ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ​ປາ​ກິ​ສ​ຖານ ມີ​ທ່າ​ທາງວ່າ ຈະ​ຕັດ​ສິນ ໃນ​ມື້​ນີ້ ຕໍ່​ຄວາມ​ພະ​ຍາ​ຍາມ​ ທີ່​ຈະ​ຂັດ​ຂວາງ​ການ​ປົດ​ທ່ານຄານ​ ອອກ​ຈາກ​ຕຳ​ແໜ່ງ


​ຕຳ​ຫຼວດຍ່າງ​ຜ່ານຕຶກ​ສານ​ສູງ​ສຸດ​ປາ​ກິ​ສ​ຖານ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 6 ເມ​ສາ 2022.
​ຕຳ​ຫຼວດຍ່າງ​ຜ່ານຕຶກ​ສານ​ສູງ​ສຸດ​ປາ​ກິ​ສ​ຖານ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 6 ເມ​ສາ 2022.

ສານ​ສູງ​ສຸດ​ຂອງ​ປາ​ກິ​ສ​ຖານ ໃນ​ວັນ​ພຸດ​ວານນີ້​ໄດ້​ເລື່ອນ​ກຳ​ນົດ​ໂດຍ​ປາ​ສ​ະ​ຈາກ​ການ​ຕັດ​ສິນ ໃນການ​ຂັດ​ຂວາງ ​ບໍ່​ໃຫ້​ມີການ​ລົງ​ຄະ​ແນນ​ສຽງບໍ່​ໄວ້​ວາງ​ໃຈນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ຢູ່​ໃນ​ສະ​ພາ​ແຫ່ງ​ຊາດນັ້ນ ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດ​ຫຼື​ບໍ່.

ຜູ້​ພິ​ພາກ​ສາ 5 ທ່ານ​ຂອງ​ສານ​ສູງ​ສຸດ ທີ່​ນຳ​ພາ​ໂດຍ​ຫົວ​ໜ້າ​ຜູ້​ພິ​ພາກ​ສາ ທ່ານ​ອູ​ມາ ອາ​ຕາ ບານ​ດຽ​ລ ຈະ​ປະ​ຊຸມ​ກັນ​ອີກ ​ໃນ​ວັນ​ພະ​ຫັດ​ມື້ນີ້ ເວ​ລາ​ສານ​ດັ່ງ​ກ່າວ​ຈະສະ​ຫລຸບ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ແລະ​ປະ​ກາດ​ຄຳ​ຕັດ​ສິນ.

ຂະ​ບວນ​ການ​ພິ​ຈາ​ລະ​ນາ​ຂອງ​ສານ​ແມ່ນ​ເກີດ​ຈາກ​ການ​ປະ​ຊຸມ​ນັດ​ພິ​ເສດ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫຼື​ສະ​ພາ​ຕ່ຳ 342 ຄົນ ​ໃນ​ວັນ​ອາ​ທິດ​ແລ້ວນີ້ ທີ່​ສະ​ມາ​ຊິກ​ສະ​ພາ​ຈະ​ເລີ້ມ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ ຊຶ່ງ​ຄາດ​ກັນ​ວ່າທ່ານ​ຄານ​ຈະ​ເສຍ​ໄຊ​ນັ້ນ.

ທ່ານ​ຄານອາ​ຍຸ 69 ປີ ອະ​ດີດ​ດາ​ລາ​ຕີ​ຄີ ຫຼື​ຄ​ຣິກ​ເກັດ ໄດ້​ສູນ​ເສຍ​ຄະ​ແນນ​ສຽງສ່ວນ​ຫຼາຍ ກ່ອນ​ການ​ລົງ​ຄະ​ແນນ​ສຽງ ຫຼັງ​ຈາກ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 20 ກວ່າ​ຄົນ​ຂອງ​ພັກ​ລັດ​ຖະ​ບານ ໄດ້​ໂຕນ​ພັກ ແລະ​ພັກ​ສຳ​ຄັນໆ​ທີ່​ຮ່ວມ​ຢູ່​ໃນ​ລັດ​ຖະບານ​ປະ​ສົມ ໄດ້​ຖອນ​ຕົວ​ອອກ​ຈາກ​ລັດ​ຖະ​ບານ ໄປ​ຮ່ວມ​ກັບ​ພັກ​ຝ່າຍ​ຄ້ານ.

ແຕ່​ແນວ​ໃດ​ກໍ​ຕາມ ຮອງ​ປະ​ທານ​ສະ​ພາ ທ່ານ​ກາ​ຊິມ ຊາ ຊູ​ຣີ ຊຶ່ງ​ເປັນ​ສະ​ມາ​ຊິກ​ຂອງ​ພັກ​ລັດ​ຖະ​ບານ ໄດ້​ຂັດ​ຂວາງ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ ໂດຍ​ເອີ້ນ​ວ່າມັນ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຍ້ອນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ “ມະ​ຫາ​ອຳນາດ​ຕ່າງ​ປະ​ເທດ” ເພື່ອ​ໂຄ່ນ​ລົ້​ມ​ລັດ​ຖະ​ບານ​ປາ​ກິ​ສ​ຖານ.

ທ່ານ​ຊູ​ຣີໄດ້ປິດ​ປະ​ຊຸມ ຫຼັງ​ຈາກ​ປະ​ກາດ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ ທ່າມ​ກາງ​ທີ່​ມີການ​ປະ​ທ້ວງ​ຢ່າງ​ແຂ​ງ​ຂັນຂອງ​ສະ​ມາ​ຊິກ​ສະ​ພາ​ພັກ​ຝ່າຍ​ຄ້ານ. ປະ​ທາ​ນາ​ທິ​ບໍ​ດີປາ​ກິ​ສ​ຖານ ທ່ານ​ອາ​ຣິ​ຟ ອາ​ລ​ວີ ໄດ້​ດຳ​ເນີນ​ການ​ຢ່າງວ່ອງ​ໄວ​ຕາມ​ຄຳ​ແນະ​ນຳ​ຂອງ​ທ່ານ​ຄານ ໃຫ້​ຍຸບ​ສະ​ພາ​ແລະ​ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ພາຍ​ໃນ 90 ມື້ ໂດຍ​ອ້າງ​ຂໍ້​ກຳ​ນົດ​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ປາ​ກິ​ສ​ຖານ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ໃນ​ເອ​ເຊຍ​ໃຕ້ແລະ​ມີ​ປະ​ຊາ​ກອນ 220 ລ້ານ​ຄົນ​ນັ້ນ ຕົກ​ຢູ່​ໃນ​ວິ​ກິດ​ການທາງ​ດ້ານ​ການ​ເມືອງ ແລະ​ພາ​ໃຫ້​ສານ​ສູງ​ສຸດ​ເລີ້ມ​ເປີດ​ການ​ສອບ​ສວນ​ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ​ຊອບ​ທຳ​ຕາມ​ກົດ​ໝາຍ.

ທ່ານ​ຄານ​ ໄດ້​ກ່າວ​ຫາ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ສະ​ຫະ​ລັດ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ພັກ​ຝ່າຍ​ຄ້ານ​ເພື່ອ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານເພື່ອ​ລົງ​ໂທດ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມຢາມ​ຣັດ​ເຊຍ​ເມື່ອ​ໄວໆ​ມານີ້ ແລະ​ບໍ່​ສະ​ໜັບ​ສະ​ໜຸນ​ປະ​ເທດ​ຕາ​ເວັນ​ຕົກ ປະ​ນາມ​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG