ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ເວົ້າ​ວ່າ ອິນ​ເດຍ ມີ​ແຜນ​ທຳ​ການ​ໂຈມ​ຕີ ທາງ​ທະ​ຫານ​ອີກ


ເຮືອ​ບິນ​ຮົບ​ F-16 ຂ​ອງກອງ​ທັບ​ອາ​ກາດ ປາ​ກິ​ສ​ຖານ ບິນ​ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມກອງ​ທັບ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ປາ​ກິ​ສ​ຖານ. ນະ​ຄອນຫຼວງ ອ​ິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ. 23 ມີ​ນາ, 2019.
ເຮືອ​ບິນ​ຮົບ​ F-16 ຂ​ອງກອງ​ທັບ​ອາ​ກາດ ປາ​ກິ​ສ​ຖານ ບິນ​ໃນ​ລະ​ຫວ່າງ​ການ​ເດີນ​ສວນ​ສະ​ໜາມກອງ​ທັບ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຊາດ​ປາ​ກິ​ສ​ຖານ. ນະ​ຄອນຫຼວງ ອ​ິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ. 23 ມີ​ນາ, 2019.

ປາ​ກິ​ສ​ຖານ ໄດ້​ເຕືອນ​ໃນ​ວັນ​ອາ​ທິດມື້ນີ້​ວ່າ ຄູ່​ແຂ່ງ​ຂອງ​ເຂົາ​ເຈົ້າເຊິ່ງ​ແມ່ນ​ປະ​ເທດ ອິນ​
ເດຍ ໄດ້ມີແຜນທີ່ຈະເປີດການໂຈມຕີທາງທະຫານຄັ້ງໃໝ່ຕໍ່ປະເທດຂອງເຂົາເຈົ້າ,
ແລະ ຮຽກຮ້ອງໃຫ້ປະຊາຊຄົມນານາຊາດ ທຳການແຊກແຊງທາງການທູດຢ່າງຮີບ
ດ່ວນ ເພື່ອຂັດຂວາງ ນິວ ເດລີ ຈາກການສ້າງອັນຕະລາຍຕໍ່ສັນຕິພາບ ແລະ ຄວາມ
ໝັ້ນຄົງໃນພາກພື້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ຊາ ເມ​ມູດ ຄູ​ເຣັ​ສ​ຊີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ການ​
ສືບລັບທີ່ໜ້າເຊື່ອຖືກໄດ້ວ່າ ອິນເດຍ ມີແຜນ ແລະ ກະກຽມທີ່ຈະດຳເນີນການຮຸກຮານ
ທະຫານອີກຄັ້ງນຶ່ງຕໍ່ ປາກິສຖານ. ການກະທຳແນວນີ້ ອາດເປັນໄປໄດ້ວ່າຈະເກີດຂຶ້ນ
ໃນລະຫວ່າງວັນທີ 16 ຫາ 20 ເມສານີ້.”

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ເມືອງ ມັ​ລ​ຕານ ທາງ​ພາກ​ໃຕ້​ຂອງ​ປະ​ເທດວ່າ ປາ​ກິ​ສ​
ຖານ ໄດ້ປັນຂໍ້ “ຂໍ້ມູນທີ່ແທ້ຈິງ” ແລະ ໄດ້ສະແດງ “ຄວາມຢ້ານກົວ” ຂອງເຂົາເຈົ້າ ຕໍ່
ບັນດານັກການທູດທີ່ປະຈຳການໃນ ອິສລາມາບັດ ທີ່ຕາງໜ້າໃຫ້ຫ້າປະເທດສະມາ
ຊິກຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ທ່ານ ຄູ​ເຣັ​ສ​ຊີ ໄດ້​ກ່າວ​ຢ້ຳ​ວ່າ “ພວກ​ເຮົາ​ຢາກ​ໃຫ້​ປະ​ຊາ​ຄົ​ມ​ນາ​ນາ​ຊາດ ເອົາ​ໃຈ​ໃສ່​ການ
ການປະພຶດທີ່ບໍ່ມີຄວາມຮັບຜິດຊອບນີ້ ແລະ ເຕືອນ ອິນເດຍ ຕໍ່ການເຮັດແນວນີ້.”

ການ​ເຕືອນ​ໄດ້​ມີ​ຂຶ້ນ ຖາມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ມີ​ຢູ່​ນັບ​ຕັ້ງ​ແຕ່​ວັນ​ທີ 26 ກຸມ​ພາ ເມື່ອ​ເຮືອ
ບິນຮົບຂອງ ອິນເດຍ ໄດ້ບິນຜ່ານເລິກເຂົ້າໄປໃນເຂດແດນຂອງ ປາກິສຖານ ແລະ ຖືກ
ກ່າວຫາວ່າໄດ້ທຳລາຍຄ້າຍຝຶກຊ້ອມທີ່ຖືກສົງໄສຂອງກຸ່ມຫົວຮຸນແຮງທີ່ ນິວ ເດລີ ໄດ້
ກ່າວຫາ ກ່ຽວກັບ ການວາງແຜນກໍ່ການຮ້າຍໃນເຂດແດນ ແຄັສເມຍ ທີ່ຖືກແບ່ງແຍກ
ກັນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG