ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປາກິສຖານ ຕື່ນຕົກໃຈ ແລະໂສກເສົ້າ ຕໍ່ການເສຍຊີວິດ ຂອງໂຕປະກັນຊາຍສອງຄົນ


Obama Offers Apologies for Hostage Deaths
please wait

No media source currently available

0:00 0:02:10 0:00

ປາ​ກິ​ສຖານ​ໄດ້​ສະ​ແດງ​ຄວາ​ມ “ຕື່ນຕົກ​ໃຈ ​ແລະ​ໂສກ​ເສົ້າ”
ຫລັງ​ຈາກ​ໄດ້ມີການ​ ເປິດ​ເຜີຍວ່າ ການ​ປະຕິບັດ​ງານ ​ຕໍ່ຕ້ານ​
ການ​ກໍ່​ການ​ຮ້າຍສະຫະລັດ ​ໄດ້​ບັງເອີນ ສັງຫານໂຕປະກັນ​
ຜູ້ຊາຍ​ສອງ​ ທີ່​ເປັນພະນັກງານໃຫ້ການຊ່ວຍເຫລືອຊາວ​ອາ​
ເມ ຣິກັນ​ຄົນ​ນຶ່ງ ​ແລະ​ຊາ​ວອີ​ຕາ​ລີ​ຄົນ​ນຶ່ງ ທີ່​ຖືກກຸ່ມ al-
Qaida ຈັບ​ໂຕ​ໄວ້​ຢູ່​ໃນບໍລິ ເວນຊາຍ​ແດນອັ​ຟກາ​ນິສຖາ
ຕິດກັບປາ​ກິ​ສ​ຖານ.

ກະຊວງ​ຕ່າງປະ​ເທດປາກິສຖານ ​ໄດ້​ສະ​ແດງ “ຄວາມ​ເສົ້າ​
ສະ​ລົດ​ໃຈ​ຕໍ່ຄອບຄົວ​ຜູ້​ເຄາະ​ຮ້າຍ” ​ແລະ​ກ່າວ​ວ່າ ການ​ເສ​ຍ
ຊີວິດ​ຂອງ​ໂຕປະກັນສອງ​ຄົນ “​ໃນ​ການ​ໂຈມ​ຕີ​ຂອງ​ເຮືອບິນ
​ບໍ່​ມີ​ຄົນ​ຂັບ ​ໄດ້​ສະ​ແດງ​ໃຫ້ເຫັນ​ເຖິງຄວາມ​ສ່ຽງ ​ແລະຜົນທີ່ຕິດຕາມ​ມາແບບບໍ່ຕັ້ງໃຈ ຂອງ​ການນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ທີ່ປາ​ກິ​ສຖານ​ໄດ້​ກ່າວ​ເນັ້ນມາ​ເປັນ​ເວລາ​ດົນ​ນານແລ້ວນັ້ນ.

​ເຈົ້າ​ໜ້າ​ທີ່ສະຫະລັດ ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ພວກ​ໂຕປະກັນ
ຄືທ່ານ Warren Weinstein ທີ່ເປັນຊາວ​ອາ​ເມຣິກັນ ​ແລະ​ ທ່ານ Giovanni Lo Porto
ທີ່ເປັນ​ຊາວ​ອີ​ຕາ​ລີ ໄດ້​ຖືກ​ສັງຫານ ໃນ​ລະຫວ່າງ​ການ​ໂຈມ​ຕີ ​ໂດຍ​ເຮືອບິນບໍ່​ມີ​ຄົນ​ຂັບ​ ໃນ
​ວັນ​ທີ 14 ເດືອນ​ມັງກອນ ທີ່​ຜ່ານ​ມານີ້.

ປະທານາທິບໍດີ Barack Obama ໄດ້ຂໍ​ຄະມາ​ໂທດເປັນການສ່ວນຕົວ​ຕໍ່ເຫດ ການດັ່ງ
ກ່າວ. ທ່ານໂອບາມາຖະແຫລງທີ່ທຳນຽບຂາວວ່າ “​ໃນ​ນາ​ມປະທານາ ທິບໍດີ​ແລະ​ຜູ້​ບັນ
ຊາ​ການສູງ​ສຸດ ຂ້າພະ​ເຈົ້າຂໍຮັບ​ເອົາ​ຄວາມຮັບຜິດຊອບ​ທັງ​ໝົດ ໃນການ​ປະຕິບັດ​ງານ​
ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຮວມທັງ​ການປະຕິບັດງານ​ທີ່ໄດ້​ເຮັດໃຫ້ ທ່ານ Warren ​ແລະ
ທ່ານ Giovanni ເສຍຊີວິດນັ້ນ ຂ້າພະເຈົ້າມີ​ຄວາມ​ເສຍ​ໃຈເປັນ​ທີ່​ສຸດ​ຕໍ່​ສິ່ງ​ທີ່ໄດ້​ເກີດ​ຂື້ນ.”

ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ອີງ​ຕາມການ​ສືບ​ລັບ​ທີ່​ພວກ​ເຮົາ​ໄດ້​ມາ​ໃນ
​ເວລາ​ນັ້ນ ຮວມທັງການ​ສັງ​ເກດ​ການຫລາຍ​ຮ້ອຍ​ຊົ່ວໂມງ ພວກ​ເຮົາ​ເຊື່ອວ່າ ນີ້​ເປັນ​ຄ້າຍ​
ຂອງກຸ່ມ al-Qaida ທີ່​ບໍ່​ມີ​ພົນລະ​ເຮືອນ​ຢູ່​ໃນ​ນັ້ນ ​ແລະ​ການ​ຈັບ​ໂຕ​ພວກ​ຜູ້​ກໍ່​ການ​ຮ້າຍ
​ເຫລົ່າ​ນີ້ ແມ່ນ​ເປັນ​ໄປ​ບໍ່​ໄດ້.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ທ້າວ Ahmed Farouq ທີ່​ເປັນ​ຊາວ​ອາ​ເມຣິກັນ ຊຶ່ງ​
ທຳນຽບຂາວ​ເຊື່ອ​ວ່າ ​ເປັນຜູ້ນຳກຸ່ມ al-Qaida ​ໄດ້​ຖືກ​ສັງຫານ​ຢູ່​ໃນ​ການ​ປະຕິ​ດບັດ​ງານ
​ດຽວ​ກັນນີ້. ​ບັນດາເຈົ້າ​ໜ້າ​ທີ່ສະຫະ​ລັດ ຍັງລົງ​ຄວາມ​ເຫັນ​ອີກວ່າ ທ້າວ Adam Gadahn
ທີ່​ເປັນ​ຊາວອາ​ເມຣິກັນ ຊຶ່ງມີໜ້າທີ່​ເປັນ​ໂຄສົກ​ໃຫ້ແກ່ຕາໜ່າງກໍ່​ການ​ຮ້າຍ ​ກໍໄດ້​ຖືກ​ສັງ
ຫານກໍໄດ້ຖືກສັງຫານ ຢູ່ໃນການ ປະຕິບັດງານນຶ່ງອີກຕ່າງຫາກຂອງອາ​ເມຣິກາ ​ໃນ​
ເດືອນ​ມັງ​ກອນຜ່ານມາ.

US Obama Al-Qaida
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG