ຊາອຸດີອາເຣເບຍໄດ້ປະນາມການສັງຫານນັກການທູດຂອງຕົນຄົນນຶ່ງ ໃນປາກີສຖານ ໃນວັນຈັນມື້ນີ້ ວ່າເປັນອາຊະຍາກໍາ.
ເຈົ້າໜ້າທີ່ຊາອຸດີອາເຣເບຍກ່າວວ່າ ທ່ານ Hassan al-Khatani ໄດ້ຖືກຄາດຕະກໍາ ໃນຂະນະທີຜູ້ກ່ຽວກໍາລັງຂັບລົດໄປການ ຢູ່ສະຖານກົງສູນໃນນະຄອນກາຣາຈີ.
ຕໍາຫລວດປາກີສຖານກ່າວວ່າ ພວກມືປືນຈຸນຶ່ງທີ່ຂີ່ລົດຈັກມາ ໄດ້ເປີດສາກຍິງໃສ່ທ່ານ al-Khatani ຂະນະທີ່ທ່ານກໍາລັງຂັບລົດໄປການຄົນດຽວ ໃນວັນຈັນມື້ນີ້. ຕໍາຫລວດເວົ້າວ່າທ່ານ al-Khatani ເຮັດການຢູ່ພະແນກຮັກສາຄວາມປອດໄພຂອງສະຖານກົງສູນ.
ສາເຫດຂອງການຄາດຕະກໍານີ້ ບໍ່ເປັນທີ່ແຈ້ງຂາວ ແລະກໍຍັງບໍ່ມີຜູ້ໃດຫລືກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ເທື່ອ ຊຶ່ງມີຂຶ້ນໃນເວລາບໍ່ເທ່ົ່າໃດມື້ ຫລັງຈາກໄດ້ມີການແກວ່ງລະເບີດມື 2 ລູກໃສ່ຕຶກອາຄານສະຖານກົງສູນຂອງຊາອຸດີອາເຣາເບຍ ໃນນະຄອນກາຣາຈີ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບໃນການໂຈມຕີຄັ້ງນັ້ນ.