ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ມູຊາຣາຟ, ອະດີດຜູ້ນໍາທາງທະຫານທີ່ເຈັບປ່ວຍ ກຽມພ້ອມທີ່ຈະເດີນທາງກັບຄືນມາບ້ານແລ້ວ


ແຟ້ມຮູບ-ອະດີດປະທານາທິບໍດີ ແລະຜູ້ກໍາອໍານາດທາງທະຫານຂອງປາກິສຖານ ທ່ານເປີເວສ ມູຊາຣາຟ ເດີນທາງມາຮອດສານຕໍ່ຕ້ານການກໍ່ການຮ້າຍ ໃນນະຄອນຫຼວງອິອິສລາມາບັດ, ປະເທດປາກິສຖານ, ເມື່ອວັນທີ 20 ເມສາ 2013.
ແຟ້ມຮູບ-ອະດີດປະທານາທິບໍດີ ແລະຜູ້ກໍາອໍານາດທາງທະຫານຂອງປາກິສຖານ ທ່ານເປີເວສ ມູຊາຣາຟ ເດີນທາງມາຮອດສານຕໍ່ຕ້ານການກໍ່ການຮ້າຍ ໃນນະຄອນຫຼວງອິອິສລາມາບັດ, ປະເທດປາກິສຖານ, ເມື່ອວັນທີ 20 ເມສາ 2013.

ບັນດາເຈົ້າໜ້າທີ່ໃນປາກິສຖານ ກໍາລັງຈັດການອະນຸຍາດໃຫ້ອະດີດຜູ້ນໍາທະຫານຂອງປະເທດທີ່ເຈັບປ່ວຍ ທ່ານ ເປີເວສ ມູຊາຣາຟ (Pervez Musharraf) ກັບຄືນມາບ້ານເກີດຈາກການໜີອອກຈາກປະເທດດ້ວຍຕົນເອງ, ອີງຕາມແຫຼ່ງຂ່າວຂັ້ນສູງຂອງລັດຖະບານທີ່ໄດ້ກ່າວໃນມື້ວັນຈັນວານນີ້.

ເຮືອບິນພະຍາບານ ຈະນໍາເອົາທ່ານ ມູຊາຣາຟ ກັບຄືນມາຈາກໂຮງໝໍດູໄບ ເຊິ່ງໄດ້ຮັບຄວາມຍິນຍອມຈາກຄອບຄົວ ແລະທ່ານໝໍຂອງລາວ, ແຫຼ່ງຂ່າວ ກ່າວຕໍ່ VOA. ກໍານົດການທີ່ແນ່ນອນໃນການເດີນທາງມາຮອດປາກິສຖານຂອງນາຍພົນ 4 ດາວ ອາຍຸ 79 ປີທີ່ອອກບຳນານແລ້ວແມ່ນຍັງບໍ່ທັນໄດ້ຮັບການເປີດເຜີຍໃນທັນທີ.

ສະຖາບັນທາງທະຫານທີ່ມີອໍານາດເຕັມຂອງປະເທດໄດ້ “ສະໜັບສະໜຸນຢ່າງເຕັມທີ່” ໃນການຕັດສິນໃຈທີ່ຈະອໍານວຍຄວາມສະດວກໃຫ້ແກ່ອະດີດຫົວໜ້າຂອງພວກເຂົາເຈົ້າ, ອີງຕາມການກ່າວຂອງແຫຼ່ງຂ່າວ.

ຄອບຄົວຂອງທ່ານ ມູຊາຣາຟ ໄດ້ຂຽນຂໍ້ຄວາມໃນທວິດເຕີ ເມື່ອວັນສຸກທີ່ຜ່ານມາວ່າ ທ່ານໄດ້ເຂົ້າຮັບການຮັກສາຢູ່ໃນໂຮງໝໍເປັນເວລາ 3 ອາທິດມາແລ້ວ “ເນື່ອງຈາກພາວະແຊກຊ້ອນຈາກການເຈັບປ່ວຍຂອງລາວ.” ອະດີດຜູ້ນໍາຜະເດັດການ ໄດ້ຮັບຄວາມທຸກທໍລະມານຈາກພະຍາດອະມີໂລຍໂດຊິສ (Amyloidosis) ເຊິ່ງເປັນພະຍາດການເຜົາໄໝ້ຊໍາເຮື້ອ ທີ່ເກີດຈາກການກໍ່ໂຕຂຶ້ນຂອງໂປຣຕີນ ອັນໄດ້ໄປທໍາລາຍອະໄວຍະວະຕ່າງໆຂອງຮ່າງກາຍເຊັ່ນ ຫົວໃຈ, ໝາກໄຂ່ຫຼັງ ແລະຕັບ, ອີງຕາມລາຍງານຂອງຖະແຫຼງການ.

ໃນວັນເສົາທີ່ຜ່ານມາ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານຄາວາຈາ ອາຊີຟ (Khawaja Asif), ເຊິ່ງເປັນແກນນໍາໃນການຕໍານິວິຈານທ່ານມູຊາຮາຟ ກ່າວວ່າ ທ່ານນາຍພົນບໍ່ຕ້ອງປະເຊີນ “ກັບອຸປະສັກໃດໆ” ສໍາລັບການກັບຄືນມາເຮືອນຂອງລາວ ໃນມຸມມອງກ່ຽວກັບການເຈັບປ່ວຍຂອງລາວ.

“ເຫດການຕ່າງໆໃນອະດີດ ບໍ່ຄວນອະນຸຍາດໃຫ້ເຂົ້າມາຂັດຂວາງຫົນທາງນີ້. ຂໍໃຫ້ພະອາລລາ ຊ່ວຍໃຫ້ລາວຟື້ນໂຕ, ເຊິ່ງລາວຈະໄດ້ໃຊ້ຊີວິດທີ່ຍັງເຫຼືອຢ່າງມີສັກສີ,” ທ່ານ ອາຊີຟ ໄດ້ຂຽນຂໍ້ຄວາມໃນທວິດເຕີ.

ຄອບຄົວຂອງທ່ານ ມູຊາຣາຟ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ວ່າ “ກໍາລັງຢູ່ໃນຊ່ວງທີ່ຍາກລໍາບາກ ເຊິ່ງບໍ່ສາມາດຟື້ນໂຕໄດ້ແລ້ວ, ອະໄວຍະວະຕ່າງໆເຮັດວຽກບໍ່ເປັນປົກກະຕິແລ້ວ, ມີແຕ່ສູດມົນພາວະນາຂໍໃຫ້ລາວຢູ່ດີໃນແຕ່ລະວັນຂອງລາວ.” ທາງຄອບຄົວຂອງລາວໄດ້ປະຕິເສດຕໍ່ສື່ມວນຊົນວ່າ ທ່ານມູຊາຣາຟໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ.

ທ່ານ ມູຊາຣາຟ ໄດ້ອາໄສຢູ່ໃນປະເທດສະຫະລັດອາຣັບເອເມີເຣັສ ຕັ້ງແຕ່ປີ 2016 ເປັນຕົ້ນມາ, ເມື່ອທ່ານໄດ້ຮັບການອະນຸຍາດໃຫ້ປະກັນໂຕເດີນທາງໄປຕ່າງປະເທດເພື່ອຮັບການຮັກສາທາງການແພດ. ທ່ານເຄີຍຖືກພະຍາຍາມສືບສວນກ່ຽວກັບຂໍ້ຫາກະບົດຢູ່ໃນສານຂອງປາກິສຖານໃນຊ່ວງເວລານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG