ​ທ້ວງ​ຢ່າງຂະໜານ​ໃຫຍ່ ຢູ່​ໃນ​ນະຄອນ ຫລວງອິສລາມາບັດ ມາ​ຕັ້ງ​ແຕ່​ເດືອ​ນສິງຫາ​ຜ່ານ​ມາ ​ເພື່ອຮຽກຮ້ອງ ​ໃຫ້​ນາຍົກລັດຖະມົນຕີ Nawaz Sharif ​ລົງ​ອອກ​ຈາກ​ຕຳ​ແໜ່​ງ ທີ່​ສືບ​ເນື່ອງມາ​ຈາກ ​ການ​ກ່າວ​ຫາ​ວ່າ ທ່ານສໍ້​ໂກງ​ການ​ເລືອກ​ຕັ້ງ ຄັ້ງປີ 2013 ນັ້ນ.

ການ​ຊຸມນຸມ​ຂອງ​ຝ່າຍ​ນິຍົມ​ທ່ານ Khan ຢູ່​ແຫ່ງ​ອື່ນໆ ໃນ​ປາ​ກິ​ສຖານ ​ສ່ວນ​ໃຫຍ່​ແລ້ວ ແມ່ນ ປາດ​ສະ​ຈາກ​ເຫດການ​ວຸ້ນ​ວາຍໃດໆ​ເກີດ​ຂຶ້ນ.

XS
SM
MD
LG