ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ກ່າວວ່າ ການຕັດ ການຊ່ວຍເຫຼືອ ອາດເຮັດໃຫ້ ຄວາມສຳພັນກັບ ສຫລ ຊັບຊ້ອນ


ທ່ານອາຊານ ອິກບາລ ລັດຖະມົນຕີກະຊວງພາຍໃນປາກິສຖານ ກ່າວຕໍ່ນັກຂ່າວຣອຍເຕີ້ ທີ່ນະຄອນອິສລາມາບັດ ປະກິສຖານ.
ທ່ານອາຊານ ອິກບາລ ລັດຖະມົນຕີກະຊວງພາຍໃນປາກິສຖານ ກ່າວຕໍ່ນັກຂ່າວຣອຍເຕີ້ ທີ່ນະຄອນອິສລາມາບັດ ປະກິສຖານ.

ຄວາມພະຍາຍາມທີ່ຈະຕັດການຊ່ອຍເຫຼືອທາງດ້ານທະຫານຫຼືດ້ານພົນລະເຮືອນ ແກ່
ປາກິສຖານຂອງສະຫະລັດນັ້ນ ອາດເຮັດໃຫ້ເກີດຄວາມຫຍຸ້ງຍາກໃນຄວາມສຳພັນລະ
ຫວ່າງປະເທດທັງສອງ ອີງຕາມຄຳເວົ້າຂອງທ່ານ ອາຊານ ອິກບາລ ລັດຖະມົນຕີກະ
ຊວງພາຍໃນ ຂອງປາກິສຖານ.

ທ່ານໄດ້ຕອບຄຳຖາມ ຂອງວີໂອເອ ພະແນກພາສາເອີດູ ກ່ຽວກັບຮ່າງກົດໝາຍ ທີ່ໄດ້ມີ
ການນຳສະເໜີ ຢູ່ໃນສະພາຕ່ຳສະຫະລັດ ເມື່ອວັນອັງຄານວານນີ້ ທີ່ຈະຍຸຕິການຊ່ອຍ
ເຫຼືອ ທີ່ບໍ່ແມ່ນໃນດ້ານປ້ອງກັນປະເທດ ແກ່ປາກິສຖານ.ສະມາຊິກສະພາຕ່ຳ ທ່ານ
ມາຣຄ໌ ແຊນຟອຣດ໌ (Mark Sanford) ສັງກັດພັກຣີພັບບລີກັນ

ຈາກລັດຄາໂຣໄລນາໃຕ້ ແລະທ່ານທໍມັສ ແມັສຊີສັງກັດພັກຣີພັບບລີ ກັນຈາກລັດເຄນ
ທັກກີ້ ໄດ້ນຳສະເໜີຮ່າງກົດໝາຍດັ່ງກ່າວ ເພື່ອຫ້າມບໍ່ໃຫ້ການຊ່ອຍເຫຼືອ ທີ່ບໍ່ແມ່ນດ້ານ
ປ້ອງກັນປະເທດ ແກ່ປາກິສຖານ ໂດຍກ່າວວ່າ “ປາກິສຖານ ເປັນປະເທດທີ່ຈົງໃຈ ສະໜອງຊັບພະຍາກອນຕ່າງໆ ໃຫ້ແກ່ພວກກໍ່ການຮ້າຍ.”

ທ່ານແມັສຊີ ກ່າວຕື່ມວ່າ “ສະຫະລັດ ບໍ່ຄວນສົ່ງເງິນໄປໃຫ້ລັດຖະບານ ທີ່ສະໜອງການ
ຊ່ອຍເຫຼືອທາງທະຫານ ແລະຂໍ້ມູນລັບ ໃຫ້ແກ່ພວກກໍ່ການຮ້າຍ.”

ປາກິສຖານ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະ ໄດ້ຕອບໂຕ້ໂດຍກ່າວວ່າ ຕົນໄດ້
ເສຍສະລະຢ່າງໜັກ ໃນການຕໍ່ສູ້ຕ້ານພວກກໍ່ການຮ້າຍ. ທ່ານອິກບາລ ຍັງໄດ້ຢືນຢັນ
ວ່າ ກ່ອນອື່ນໝົດ ສະຫະລັດ ແມ່ນບໍ່ໄດ້ໃຫ້ຫຍັງຫຼາຍແກ່ປາກິສຖານ.

ທ່ານໄດ້ກ່າວຕໍ່ວີໂອເອ ວ່າ “ປັດຈຸບັນນີ້ ປາກິສຖານແມ່ນບໍ່ໄດ້ຮັບການຊ່ອຍເຫຼືອທາງ
ທະຫານ ຫຼືບໍ່ແມ່ນທາງທະຫານຈາກສະຫະລັດ. ການຊ່ອຍເຫຼືອທີ່ບໍ່ແມ່ນທາງທະຫານ
ໃດໆ ສຳລັບປາກິສຖານ ແມ່ນໄປຫາອົງການທີ່ບໍ່ຂຶ້ນກັບລັດຖະບານໂດຍຜ່ານອົງການ
ພັດທະນາສາກົນ ຂອງສະຫະລັດ ຫຼື USAID. ລັດຖະບານ ປາກິສຖານ ບໍ່ໄດ້ຮັບການ
ຊ່ອຍເຫຼືອນັ້ນ.”

ສະຫະລັດ ໄດ້ປະກາດເມື່ອເດືອນແລ້ວນີ້ວ່າ ຕົນຈະໂຈະໃຫ້ການຊ່ອຍເຫຼືອດ້ານຄວາມ
ໝັ້ນຄົງ ແກ່ປາກິສຖານ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງແຮເຕີ ນາວເອີດ ໄດ້ກ່າວ ເມື່ອວັນທີ 4 ມັງ
ກອນຜ່ານມານີ້ ວ່າ ສະຫະລັດ ຈະງົດໃຫ້ການຊ່ອຍເຫຼືອດ້ານຄວາມໝັ້ນຄົງ “ຈົນກວ່າ
ລັດຖະບານ ປາກິສຖານ ຈະເອົາມາດຕະການທີ່ເດັດຂາດ ຕໍ່ກຸ່ມຕ່າງໆຮວມທັງກຸ່ມຕາ
ລີບານໃນອັຟການິສຖານແລະຕາໜ່າງຮັກການີ. ພວກເຮົາຖືວ່າພວກເຂົາເປັນກຸ່ມທີ່
ເຮັດໃຫ້ບໍ່ມີສະຖຽນລະພາບຢູ່ໃນຂົງເຂດ ແລະຍັງແນເປົ້າໝາຍໃສ່ເຈົ້າໜ້າທີ່ສະຫະ
ລັດ. ສະຫະລັດຈະໂຈະໃຫ້ການຊ່ອຍເຫຼືອດ້ານຄວາມໝັ້ນຄົງເຊັ່ນວ່ານັ້ນແກ່ປາກິສ
ຖານ.”

ສ່ວນທ່ານອິກບາລ ໄດ້ກ່າວວ່າເຖິງແມ່ນວ່າການຫຼຸດການຊ່ອຍເຫຼືອແກ່ປາກິສຖານ
ຂອງສະຫະລັດບໍ່ມີຜົນກະທົບທີ່ສຳຄັນໃດໆກໍຕາມ ແຕ່ການເຄື່ອນໄຫວແບບນີ້ “ສາ
ມາດສ້າງຄວາມເຫີນຫ່າງລະຫວ່າງ ປາກິສຖານ ແລະສະຫະລັດໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG