ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມປອດໄພປາ​ກິ​ສ​ຖານ 6 ຄົນ ເສຍຊີວິດ ໃນການໂຈມຕີໂຮງງານນ້ຳມັນແຫ່ງນຶ່ງ


ແຜນທີ່ ປະເທດປາກິສຖານ
ແຜນທີ່ ປະເທດປາກິສຖານ

ເຈົ້າໜ້າທີ່ຢູ່ທາງພາກຕາເວັນຕົກສຽງ​ເໜືອຂອງປາກິສຖານກ່າວວ່າ ໃນຕອນເຊົ້າມືດ ກ່ອນຕາເວັນຂຶ້ນ ຂອງວັນອັງວານນີ້ ພວກຫົວຮຸນແຮງໄດ້ທຳການໂຈມຕີຢູ່ໃກ້ກັບໂຮງງານຂຸດນໍ້າມັນ ແລະແກັສ ເຮັດໃຫ້ພວກຍາມຮັກສາຄວາມປອດໄພຫົກຄົນເສຍຊີວິດ.

ພວກຜູ້ຊາຍປະກອບອາວຸດຫລາຍສິບຄົນ ໄດ້ທຳການໂຈມຕີ ປ້ອມຍາມຮັກສາ ໂຮງງານນໍ້າມັນແຫ່ງນຶ່ງ ໃນເຂດມືອງຮັນກູ ຢູ່ໃນແຂວງຄາຍເບີ ປັກຕຸນກວາ ໃກ້ເຂດແດນອັຟການິສຖານ. ພວກເຈົ້າໜ້າທີ່ກ່າວວ່າ ເຫດການປະທະກັນໄດ້ສັງຫານສະມາຊິກກຳລັງ​ຮັກ​ສາ​ຊາຍ​ແດນສີ່ຄົນ ແລະຍາມ​ຂອງບໍລິສັດສອງຄົນ.

“ພວກກໍ່ການຮ້າຍໄດ້ຍຶດເອົາອາວຸດອັດຕະໂນມັດ ແລະລູກປືນຂອງພວກຮັກສາຄວາມປອດໄພທີ່ຕາຍໄປນັ້ນ ກ່ອນຫລົບໜີອອກໄປຈາກເຂດດັ່ງກ່າວ” ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນນຶ່ງໄດ້ກ່າວຕໍ່ ວີໂອເອ ທີ່ບໍ່ບອກຊື່.

ຕຳຫລວດກ່າວວ່າ ພວກຫົວຮຸນແຮງໄດ້ແນເປົ້າໝາຍໃສ່ສອງບໍ່​ດູດນໍ້າມັນ ດ້ວຍອາວຸດໜັກ ຮວມທັງລູກຈະ ຫລວດຕິດຫົວລະເບີດ ເຮັດໃຫ້ການປະຕິບັດງານປິດ ລົງຊົ່ວຄາວ ໂດຍໃຊ້ເຄື່ອງບັງຄັບ ທີ່ຢູ່ຫ່າງໄກ.

ໂຮງງານນໍ້າມັນແລະແກັສ ທີ່ບໍລິຫານໂດຍ MOL Pakistan. ມີພະນັກງານ ປະມານ 400 ຄົນ ແລະເປັນເຈົ້າຂອງ​ສາ​ຂາ​ຂອງ​ກຸ່ມ MOL ທີ່ມີຫ້ອງການຢູ່ຮັງກາຣີ ອີງຕາມແວັບໄຊຂອງບໍລິສັດ.

ພວກນອກກົດໝາຍ Tehrik-i-Taliban Pakistan ຫລື TTP ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການບຸກໂ​ຈມຕີທີ່ຮ້າຍແຮງນີ້. ກຸ່ມດັ່ງກ່າວ ຍັງເປັນທີ່ຮູ້​ກັນ​ໃນ​ຊື່ ກຸ່ມຕາລິບານໃນ​ປາ​ກິ​ສ​ຖານ ປົກ​ກະ​ຕິ​ແລ້ວ ແມ່ນທຳການໂຈມຕີຢູ່ເປັນປະຈຳ ຕໍ່ກຳລັງຮັກສາຄວາມປອດໄພ ແລະສະຖານທີ່ຕ່າງໆ.

​ກຸ່ມ TPP ໄດ້ຖືກ​ລະ​ບຸ ເປັນອົງການກໍ່ການຮ້າຍ ໂດຍສະຫະລັດ. ໄດ້ທຳການໂຈມຕີຢ່າງໜັກຢູ່ໃນປາກິສຖານ ໂດຍກ່າວຫາ​ວ່າ ຈາກບ່ອນຫຼົບລິ້ຢູ່ໃນອັຟການິສຖານ ນັນແຕ່​ພວກຫົວຮຸນແຮງອິສລາມຕາລິບານ ໄດ້​ເຂົ້າຄວບຄຸມຍຶດ​ເອົາປະເທດ​ທີ່​ຕັ້ງ​ຢູ່ໃກ້ຄຽງ​ດັ່ງ​ກ່າວ.

ແຫລ່ງ​ຂ່າວຮັກສາຄວາມປອດໄພປາກິສຖານ ກ່າວຕໍ່ວີໂອເອວ່າ ພວກນັກລົບ​ແມ່ນ​ມີ​ຄວາມ​ສຳ​ພັນ​ກັບ​ກຸ່ມຕາ​ລີ​ບານ​ໃນອັຟການິສຖານ ໄດ້ເພີ້ມການຮ່ວມມືກັບ ​ກຸ່ມ TTP ໃນການປະຕິບັດງານ ໂຈມຕີຂ້າມຊາຍແດນ ເຂົ້າໄປ​ໃນປາກິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG