ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນລັດຖະບານປະສົມ ຂອງປາກິສຖານ ໂຮມ​ຊຸມ​ນຸມປະ​ທ້​ວງ​ສານ​ສູງ​ສຸດ ​ແບບບໍ່​ຄ່ອຍ​ມີມາ​ກ່ອນ

ພວກສະໜັບສະໜຸນລັດຖະບານປະສົມປະ​ຊາ​ທິ​ປະ​ໄຕຂອງປາກິສຖານປະ​ທ້ວງ​ຢູ່ນອກ​ສານ​ສູງ​ສຸດໃນ​ນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດ, ວັນ​ທີ 15 ພຶດ​ສະ​ພາ, 2023. ພວກ​ປະ​ທ້​ວງ​ຮຽກ​ຮ້ອງ​ໃຫ້​ປະ​ທານ​ສານ​ສູງ​ສຸດລາ​ອອກ ຍ້ອນໄດ້ປ່ອຍອະດີດນາຍົກລັດຖະມົນຕີອິມ​ຣານ ຄານ

ພວກສະໜັບສະໜຸນລັດຖະບານປະສົມຂອງປາກິສຖານຫຼາຍພັນຄົນ ໃນວັນຈັນວານນີ້ ໄດ້ເຕົ້າໂຮມກັນ ຢູ່ນອກສານສູງສຸດຂອງປະເທດຮຽກຮ້ອງໃຫ້ປະ​ທານ​ສານລາອອກ ຍ້ອນໄດ້ປ່ອຍອະດີດນາຍົກລັດຖະມົນຕີ ແລະນັກການເມືອງຊັ້ນນຳຝ່າຍຄ້ານ, ທ່ານ ອິມ​ຣານ ຄານ ​ອອກ​ໄປ.

ລົດເມ ແລະລົດຕູ້ ໄດ້ຂົນສົ່ງຄົນຈາກທົ່ວປະເທດ ໄປຍັງນະຄອນຫຼວງອິສລາມາບັດ, ບ່ອນທີ່ພວກເຂົາເຈົ້າໄດ້ເຂົ້າໄປຢູ່ໃນເຂດທີ່ມີ​ການ​ຮັກ​ສາຄວາມປອດໄພສູງ, ທີ່ເປັນ​ບ່ອນທີ່​ຕຶກຂອງສານສູງສຸດ ແລະຕຶກອາຄານທີ່ສຳຄັນອື່ນໆຕັ້ງ​ຢູ່.

ຄວາມ​ວຸ້ນວາຍ​ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ​ດັ່ງກ່າວ​ ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ລັດຖະ ບານ​ປະສົມ​ຂອງ​ນາຍົກລັດຖະມົນຕີເຊ​ບາ​ສ ຊາ​ຣີ​ຟ (Shehbaz Sharif) ​ແລະ​ຄະ ນະ​ຕຸລາການ​ຂອງ​ປະ​ເທດ.

​ໃນ​ວັນ​ອັງຄານ​ຜ່ານ​ມາ ພວກ​ທະຫານ​ທະຫານ​ໄດ້​ລາກ ​ແລະ​ຈັບ​ກຸມ​ທ່ານຄານຜູ້ນຳ​ພັກ ຕາ​ຣິກ-ອີ-ອິນ​ຊາ​ຟປາ​ກິ​ສ​ຖານ ຫຼື PTI ຊຶ່ງ​ເປັນ​ພັກ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ຢູ່​ນອກ​ສານ​ລັດຖະບານ​ກາງ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ:

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG