ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສ້າງຮົ້ວ ຂັ້ນຊາຍແດນ ເປັນແຫຼ່ງສ້າງ ຄວາມເຄັ່ງຕຶງ ລະ​ຫວ່າງ ປາກິສຖານ ກັບ ອັຟກາ ນິສຖານ


ພາບຖ່າຍ ມຸມນຶ່ງຂອງຮົ້ວ ຢູ່ນອກເຂດປ້ອມຍາມຊາຍແດນ ໃນເມືອງ ຄິດຕັນ (Kitton) ທີ່ມີ​ຊາຍ​ແດນຕິດກັບ ອັຟການິສຖານ ໃນເຂດ ວາຊີຣີສຖານ ເໜືອ ຂອງປາກິສຖານ, ວັນທີ 18 ຕຸລາ 2017.
ພາບຖ່າຍ ມຸມນຶ່ງຂອງຮົ້ວ ຢູ່ນອກເຂດປ້ອມຍາມຊາຍແດນ ໃນເມືອງ ຄິດຕັນ (Kitton) ທີ່ມີ​ຊາຍ​ແດນຕິດກັບ ອັຟການິສຖານ ໃນເຂດ ວາຊີຣີສຖານ ເໜືອ ຂອງປາກິສຖານ, ວັນທີ 18 ຕຸລາ 2017.

ການສ້າງຮົ້ວແຕ່​ພ​ຽງຝ່າຍດຽວຂອງປາກິສຖານ ຢູ່ຕາມຊາຍແດນອັນກວ້າງໃຫຍ່ໄພ
ສານຂອງຕົນ ທີ່ຕິດກັບປະເທດ ອັຟການິສຖານ ທີ່ບໍ່ມີທາງອອກສູ່ທະເລ ໃນສັບປະດາ
ນີ້ ໄດ້ກໍ່ໃຫ້ເກີດການປະທະກັນ ທາງດ້ານທະຫານ ລະຫວ່າງ ສອງປະເທດເພື່ອນບ້ານ
ທີ່ບໍ່​ຄ່ອຍ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ໄດ້ກະຕຸ້ນໃຫ້ ອິສລາມາບັດ ປິດດ່ານຂ້າມປະເທດ
ທີ່ມີຄົນເຂົ້າອອກຫຼາຍ ຢ່າງໜາແໜ້ນ ຢູ່ທາງພາກຕາ ເວັນຕົກສຽງໃຕ້ຂອງປະເທດ.

ການປິດດ່ານຂ້າມຊາຍແດນ ຈາມານ ຢ່າງກະທັນຫັນ ຂອງປາກິສຖານ ໄດ້ເຮັດໃຫ້
ພວກນັກເດີນທາງ ແລະ ລົດຂົນສົ່ງທີ່ບັນທຸກສິນຄ້າພານິດ ຫຼາຍຮ້ອຍຄັນ ຕົກຄ້າງ
ຢູ່ທັງສອງຟາກ.

ທາງການຂອງປາກິສຖານ ໃນວັນຈັນວານນີ້ ໄດ້ອະນຸຍາດໃຫ້ພວກຄົນຫຼາຍຮ້ອຍຄົນ
ທີ່ຕົກຄ້າງ ຍ່າງຂ້າມຊາຍແດນ ແຕ່ທາງການ ບໍ່ອະນຸຍາດໃຫ້ ຂະບວນລົດສິນຄ້າເດີນ
ທາງຕໍ່ໄປໄດ້ ໃນແຕ່ລະທິດທາງ.

ພວກທະຫານຂອງປາກິສຖານ ຢືນຍາມ ຢູ່ໃກ້ໆ ຮົ້ວທີ່ສ້າງຕັ້ງຂຶ້ນໃໝ່ໆ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ ຢູ່ທີ່ເມືອງ ອັງກໍ ອາດດາ (Angore Adda), ຂອງປາກິສຖານ, ວັນທີ 18 ຕຸລາ 2017.
ພວກທະຫານຂອງປາກິສຖານ ຢືນຍາມ ຢູ່ໃກ້ໆ ຮົ້ວທີ່ສ້າງຕັ້ງຂຶ້ນໃໝ່ໆ ລະຫວ່າງ ປາກິສຖານ ແລະ ອັຟການິສຖານ ຢູ່ທີ່ເມືອງ ອັງກໍ ອາດດາ (Angore Adda), ຂອງປາກິສຖານ, ວັນທີ 18 ຕຸລາ 2017.

ການປະທະກັນ ໄດ້ເກີດຂຶ້ນໃນຕອນບ່າຍຂອງ ວັນອາທິດ ຜ່ານມາ ຢູ່ໃກ້ໆ ກັບ ເມືອງ
ຊາຍແດນ ຈາມານ ໃນເວລາ ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ໄດ້
ເປີດສາກຍິງເຂົ້າໃສ່ ໜ່ວຍທະຫານຂອງປາກິສຖານ ທີ່ກຳລັງສ້າງຮົ້ວຢູ່ນັ້ນ ອີງຕາມ
ການຢືນຢັດຂອງບັນດາເຈົ້າໜ້າທີ່ ກອງທັບປາກິສຖານ.

ການຕໍ່ສູ້ກັນ ໃຊ້ເວລາປະມານ 8 ຊົ່ວໂມງ ອີງຕາມບັນດາເຈົ້າໜ້າທີ່ ຂອງ
ອັຟການິສຖານ.

ຫົວໜ້າໂຄສົກກອງທັບປາກິສຖານ ພົນຕີ ອາສິບ ກາຟູຣ ໄດ້ກ່າວບອກ ວີໂອເອ ປະຈຳ
ເມືອງຈາມານ ວ່າ ດ່ານຂ້າມຊາຍແດນ ໂດຍສ່ວນໃຫຍ່ ແມ່ນຍັງຄົງປິດຢູ່ ຊຶ່ງ ພົນຕີ
ອາສິບ ກາຟູຣ ກ່າວວ່າ “ການເກາະພິດ” ໂດຍກຳລັງຮັກສາຄວາມສະຫງົບ ຂອງ
ອັຟການິສຖານ ເປັນສາເຫດຂອງການຂັດແຍ້ງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG