ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຫົວໜ້​າ​ອົງ​ການສືບລັບຂອງປາກິສຖານ ເຂົ້າດໍາລົງຕໍາແໜ່ງເປັນຜູ້ບັນຊາການທີ່ມີ​ອຳ​ນາດສູງສຸດທາງທະຫານ

ຜູ້ບັນຊາການກອງທັບຂອງປາກິສຖານ ພົນເອກກາມາ ຈາເວັດ ບັຈວາ (ຂວາ), ສົ່ງມອບກະບອງໃຫ້ແກ່ຜູ້ສືບທອດຕໍາແໜ່ງ ພົນເອກ ອາຊິມ ມູເນຍ, ໃນພິທິມອບຮັບຕໍາແໜ່ງຢູ່ທີ່ສູນກາງໃຫຍ່ກອງທັບ ທີ່ຕັ້ງຢູ່ເມືອງຣາວາລປິນດີ, ວັນທີ 29 ພະຈິກ 2022. (Photo courtesy of Inter Services Public Relations)

ຜູ້ບັນຊາການ​ທະ​ຫານຄົນໃໝ່ຂອງປະເທດປາກິສຖານ, ​ນາຍ​ພົນອາຊິມ ມູເນຍ, ເຂົ້າຮັບຕໍາແໜ່ງ ເປັນຜູ້ບັນຊາການກອງ​ທັບ ຂອງ​ປະ​ເທດທີ່​ມີອາວຸດນິວເຄລຍ ໃນວັນອັງຄານວານນີ້ ທ່າມກາງໄພຂົ່ມ​ຂູ່​ຈາກການກໍ່ການຮ້າຍຄັ້ງໃໝ່​ແລະ​ການ ຮຽກຮ້ອງໃຫ້ທ່ານຈົ່ງເອົາສະຖາບັນ​ທະ​ຫານທີ່​ມີ​ອິດ​ທີ​ພົນ ອອກຈາກການເມືອງ.

ອະດີດຫົວໜ້າອົງ​ການສືບລັບຂອງປະເທດ ເຊິ່ງເປັນອົງ​ການຫຼັກ ກ່ຽວກັບການບໍລິການວຽກງານດ້ານສືບລັບພາຍໃນປະເທດ ຫຼື ISI, ໄດ້ເຂົ້າຮັບຕໍາແໜ່ງເປັນຜູ້ບັນຊາການກອງທັບເປັນເວລາສາມປີ ໂດຍມີ​ການອອກ​ອາ​ກາດ ພິທີດັ່ງກ່າວທາງໂທລະພາບແຫ່ງຊາດ ທີ່​ນະ​ຄອນຣາວາລປິນດີ (Rawalpindi) ເຊິ່ງເປັນທີ່ຕັ້ງຂອງກອງ​ບັນ​ຊາ​ການໃຫຍ່ກອງທັບ.

ທ່ານມູເນຍ ໄດ້ຮັບກະບອງທີ່ເປັນເຄື່ອງໝາຍຂອງຜູ້ບັນຊາການກອງ​ທັບ ຈາກຜູ້ດໍາລົງຕໍາແໜ່ງ ກ່ອນໜ້ານັ້ນ ພົນເອກກາມາ ຈາ​ເວັດ ບັຈວາ (Qamar Javed Bajwa), ເຊິ່ງໄດ້ອອກບໍານານລຸນຫຼັງດໍາລົງຕໍາແໜ່ງທີ່ມີແຕ່ຄວາມຂັດແຍ້ງໂຕ້ຖຽງກັນມາ ເປັນເວລາ 6 ປີ.

ແຟ້ມ-ປະຊາຊົນພາກັນເບິ່ງການຖ່າຍທອດທາງໂທລະພາບ ໃນການສະເໜີຊື່ຜູ້ເຂົ້າຮັບຕໍາແໜ່ງເປັນຜູ້ບັນຊາການຄົນໃໝ່ຂອງປະກິສຖານ, ພົນເອກ ອາຊິມ ມູເນຍ, ຢູ່ທີ່ຕະຫຼາດ ໃນເມືອງກາຣາຈີ, ວັນທີ 24 2022.
ແຟ້ມ-ປະຊາຊົນພາກັນເບິ່ງການຖ່າຍທອດທາງໂທລະພາບ ໃນການສະເໜີຊື່ຜູ້ເຂົ້າຮັບຕໍາແໜ່ງເປັນຜູ້ບັນຊາການຄົນໃໝ່ຂອງປະກິສຖານ, ພົນເອກ ອາຊິມ ມູເນຍ, ຢູ່ທີ່ຕະຫຼາດ ໃນເມືອງກາຣາຈີ, ວັນທີ 24 2022.

ກອງທັບ ໄດ້ປະຕິບັດງານຢູ່ນອກຂອບເຂດໃນລະບົບລັດຖະບານຂອງປະເທດທີ່ຕັ້ງຢູ່ໃນຂົງເຂດເອເຊຍໃຕ້ ແລະມີປະຊາກອນປະມານ 220 ລ້ານຄົນ. ພວກເຂົາໄດ້​ບົງ​ການ​ໃນ​ການ​ໂຄ່ນ​ລົ້ມລັດຖະບານທີ່ມາຈາກການເລືອກຕັ້ງ ໂດຍຮ່ວມກັນກັບບັນດາພັນທະມິດທາງການເມືອງ ແລະເຂົ້າປົກຄອງປະເທດປາກິສຖານ ປະມານເຄິ່ງນຶ່ງ ຂອງປະຫວັດສາດ 75 ປີ.

ທ່ານມູເນຍ ເປັນຜູ້ບັນຊາການກອງທັບຄົນທີ 17 ຂອງປະເທດ ນັບຕັ້ງແຕ່ປະເທດດັ່ງກ່າວໄດ້ຮັບ​ເອກ​ກະ​ລາດຈາກອັງກິດໃນປີ 1947, ສົມທຽບກັບນາ ຍົກລັດຖະມົນຕີປະມານ 30 ຄົນໃນຊ່ວງເວລາດຽວກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG