ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຂອງປາກິສຖານ ຮຽກຮ້ອງໃຫ້ແກ້​ໄຂວິກິດການຢູເຄຣນ ດ້ວຍສັນຕິວິ​ທີ ກ່ອນໜ້າການເດີນທາງຢ້ຽມຢາມຣັດເຊຍ


ນາຍົກລັດຖະມົນຕີ ປາກິສຖານ ອິມຣານ ຄານ, ກາງ, ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະໄໝວິສາມັນ ຂອງອົງການຈັດຕັ້ງສະພາການຮ່ວມມືແຫ່ງອິສລາມຂອງກະຊວງການຕ່າງປະເທດ, ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ເມື່ອວັນທີ19 ທັນວາ 2021.
ນາຍົກລັດຖະມົນຕີ ປາກິສຖານ ອິມຣານ ຄານ, ກາງ, ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະໄໝວິສາມັນ ຂອງອົງການຈັດຕັ້ງສະພາການຮ່ວມມືແຫ່ງອິສລາມຂອງກະຊວງການຕ່າງປະເທດ, ໃນນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ເມື່ອວັນທີ19 ທັນວາ 2021.

ນາຍົກລັດຖະມົນຕີຂອງປາກິສຖານ ອິມຣານ ຄານ ມີກຳນົດທີ່ຈະເດີນທາງໄປຍັງຣັດເຊຍ ໃນວັນພຸດມື້ນີ້ ເພື່ອພົບປະກັບ ປະທານາທິບໍດີ ວລາດີເມຍ ປູຕິນ ຂະນະທີ່ປະເທດຕາເວັນຕົກ ປະນາມຜູ້ນຳຂອງຣັດເຊຍ ຍ້ອນເຮັດໃຫ້ວິກິດການໃນຢູເຄຣນໜັກໜ່ວງຂຶ້ນ.

ກະຊວງການຕ່າງປະເທດຂອງປາກິສຖານ ໄດ້ກ່າວວ່າ ທ່ານປູຕິນແລະທ່ານຄານ “ຈະທົບທວນຄືນທຸກຢ່າງ” ຂອງສາຍສຳພັນລະຫວ່າງສອງປະເທດ ລວມທັງການຮ່ວມມືທາງດ້ານພະລັງງານ.

ຖະແຫລງການຂອງກະຊວງ ໄດ້ກ່າວຕື່ມວ່າ “ພວກເພິ່ນຍັງຈະແລກປ່ຽນຄວາມຄິດເຫັນກັນຢ່າງກວ້າງຂວາງ ກ່ຽວກັບບັນຫາໃຫຍ່ ໃນພາກພື້ນ ແລະລະຫວ່າງປະເທດ ລວມທັງຄວາມຢ້ານກົວຫຼືລັງກຽດຕໍ່​ສາ​ສະ​ໜາອິສລາມ ແລະສະຖານະການໃນອັຟການິສຖານ.”

ອົງການຂ່າວ TASS ຂອງທາງການຣັດເຊຍ ໄດ້ອ້າງຄຳເວົ້າຂອງໂຄສົກວັງ ເຄຣມລິນ ທ່ານດີມິທຣີ ເປສກັອບ ໃນຂະນະທີ່ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ ທີ່ວ່າ ການພົບປະຂອງທ່ານປູຕິນ ກັບ ທ່ານຄານ ນັ້ນ “ແມ່ນໄດ້ຖືກກຳນົດໃສ່ມື້ວັນພະຫັດ.”

ບັນດາເຈົ້າໜ້າທີ່ໃນອິສລາມາບັດ ຢືນຢັນວ່າ ການເດີນທາງໄລຍະສອງວັນຂອງທ່ານຄານ ຊຶ່ງເປັນການຢ້ຽມຢາມມົສກູໂດຍນາຍົກລັດຖະມົນຕີຂອງປາກິສຖານ ຄັ້ງທຳອິດໃນຮອບ 23 ປີ ເກີດຂຶ້ນໄດ້ຍ້ອນການເຊື້ອເຊີນຂອງປະທານາທິບໍດີ ປູຕິນ ແລະໄດ້ຖືກວາງແຜນເອົາໄວ້ກ່ອນໜ້າທີ່ການປະເຊີນກັນກັບຢູເຄຣນ ຈະເກີດຂຶ້ນ. ທ່ານຄານ ຈະເປັນຜູ້ນຳຈາກຕ່າງປະເທດຄົນທຳອິດ ທີ່ໄປຢ້ຽມຢາມ ມົສກູ ນັບຕັ້ງແຕ່ທ່ານປູຕິນ ໄດ້ຮັບຮູ້ເອກະລາດຂອງສາທາລະນະລັດໂດເນສຄ໌ (Donestsk) ແລະລູຮານສຄ໌ (Luhansk) ທີ່ແຍກຕົວອອກມາຈາກຢູເຄຣນ.

ໃນການກ່າວຕໍ່ໂທລະພາບ RT ທີ່ຄວບຄຸມໂດຍລັດຖະບານຣັດເຊຍ ໃນວັນອັງຄານວານນີ້ ທ່ານຄານ ປະຕິເສດຕໍ່ຂໍ້ສະເໜີແນະທີ່ວ່າ ການຢ້ຽມຢາມຂອງທ່ານ ​ບໍ່ມີຫຍັງກ່ຽວຂ້ອງກັບການເມືອງ​ຂອງໂລກເລີຍ ທ່າມກາງຄວາມເຄັ່ງຕຶງທີ່ທະວີຂຶ້ນເລື້ອຍໆ ລະຫວ່າງ ຣັດເຊຍ ກັບຢູໂຣບ ແລະສະຫະລັດ ຍ້ອນຢູເຄຣນ.

“ວິກິດການຂອງຢູເຄຣນນີ້ ບໍ່ແມ່ນຄວາມເປັນຫ່ວງຂອງພວກເຮົາ. ພວກເຮົາມີສາຍສຳພັນສອງຝ່າຍກັບຣັດເຊຍ ແລະແທ້ຈິງແລ້ວ ພວກເຮົາຕ້ອງການໃຫ້ມັນເຂັ້ມແຂງ” ທ່ານຄານ ໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG