ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ກ່າວວ່າ ອິນເດຍ ຢາກໃຫ້ຮ່ວມມືກັນ ຕໍ່ສູ້ກັບພວກຕັກແຕນ


ພວກຕັກແຕນຈັບຢູ່ນຳຕົ້ນໄມ້ ໃກ້ກັບບ້ານມີຢານ ໃນເຂດບານາສຄັນທາ ປະເທດອິນເດຍ.
ພວກຕັກແຕນຈັບຢູ່ນຳຕົ້ນໄມ້ ໃກ້ກັບບ້ານມີຢານ ໃນເຂດບານາສຄັນທາ ປະເທດອິນເດຍ.

ປາກິສຖານ ໃຫ້ຢືນຢັນວ່າ ອິນເດຍທີ່ເປັນຄູ່ປໍລະປັກ ໄດ້ສະເໜີໃຫ້ມີການຮ່ວມມືສາມຝ່າຍກັບອີຣ່ານ ເພື່ອຕໍ່ສູ້ກັບຕັກແຕນທະເລຊາຍທີ່ທຳລາຍຜົນລະປູກ ຊຶ່ງເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານອາຫານ ສໍາລັບຫຼາຍໆລ້ານຄົນຢູ່ທົ່ວຂົງ ເຂດ.

ການສະເໜີໃຫ້ການຮ່ວມມືຂອງອິນເດຍທີ່ບໍ່ຄ່ອຍມີຂຶ້ນທ່າມກາງຄວາມເຄັ່ງຕືງ ທາງດ້ານທະຫານກັບປາກິສຖານ ກ່ຽວກັບແຄວ້ນແຄັສເມຍ ທີ່ເປັນບັນຫາໂຕ້ແຍ້ງ ທີ່ເຮັດໃຫ້ຄວາມສຳພັນທີ່ເຄິ່ງຕຶຢູ່ແລ້ວລະຫວ່າງປະເທດເພື່ອນບ້ານ ທີ່ມີ ອາວຸດນິວເຄລຍທັງສອງ ຊຸດໂຊມລົງຕື່ມ.

ໂຄສົກກະຊວງຕ່າງປະເທດປາກິສຖານ ທ່ານນາງແອຊາ ຟາຣຸກກີ ກ່າວຕໍ່ ວີໂອເອວ່າ “ພວກເຮົາໄດ້ຮັບຂໍ້ສະເໜີຈາກອິນເດຍ.”

ທ່ານນາງໄດ້ເນັ້ນໜັກວ່າ “ພວກເຮົາເຊື່ອວ່າການຮັບມືແບບມີການປະສານງານ ກັນເປັນສິ່ງສຳຄັນ ໃນການປະເຊີນໜ້າກັບບັນຫາທ້າທາຍຈາກຕັກແຕນທະເລ ຊາຍ.” ທ່ານນາງບໍ່ໄດ້ກ່າວວ່າ ອິສລາມາບັດຈະສະໜອງຕອບແບບໃດ ຕໍ່ຂໍ້ສະ ເໜີຂອງອິນເດຍນັ້ນ.

ທ່ານນາງຟາຣຸກກິ ເຖິງຢ່າງໃດກໍດີໄດ້ໃຫ້ຂໍ້ສັງເກດວ່າ ປາກິສຖານໄດ້ “ເຮັດວຽກຢ່າງ
ໃກ້ຊິດ” ກັບບັນດາປະເທດຕ່າງໆຢູ່ໃນຂົງເຂດຮວມທັງອິນເດຍ ແລະບັນດາເພື່ອນຮ່ວມ
ງານຢູ່ໂນທົ່ວໂລກ ໂດຍສະເພາະອົງການອາຫານ ແລະກະເສດສະຫະປະຊາຊາດ ຫຼື
FAO ເພື່ອຮັບມືກັບໄພຂົ່ມຂູ່ຈາກພວກຕັກແຕນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG