ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ບໍ່​ໄດ້ເຂົ້າ​ຮ່ວມ ກອງ​ປະ​ຊຸມຫຼາຍ​ຝ່າຍ ທີ່ຣັດເຊຍ ເປັນເຈົ້າພາບຈັດຂຶ້ນ ກ່ຽວກັບ ອັຟການິສຖານ

ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ສາ​ພາ​ກອງ​ເລ​ຂາ​ທິ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຈາກ​ຫລາຍ​ປະ​ເທດກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານຢູ່​ທີ່​ວັງ​ເຄ​ຣມລິນ ໃນ​ມົ​ສ​ກູ, ວັນ​ທີ 8 ກຸມ​ພາ, 2023

ປາກິສຖານຢືນຢັນໃນວັນພະຫັດວານນີ້ວ່າ ຕົນບໍ່​ໄດ້ເຂົ້າ​ຮ່ວມການປຶກສາຫາລືຫຼາຍຝ່າຍ ທີ່ຣັດເຊຍເປັນເຈົ້າພາບຈັດໃນອາທິດນີ້ ກ່ຽວກັບອັຟການິສຖານ, ໂດຍສະແດງໃຫ້ເຫັນວ່າ ມີເວທີອັນອື່ນ ທີ່ຕົນສາມາດປະກອບສ່ວນຢ່າງມີປະສິດທິພາບກວ່າ ເຂົ້າໃນຂະບວນ ການສັນຕິພາບຂອງອັຟການິສຖານ.

ບັນດາປະເທດໃນຂົງ​ເຂດລວມທັງຈີນ, ອິນເດຍ, ອີຣ່ານ, ຕາ​ຈິກ​ກິ​ສ​ຖານ, ກາ​ຊັກ​ສະ​ຖານ, ກຽກ​ກິ​ສ​ຖານ, ປາກິສຖານ, ແລະອຸ​ສເບັກ​ກິ​ສ​ຖານ ໄດ້ຖືກເຊີນເຂົ້າຮ່ວມ ກອງປະຊຸມລະດັບທີ່ປຶກສາ ດ້ານຄວາມປອດໄພໃນນະ​ຄອນ​ຫລວງ​ມົ​ສ​ກູໃນວັນພຸດ ຜ່ານ​ມາ.

ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ສາ​ພາ​ກອງ​ເລ​ຂາ​ທິ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຈາກ​ຫລາຍ​ປະ​ເທດກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານຢູ່​ທີ່​ວັງ​ເຄ​ຣມລິນ ໃນ​ມົ​ສ​ກູ, ວັນ​ທີ 8 ກຸມ​ພາ, 2023 (ພາບ​ສ​ໜອງ​ໃຫ້​ໂດຍ Grigory SYSOYEV / SPUTNIK / AFP)

ຫ້ອງການຂອງປະທານາທິບໍດີຣັດເຊຍທ່ານວ​ລາ​ດິ​ເມຍ ປູ​ຕິນ ກ່າວວ່າ ທ່ານປູ​ຕິນໄດ້ ກ່າວຢູ່​ໃນວ​າ​ລະເປີດກອງ​ປະ​ຊຸມຂອງສິ່ງທີ່ພັນ​ລະວ່າ ເປັນການປຶກສາຫາລືຫຼາຍຝ່າຍ ຄັ້ງທີ 5 ກ່ຽວກັບ ວິທີສົ່ງ​ເສີມສັນຕິພາບ ແລະສະຖຽນລະພາບ ຂອງອັຟການິສຖານ.
ໂຄສົກກະຊວງການຕ່າງປະເທດ ປາກິສຖານ ທ່ານນາງມູມທັສ ຊາ​ຣາ ບາ​ລັອກ (Mumtaz Zahra Baloch) ຢູ່ໃນກອງປະຊຸມຖະແຫຼງຂ່າວປະຈໍາອາທິດໄດ້ອະທິ ບາຍເຖິງເຫດຜົນ ທີ່ເຮັດໃຫ້ອິ​ສ​ລາ​ມາ​ບັດ ບໍ່​ເຂົ້າ​ຮ່ວມກອງປະຊຸມໃນມົ​ສ​ກູ.

ທ່ານນາງກ່າວວ່າ "ການຕັດສິນໃຈຂອງພວກເຮົາທີ່ຈະບໍ່ເຂົ້າຮ່ວມກອງປະຊຸມໃນທັນທີ ໄດ້ມີຂຶ້ນ ຫລັງຈາກ​ມີການພິຈາລະນາຂອງພວກເຮົາວ່າ ປາກິສຖານສາມາດປະກອບ ສ່ວນໄດ້ດີກວ່າ ໃນຮູບແບບ ແລະໃນເວທີສົນທະນາ ທີ່ສາມາດປະກອບສ່ວນ ແບບສ້າງສັນ ໃນສັນຕິພາບ ຢູ່ອັຟການິສຖານ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG