ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດປາກິສຖານ ເລີ້ມກວດສອບ ການສືບສວນຕໍ່ການ​ເສຍ​ຊີ​ວິດ ​ຂອງນັກຂ່າວ ​ທີ່​ຖືກ​ສັງ​ຫານ

ສະ​ມາ​ຊິກ​ຂອງ​ສະ​ພາ​​ Ulema ຂອງນິ​ກາຍຊີ​ໄອ, ​ອົງ​ການ​ທາງກ​ານ​ເມືອງ-ສາ​ສະ​ໜາຂອງ​ຊາວ​ມຸ​ສ​ລິມ ນິ​ກາຍ​ຊີ​ໄອ ໄຕ້​ທຽນ​​ໄວ້​ອາ​ໄລ​ແກ່​ທານ Arshad Sharif, ນັກ​ຂ່າວ​ປາ​ກິ​ສ​ຖານທີ່​ຖືກ​ຂ້າ​ຕາຍຢູ່​ໃນ​ເຄັນ​ຢາ ຢູ່ໃນ​ພິ​ທີ​​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກາ​ຣາ​ຈີ, ວັນ​ທີ 29 ຕຸ​ລາ, 2022.

ສານສູງສຸດຂອງປາກິສຖານ ໃນວັນອັງຄານວານນີ້ ໄດ້ເລີ້ມກວດສອບການສືບສວນທີ່ປາ​ກົດວ່າ ບໍ່​ແຈ້ງ​ຂາວຂອງລັດຖະບານໃນສິ່ງ​ທີ່ສານສູງສຸດກ່າວວ່າ “ເປັນການສັງຫານຢ່າງໂຫດຮ້າຍ” ຕໍ່ນັກຂ່າວສືບສວນທີ່ມີ​ຊື່​ສຽງສູງຂະນະ ທີ່ລາວຢູ່ໃນປະເທດເຄັນຢາ.

ທ່ານອາ​ຊາດ ຊາ​ຣີ​ຟ (Arshad Sharif), ອາຍຸ 50 ປີຖືກຍິງໃສ່ຫົວພາຍໃຕ້ ສະຖານະການອັນລຶກລັບ ໂດຍເຈົ້າໜ້າທີ່ຕຳຫຼວດ ຢູ່ດ່ານກວດຄົນແຫ່ງ​ນຶ່ງ ຢູ່ນອກນະຄອນຫຼວງໄນໂຣບີຂອງເຄັນຢາ ໃນເດືອນຕຸລາຜ່ານມາ ໃນອັນທີ່ ໄດ້ຖືກປະກາດຢ່າງໄວວາວ່າ ເປັນກໍລະນີການ​ຍິງ “ຜິດຄົນ” ໂດຍ​ຄິດ​ວ່າ ທ່ານ​ເປັນ​ຄົນລັກຈີ້ເອົາລົດ.

ຄະນະ​ຜູ້​ພິພາກ​ສາ 5 ຄົນ ​ທີ່ນຳພາ​ໂດຍ​ຫົວໜ້າສານ ​ໃນ​ການ​ຮັບ​ຟັງ​ຄະ​ດີ​ຂັ້ນ​ຕົ້ນ ​ໄດ້​ຮ້ອງ​ຂໍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ​ແລະກະ​ຊວງ​ພາຍ​ໃນ​ຂອງ​ປາ​ກິ​ສ​ຖານ ພ້ອມ​ທັງ​ອົງການ​ສືບ​ສວນ​ລັດຖະບານ​ກາງ ສົ່ງ​ຄຳ​ຕອບ​ຂອງ​ເຂົາ​ເຈົ້າໃຫ້​ໃນ​ວັນ​ພຸດມື້​ນີ້ ​ເມື່ອ​ສານກັບມາ​ປະ​ຊຸມກັນ​ອີກ.

ໃນຖະ​ແຫຼງການ​ຂອງຕົນ​ນັ້ນ ​ສານ​ສູງ​ສຸດ​ປາ​ກິ​ສຖານກ່າວ​ວ່າ “ປະຊາ​ຄົມ​ນັກ​ຂ່າວ ​ແລະ ປະຊາຊົນສ່ວນ​ໃຫຍ່ແມ່ນ​ມີ​ຄວາມ​ໂສກ​ເສົ້າ​ຢ່າງ​ເລິກ​ເຊິ່ງ ​ແລະ ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ ຂອງ​ນັກ​ຂ່າວ​ອະວຸ​ໂສ​ຄົນ​ນີ້ ​ແລະ ພວມສະ​ແຫວງ​ຫາ​ທາງ ໃຫ້​ມີ​ການ​ພິຈາລະນາ​ຢ່າງ​ຖີ່​ຖ້ວນ ຂອງ​ສານ​ຕໍ່​ເລື່ອງ​ນີ້.”

ຜູ້​ຈັດ​ລາຍ​ການ​ຂ່າວ Arshad Sharif ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ກ່າວ​ຢູ່​ໃນ​ກອງ​ປະ​ຊຸມກ່ຽວ​ກັບ "ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງ ແລະ​ເຮັດ​ໃຫ້​ປາ​ກິ​ສ​ຖານ​ຂາດ​ສະ​ຖຽນ​ລະ​ພາບ" ທີ່​ນະ​ຄອນ​ຫລວງອິ​ສ​ລາ​ມາ​ບັດ ວັນ​ທີ 22 ມິ​ຖຸ​ນາ, 2022.

ທ່ານ​ຊາ​ຣີ​ຟ (Sharif) ໄດ້ເປັນ​ຜູ້​ຈັດລາຍການສົນທະນາດ້ານການເມືອງທາງໂທລະພາບທີ່ມີຊື່ສຽງຂອງອົງ​ການ​ຂ່າວ ອາ​ຣີ ນີວ​ສ໌ (ARY News) ມາ​ເປັນ​ເວ​ລາ​ຫລາຍ​ປີ ກ່ອນທີ່ຈະຫລົບຫນີຈາກປາກິສຖານໄປຢູ່​ເຄັນ​ຢາ ໃນເດືອນ ກໍລະກົດຜ່ານ​ມາ ໂດຍອ້າງເຖິງການຂົ່ມຂູ່ເຖິງຊີວິດຂອງ​ທ່ານ​ພາຍຫລັງທີ່ລັດຖະບານໄດ້ລົງທະບຽນຄະດີທໍລະຍົດຊາດຕໍ່​ທ່ານ.

ການສັງຫານທ່ານໄດ້ເຮັດໃຫ້ເກີດຄວາມວຸ້ນວາຍຢູ່ໃນປາກິສຖານ, ໂດຍການຮຽກຮ້ອງໃຫ້ມີການສືບສວນທີ່ບໍ່​ລຳ​ອຽງ ເພື່ອກໍານົດວ່າໃຜເປັນຜູ້ຮັບຜິດຊອບຕໍ່ການເສຍຊີວິດຂອງທ່ານ.

​ໃນ​ລາຍ​ງານ​ສະບັບ​ນຶ່ງ ຕຳຫຼວດ​ເຄັນ​ຢາ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຕັ້ງ​ສິ່ງ​ກີດຂວາງຫົນ​ທາງ​ເພື່ອ​ສະກັດ​ກັ້ນພວກ​ໂຈນລັກ​ລົດ​ແລະ​ໄດ້​ຍິງ​ປືນ​ໃສ່​ລົດ​ຂອງ​ທ່ານຊາ​ຣີ​ຟ ​ໃນ​ເວລາ​ທີ່ລົດ​ຄັນ​ນັ້ນຂັບ​ຜ່ານສິ່ງ​ຕັນຫົນ​ທາງ​ໄປ ​ໃນ​ຕອນ​ກາງຄືນ ​ໂດຍ​ບໍ່​ໄດ້​ຢຸດ. ບົດ​ລາຍ​ງານ​ໃຫ້ນັ້ນ​ກ່າວ​ວ່າ ລູກ​ປືນ​ລູກ​ນຶ່ງ​ໃນ​ຈຳນວນ 9 ລູກ​ທີ່​ຍິງ​ໃສ່​ລົດ​ຄັນ​ດັ່ງກ່າວ​ ໄດ້​ຖືກຫົວຂອງ​ທ່ານ​ຊາ​ຣີ​ຟ.

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ປາ​ກິ​ສຖານ, ຫຼັງ​ຈາກໄປ​ຢ້ຽມຢາມເຄັນ​ຢາ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ໂຕ້ແຍ້ງ​ຕໍ່​ການ​ກ່າວ​ອ້າງ​ຂອງ​ຕຳຫຼວດ ໂດຍ​ກ່າວ​ວ່າ ທ່ານຊາ​ຣີ​ຟ​ແມ່ນ​ຜູ້​ໄດ້​ຮັບເຄາະ​ຮ້າຍ​ໃນ​ການ​ສັງຫານ​ແບບມີ​ເປົ້າ​ໝາຍ, ບໍ່​ແມ່ນ​ການ​ຍິງຖືກ​ໂດຍ​ບັງ​ເອີນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG