ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກ​ິ​ສ​ຖານ ກ່າວ​ໂຈມ​ຕີ ອິນ​ເດຍ ສຳ​ລັບ​ການ​ຍົກ​ເລີກ ​ການ​ເຈ​ລະ​ຈາ ​ຢູ່ນະ​ຄອນ ນິວຢອກ


ນາ​ຍົກ​ລັດ​ຖະ​ມົນ​ຕີ ປາກ​ິ​ສ​ຖານ ທ່ານ ອິມ​ຣານ ຄານ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດຊາດ ຜ່ານ​ທາງ​ໂທ​ລະ​ພາບ. ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ. 19 ສິ​ຫາ, 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ ປາກ​ິ​ສ​ຖານ ທ່ານ ອິມ​ຣານ ຄານ ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດຊາດ ຜ່ານ​ທາງ​ໂທ​ລະ​ພາບ. ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ. 19 ສິ​ຫາ, 2018.

ປາ​ກິ​ສ​ຖານ ໄດ້​ກ່າວ​ໂຈມ​ຕີປະ​ເທດອິນ​ເດຍ ​ຄູ່​ແຂ່ງຂອງຕົນ​ ສຳ​ລັບ​ການ​ຍົກ​ເລີກ​ຢ່າງ
ກະທັນຫັນ ກອງປະຊຸມທີ່ຫາໄດ້ຍາກ ລະຫວ່າງລັດຖະມົນຕີການຕ່າງປະເທດຂອງ
ສອງປະເທດ ທີ່ມີກຳນົດຈະຈັດຂຶ້ນນອກຈາກກອງປະຊຸມສະມັດຊາໃຫຍ່ອົງການສະ
ຫະປະຊາຊາດ ໃນໄວໆນີ້.

ລັດ​ຖະ​ບານ ນິວ​ ເດ​ລີ ໄດ້​ປະ​ກາດ​ຍົກ​ເລີກ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ມື້​ນຶ່ງ​ຫຼັງ​ຈາກ​ໄດ້​ຢືນ​
ຢັນຢ່າງເປີດເຜີຍວ່າ ລັດຖະມົນຕີການຕ່າງປະເທດ ທ່ານນາງ ຊຸສມາ ສວາຣາຈ໌
(Sushma Swaraj) ຈະພົບປະກັບຄູ່ຮ່ວມຕຳແໜ່ງຈາກ ປາກິສຖານ ຂອງເພິ່ນ, ທ່ານ
ຊາ ເມມູດ ຄູເຣັສຊີ (Shah Mehmood Qureshi).

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ອິມ​ຣານ ຄານ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ໃນ​ວັນ​ເສົາ​ວານ
ນີ້ວ່າ “ຜິດຫວັງກັບຄວາມຫຍິ່ງ ແລະ ການຕອບສະໜອງທີ່ບໍ່ເປັນແງ່ບວກ ໂດຍ ອິນ
ເດຍ ສຳລັບການຮຽກຮ້ອງຂອງຂ້າພະເຈົ້າ ເພື່ອດຳເນີນຕໍ່ການສົນທະນາສັນຕິພາບ.
ຜູ້ນຳປາກິສຖານ ໄດ້ຈົ່ມວ່າ ແນວໃດກໍຕາມ, ຊົ່ວຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້
ປະເຊີນກັບພວກຜູ້ຊາຍຕຳແໜ່ງນ້ອຍທີ່ຄວບຄຸມຫ້ອງການໃຫຍ່ໆ ຜູ້ທີ່ບໍ່ມີສາຍຕາທີ່
ແນມເຫັນພາບທີ່ໃຫຍ່ໄດ້.”

ອິນ​ເດຍ ໄດ້​ອ້າງ​ເຖິງ “ການ​ເຂັ່ນ​ຂ້າກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອ​ດ​ໄພ​ຢ່າງໂຫດ​ຮ້າຍ​
ເມື່ອບໍ່ດົນມານີ້” ໂດຍ “ໜ່ວຍງານທີ່ອາໄສຢູ່ໃນ ປາກິສຖານ”, ໃນການຍົກເລີກກອງ
ປະຊຸມນັ້ນ ແລະ ອີກຄັ້ງນຶ່ງ ໄດ້ກ່າວຫາປະເທດທີ່ຢູ່ໃກ້ຄຽງ ກ່ຽວກັບ “ການຍົກຍ້ອງລັດ
ທິກໍ່ການຮ້າຍ.” ກະຊວງການຕ່າງປະເທດ ອິນເດຍ ໄດ້ກ່າວວ່າ “ການສົນທະນາໃດໆ
ກັບ ປາກິສຖານ ໃນສະພາບແວດລ້ອມແນວນັ້ນຈະບໍ່ມີຄວາມໝາຍຫຍັງ.”

ການ​ກ່າວ​ຫາ ລັດ​ທິກໍ່​ການ​ຮ່າຍ ໄດ້​ເກີດ​ມາ​ຈາກ​ສະ​ແຕັມ​ໄປ​ສະ​ນີ ປາ​ກິ​ສ​ຖານ ທີ່​ຖືກ​
ພິມອອກມາໃນຕົ້ນເດືອນນີ້ ທີ່ມີຮູບຂອງຜູ້ບັນຊາການພວກຫົວຮຸນແຮງ ຄາສມີຣີ
(Kashmiri), ທ້າວ ເບີຮານ ວານີ (Burhan Wani), ຜູ້ທີ່ຖືກຂ້າຕາຍໂດຍກຳລັງ ອິນ
ເດຍ ໃນປີ 2016.

ປາ​ກິ​ສ​ຖານ ໄດ້​ປະ​ຕິ​ເສດບໍ່ຍອມຮັບ​ເຫດ​ຜົນ​ຂອງ ອິນ​ເດຍ ທີ່ຖອນ​ຕົວ​ອອກ​ຈາກ​ກອງ​
ປະຊຸມວ່າ “ບໍ່ໜ້າເຊື່ອຖືຢ່າງສິ້ນເຊີງ.”

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວົ້າ​ວ່າ ເຫດ​ການ​ທີ່​ປະ​ກອບ​ມີ
ການກ່າວຫາ ສັງຫານທະຫານ ອິນເດຍ ກັບ ສະແຕັມໄປສະນີຂອງທ້າວ ວານີ ນັ້ນ ໄດ້
ເກີດຂຶ້ນກ່ອນການຕົກລົງ ທີ່ຈະຈັດການເຈລະຈາລະດັບລັດຖະມົນຕີຕ່າງປະເທດຂອງ
ລັດຖະບານ ນິວ ເດລີ ໃນນະຄອນ ນິວຢອກ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG