ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບ​ປາ​ກິ​ສຖາ​ນ​ ສັງຫານ​ພວກ​ຫົວ​ຕໍ່ສູ້ 27 ຄົນ ໃນ​ການ​ໂຈມ​ຕີຄັ້ງ​ໃໝ່ ​​(ວີດີໂອ)


ກອງທັບ​ປາ​ກິ​ສຖາ​ນ​ໄດ້​ທຳ​ການ​ໂຈມ​ຕີຄັ້ງ​ໃໝ່ ​ໃນ​ວັນ​ຈັນມື້​ນີ້ ຢູ່​ໃນ​ເຂດ Waziristan ​ເໜືອ ອັນ​ເປັນ​ເຂດ​ຊົນ​ເຜົ່າ​ທີ່​ວຸ້ນວາຍ​ບໍ່​ສະຫງົບ ຕິດ​ກັບ​ຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ.
ກອງທັບ​ປາ​ກິ​ສຖາ​ນ​ໄດ້​ທຳ​ການ​ໂຈມ​ຕີຄັ້ງ​ໃໝ່ ​ໃນ​ວັນ​ຈັນມື້​ນີ້ ຢູ່​ໃນ​ເຂດ Waziristan ​ເໜືອ ອັນ​ເປັນ​ເຂດ​ຊົນ​ເຜົ່າ​ທີ່​ວຸ້ນວາຍ​ບໍ່​ສະຫງົບ ຕິດ​ກັບ​ຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ.
ກອງທັບ​ປາ​ກິ​ສຖາ​ນ​ໄດ້​ທຳ​ການ​ໂຈມ​ຕີຄັ້ງ​ໃໝ່ ​ໃນ​ວັນ​ຈັນມື້​ນີ້
ຢູ່​ໃນ​ເຂດ Waziristan ​ເໜືອ ອັນ​ເປັນ​ເຂດ​ຊົນ​ເຜົ່າ​ທີ່​ວຸ້ນວາຍ​
ບໍ່​ສະຫງົບ ຕິດ​ກັບ​ຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ ​ໂດຍ​ໄດ້​
ສັງຫານ​ພວກ​ຫົວ​ຕໍ່ສູ້ 27 ຄົນ.

ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ຂອງ​ກອງທັບ​ເວົ້າວ່າ ​ເຮືອບິນ​ລົບ​ຫຼາຍ
​ລຳ ​ໄດ້​ທຳ​ການ​ໂຈມ​ຕີແບບ​ແມ່ນ​ຍຳ ​ແນ​ໃສ່​ສະ​ເພາະແຕ່​ເປົ້າ
​ໝາຍ​ນັ້ນ ຕໍ່​ບ່ອນ​ລີ້​ຊ່ອນ​ຂອງ​ພວກ​ກໍ່​ການ​ຮ້າຍ​ຫົວເຖິງ​ຖອງ 6 ​
ແຫ່ງ ​ແລະ​ວ່າ​ພວກ​ທີ່​ຖືກ​ຂ້າ​ຕາຍ ສ່ວນ​ໃຫຍ່​ແມ່ນພວກນັກ​ລົບ
​ຂອງກຸ່ມ​ຂະ​ບວນການ​ອິສລາມ​ແຫ່ງ Uzbekistan ທີ່​ຫລົບລີ້
ໜີ​ກົດ​ໝາຍ ​ແລະ​ປັກ​ຫລັກ​ລີ້​ຊ່ອນ​ໂຕ ຢູ່​ໃນ​ເຂດ​ທີ່​ວຸ້ນວາຍ​ດັ່ງກ່າວ. ​

ໄດ້​ມີ​ການ​ຮັດ​ເຄ່ງ​ການ​ຮັກສາ ຄວາມ​ປອດ​ໄພ​ຢູ່​ຕາມ​ເຂດ​ຊາຍ​ແດນ ປາ​ກິ​ສຖານ
-ອັຟກາ​ນິສຖານ ເພື່ອຈັບ​ໂຕ​ພວກ​ທີ່​ຫລົບໜີ​ຈາ​ກການ​ໂຈມ​ຕີ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ໄດ້​
ຕິດຕາມ​ມາ ຫລັງ​ຈາກທາງ​ກອງທັບ​ໄດ້​ປະກາດ​ການ​ເປີດ​ສາກ​ ປະຕິບັດ​ການທາງ
​ທະຫານ​ຄັ້ງ​ໃຫຍ່ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ກວດ​ລ້າງພວກ​ກະບົດ​ທີ່​ເປັນ​ເຄື່ອຂ່າຍ​
ຂອງ​ກຸ່ມ al-Qaida ອອກ​ຈາກ​ເຂດ​ຊົນ​ເຜົ່າ ​ເລາະ​ຕາມ​ຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ.
PAKISTAN RAIDS VO
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG