ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດປາກິສຖານ ກວດສອບຄວາມຖືກຕ້ອງດ້ານກົດໝາຍ ຂອງການຂັດຂວາງການລົງຄະແນນສຽງ ບໍ່ໄວ້ວາງໃຈ ຕໍ່ນາຍົກ ຄານ


ພາບຖ່າຍດ້ານໜ້າ ຂອງສານສູງສຸດ ປາກິສຖານ ໃນນະຄອນຫຼວງອິສລາມາບັດ, ວັນທີ 4 ເມສາ 2022.
ພາບຖ່າຍດ້ານໜ້າ ຂອງສານສູງສຸດ ປາກິສຖານ ໃນນະຄອນຫຼວງອິສລາມາບັດ, ວັນທີ 4 ເມສາ 2022.

ສານສູງສຸດຂອງປາກິສຖານ ໄດ້ເລີ້ມຕົ້ນການພິຈາລະນາຢ່າງຮີບດ່ວນ ໃນວັນຈັນວານນີ້ ກ່ຽວກັບຂໍ້ກ່າວຫາຂອງພັກຝ່າຍຄ້ານ ໃນການຂັດຂວາງການລົງຄະ ແນນສຽງບໍ່ໄວ້ວາງໃຈຕໍ່ນາຍົກລັດຖະມົນຕີ ອິມຣານ ຄານ ນັ້ນ ແມ່ນເປັນການລະເມີດຕໍ່ລັດຖະທຳມະນູນຂອງປະເທດ ຫຼືບໍ່.

ການພິຈາລະນາຮັບຟັງດັ່ງກ່າວ ໄດ້ເກີດຂຶ້ນມາຈາກກອງປະຊຸມພິເສດຂອງສະ ພາແຫ່ງຊາດທີ່ມີສະມາຊິກ 342 ຄົນ ຫຼືສະພາຕ່ຳ ໃນວັນອາທິດແລ້ວນີ້ ບ່ອນທີ່ບັນດາສະມາຊິກສະພາ ຄວນຈະໄດ້ລົງຄະແນນສຽງ ຕໍ່ຍັດຕິທີ່ພັກຝ່າຍຄ້ານໄດ້ນຳສະເໜີ ເພື່ອຫາທາງຂັບໄລ່ທ່ານຄານອອກຈາກຕຳແໜ່ງໃນຂໍ້ກ່າວຫາວ່າ ທ່ານປົກຄອງປາກິສຖານຢ່າງຜິດພາດ.

ແຕ່ປະທານຮັກສາການ ທ່ານກາຊິມ ຊາ ຊູຣີ ໄດ້ປະຕິເສດ ຕໍ່ຍັດຕິດັ່ງກ່າວ ຢ່າງບໍ່ຄາດຄິດ ທີ່ບໍ່ເປັນໄປຕາມລັດຖະທຳມະນູນ ແລະໄດ້ຍຸຕິກອງປະຊຸມສະພາຢ່າງກະທັນຫັນ ທີ່ໄດ້ຖືກຖ່າຍທອດສົດ ຜ່ານທາງໂທລະພາບຢູ່ນັ້ນ.

ທ່ານຊູຣີ ໄດ້ກ່າວວ່າ “ບໍ່ມີອຳນາດຕ່າງປະເທດໃດ ມີສິດທີ່ຈະໂຄ່ນລົ້ມລັດຖະ ບານທີ່ໄດ້ຖືກເລືອກມາ ພາຍໃຕ້ການສົມຮູ້ຮ່ວມຄິດໃດໆທັງນັ້ນ. ສະນັ້ນ ຂ້າ ພະເຈົ້າຕັດສິນວ່າ ຍັດຕິບໍ່ໄວ້ວາງໃຈນີ້ ເປັນການຕໍ່ຕ້ານຄວາມໝັ້ນຄົງ ແລະອະທິປະໄຕຂອງຊາດ ແລະຂ້າພະເຈົ້າ ບໍ່ອະນຸຍາດໃຫ້ມີຍັດຕິບໍ່ໄວ້ວາງໃຈ.”

ຄຳຕັດສິນຂອງປະທານນັ້ນ ໄດ້ອ້າງເຖິງການກ່າວຫາຂອງທ່ານຄານ ທີ່ວ່າ ສະຫະລັດໄດ້ວາງແຜນ ໃຫ້ລົງຄະແນນສຽງບໍ່ໄວ້ວາງໃຈ ເພື່ອໂຄ່ນລົ້ມລັດຖະບານຂອງທ່ານ ໃນການລົງໂທດທ່ານ ສຳລັບການໄປຢ້ຽມຢາມຣັດເຊຍ ເມື່ອບໍ່ດົນມານີ້ ແລະທີ່ບໍ່ສະໜັບສະໜຸນປະເທດຕາເວັນຕົກ ໃນການປະນາມການບຸກໂຈມຕີທາງທະຫານຕໍ່ຢູເຄຣນ ຂອງປະທານາທິບໍດີ ວລາດີເມຍ ປູຕິນ.

ວໍຊິງຕັນ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກຕໍ່ຂໍ້ກ່າວຫາດັ່ງກ່າວ ໂດຍກ່າວວ່າ “ບໍ່ມີ ຄວາມເປັນຈິງ” ຕໍ່ຂໍ້ກ່າວຫາທັງຫຼາຍ. “ພວກເຮົາເຄົາລົບນັບຖື ແລະສະໜັບສະໜຸນຂັ້ນຕອນຂອງລັດຖະທຳມະນູນປາກິສຖານ ແລະຕົວບົດກົດໝາຍ” ໂຄສົກຂອງກະຊວງການຕ່າງປະເທດ ໄດ້ກ່າວຕໍ່ວີໂອເອ ໃນຂະນະທີ່ຕອບຄຳຖາມ ຕໍ່ສະຖານະການ ໃນວັນອາທິດຜ່ານມານີ້.

ບໍ່ດົນຫຼັງຈາກທີ່ປະທານໄດ້ຍຸຕິກອງປະຊຸມສະພາ ປະທານາທິບໍດີຂອງປາກິສຖານ ອາຣິຟ ອາລວີ ໂດຍ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງນາຍົກລັດຖະມົນຕີກໍໄດ້ຍຸບສະພາ ແລະໄດ້ຮຽກຮ້ອງມີການເລືອກຕັ້ງໃໝ່ພາຍໃນ 90 ວັນ ໂດຍອ້າງເຖິງຂໍ້ກຳນົດຕ່າງໆ ທີ່ກ່ຽວຂ້ອງກັບລັດຖະທຳມະນູນ.

ທ່ານຄານ ຍັງໄດ້ຍຸບຄະນະລັດຖະບານຂອງທ່ານ. ການເຄື່ອນໄຫວເຫຼົ່າ​ນີ້ ໄດ້ເຮັດໃຫ້ປະເທດ ໃນເຂດເອເຊຍໃຕ້ ທີ່ມີອາວຸດນິວເຄລຍແຫ່ງນີ້ ກ້າວເຂົ້າສູ່ວິກິດການດ້ານການເມືອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG