ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດນາຍົກ ປາກິສຖານ ຈັດການຊຸມນຸມ ທີ່ເປັນບັນຫາ ລຸນຫຼັງຖືກປົດ ຈາກຕຳແໜ່ງ


ພວກຜູ້ສະໜັບສະໜູນອະດີດນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ຢືນຫຸ້ມອ້ອມລົດຂອງທ່ານ ໃນຂະນະທີ່ຂະບວນລົດຂອງທ່ານ ເດີນທາງອອກຈາກນະຄອນຫຼວງ ອິສລາມາບັດ, ປາກິສຖານ. 9 ສິງຫາ, 2017.
ພວກຜູ້ສະໜັບສະໜູນອະດີດນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ຢືນຫຸ້ມອ້ອມລົດຂອງທ່ານ ໃນຂະນະທີ່ຂະບວນລົດຂອງທ່ານ ເດີນທາງອອກຈາກນະຄອນຫຼວງ ອິສລາມາບັດ, ປາກິສຖານ. 9 ສິງຫາ, 2017.

ອະດີດນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ໄດ້ ຈັດການຊຸມນຸມ ໃນ
ວັນພຸດວານນີ້ ເພື່ອສະແດງໃຫ້ເຫັນອຳນາດທາງ ການເມືອງ, ພຽງບໍ່ເທົ່າໃດມື້ ຫຼັງຈາກ
ສານສູງສຸດຂອງປະເທດ ໄດ້ ຫ້າມບໍ່ໃຫ້ທ່ານດຳລົງຕຳແໜ່ງ ຍ້ອນປົກປິດຊັບສິນໃນ
ຕ່າງປະເທດ.

ແນວໃດກໍຕາມ, ບັນດານັກວິຈານ ໄດ້ມີຄວາມສົງໄສ ໃນກົນລະຍຸດ ຂອງທ່ານ, ເຊິ່ງ
ເຂົາເຈົ້າເວົ້າວ່າ “ຂັດຂືນຕໍ່ລະບຽບກົດໝາຍ” ແລະ “ເປັນໄພຂົ່ມຂູ່” ຕໍ່ສານສູງສຸດ.

ທ່ານ Sharif ໄດ້ເດີນທາງອອກຈາກນະຄອນຫຼວງ ອິສລາມາບັດ ໄປນະຄອນ ລາຮໍ
ເຊິ່ງເປັນບ້ານເກີດຂອງທ່ານຕັ້ງຢູ່ໃນພາກຕາເວັນອອກຂອງ ປາກິສຖານ. ທ່ານໄດ້ເດີນ
ທາງໄປດ້ວຍລົດຫຼູລາຄາແພງ, ນຳໜ້າຂະບວນລົດສ່ວນຕົວ ແລະ ລັດຖະບານປະມານ
800 ຄັນ ແລະ ບັນດາຜູ້ຊ່ວຍເຫຼືອທາງການເມືອງກ່າວວ່າ ຜູ້ສະໜັບສະໜູນທ່ານຫຼາຍ
ພັນຄົນ ແມ່ນຄາດວ່າ ຈະເຂົາຮ່ວມໃນຂະບວນລົດນັ້ນ.

ຂະບວນລົດຂອງທ່ານ Sharif ມີກຳນົດທີ່ຈະ​ເດີນທາງ​ໄປ​ຕາມຖະໜົນ ປະຫວັດສາດ
Grand Trunk, ໃນໄລຍະປະມານ 300 ກິໂລແມັດ ເປັນເວລາສາມວັນ. ຜູ້ນຳທີ່ຖືກ
ປົດອອກຈາກຕຳແໜ່ງ ອາຍຸ 67 ທ່ານນີ້ ໄດ້ຢຸດແວ່ຕາມຫົນທາງ ເພື່ອກ່າວຄຳປາໄສ
ຕໍ່ບັນດານັກເຄື່ອນໄຫວ ກ່ຽວກັບ ການປົກຄອງປະເທດຂອງພັກສັນນິບາດ ມຸສລິມ
Nawaz ແຫ່ງປາກິສຖານຂອງທ່ານ Nawaz ຫຼື PML-N.

ບັນດາເຈົ້າໜ້າທີ່ໄດ້ຈັດການຮັກສາຄວາມປອດໄພຢ່າງໜາແໜ້ນສຳລັບການ​ໂຮມ
ຊຸມນຸມດັ່ງກ່າວ, ລວມທັງສົ່ງສັນຍານລົບກວນໂທລະສັບມືຖື ທີ່ມີເຈຕະນາຂັດຂວາງ
ການກໍ່ຄວາມຮຸນແຮງ.

ນາຍົກລັດຖະມົນຕີ Shahid Khaqan Abbasi ກ່າວຕໍ່ໂທລະພາບເອກະຊົນແຫ່ງ
ໜຶ່ງວ່າ “ຍິ່ງມີຜູ້ນຳໃຫຍ່ເທົ່າໃດ, ໄພຂົ່ມຂູ່ກໍໃຫຍ່ເພີ່ມຂຶ້ນເທົ່ານັ້ນ.” ທ່ານ Abbasi
ເຊິ່ງເຄີຍເປັນຮອງທ່ານ Sharif ແລະ ສະມາຊິກຂອງພັກມາແຕ່ດົນນານນັ້ນ, ໄດ້ຖືກ
ເລືອກເປັນຜູ້ນຳສູງສຸດຄົນໃໝ່ຂອງປະເທດ ຫຼັງຈາກການຕັດສິນຂອງສານໄດ້ປົດນາ
ຍົກລັດຖະມົນຕີ Sharif ອອກຈາກຕຳແໜ່ງ.

ພັກຝ່າຍຄ້ານ ແລະ ນັກເຄື່ອນໄຫວ​ເພື່ອສິດທິມະນຸດຫຼາຍຄົນໄດ້ກ່າວ ຕ້ອງ​ຕິລັດຖະ
ບານ ໃນການໃຊ້ເງິນພາສີຂອງປະຊາຊົນ ເພື່ອອຳນວຍຄວາມສະດວກໃນສິ່ງທີ່ປະກົດ
ວ່າເປັນການໂຄສະນາຫາສຽງທາງການ ເມືອງໂດຍບຸກຄົນໜຶ່ງ ທີ່ສານສູງສຸດໄດ້ຫ້າມ
ບໍ່ໃຫ້ເຂົ້າຮັບໜ້າທີ່ຍ້ອນສໍ້ລາດບັງຫຼວງ.

ຄະນະຜູ້ພິພາກສາ 5 ຄົນໄດ້ຕັດສິນຢ່າງເປັນເອກະສັນ ໃນວັນທີ 28 ກໍລະກົດທີ່ຜ່ານ
ມານີ້ວ່າ ທ່ານ Sharif “ບໍ່ໄດ້ຊື່ສັດ” ແລະ ຄວນລົງຈາກຕຳແໜ່່ງ, ຍ້ອນວ່າທ່ານບໍ່ໄດ້
ເປີດເຜີຍວ່າ ທ່ານໄດ້ຮັບເງິນເດືອນ ຈາກບໍລິສັດແຫ່ງໜຶ່ງທີ່ມີຫ້ອງການໃນນະຄອນ
ດູໄບ, ປະເທດ ສະຫະ ລັດ ອາຣັບ ເອມີເຣັດສ ເຊິ່ງລູກຊາຍ ຂອງທ່ານເປັນເຈົ້າຂອງ.
ນອກນັ້ນ ສານຍັງໄດ້ສັ່ງໃຫ້ທຳ​ການສືບສວນສອບສວນ ຄະດີອາຍາ ໃນຊັບສິນຂອງ
ຄອບຄົວທ່ານ Sharif ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG