ເຈົ້າໜ້າທີ່ປາກິສຖານກ່າວໃນວັນອາທິດວານນີ້ວ່າ ທະເລສາບນ້ຳຈືດທີ່ໃຫຍ່ທີ່ສຸດຂອງຕົນ ທີ່ຢູ່ໃນແຂວງຊິນດ໌ທາງພາກໃຕ້ຂອງປະເທດໄດ້ຍື່ງຂຶ້ນເຖິງລະດັບ “ອັນຕະລາຍ” ແລ້ວ ຍ້ອນຝົນໃນລະດູລົມມໍລະສຸມຕົກລົງມາ ແບບບໍ່ຢຸດບໍ່ຢັ້ງ, ໂດຍເຕືອນວ່າຈະມີໄພນໍ້າຖ້ວມຕື່ມອີກ ໃນເມືອງທີ່ຢູ່ອ້ອມແອ້ມນັ້ນ ແລະ ຮຽກ ຮ້ອງໃຫ້ຊາວບ້ານຍົກຍ້າຍອອກໄປ ທ່າມກາງການພະຍາກອນອາກາດວ່າຈະມີຝົນໜັກຄັ້ງໃໝ່ອີກ.
ສະພາບການເປັນໄປດັ່ງກ່າວໄດ້ກະຕຸ້ນໃຫ້ອໍານາດການປົກຄອງຂອງແຂວງໄດ້ ເປີດເຂື່ອນກັ້ນ ຢູ່ໃນທະເລສາບແມນຊາ (Manchar) ເພື່ອໃຫ້ນ້ໍາທີ່ຍື່ງຂຶ້ນນັ້ນ ໄຫຼລົງໄປສູ່ແມ່ນ້ໍາອິນດັສ (Indus) ທີ່ຢູ່ໃກ້ຄຽງກັນນັ້ນ ໄດ້ໃນທີ່ສຸດ ແທນທີ່ຈະປ່ອຍໃຫ້ມັນຖ້ວມເຂດທີ່ມີປະຊາກອນຢູ່ອັນຫນາແຫນ້ນ.
ລັດຖະມົນຕີກະຊວງຖະແຫຼງຂ່າວຂອງແຂວງ, ທ່ານຊາຈີລ ມີມອນ (Sharjeel Memon) ກ່າວວ່າ ຢ່າງໃດກໍ່ຕາມ ນໍ້າທີ່ປ່ອຍຜ່ານທະເລສາບແຫ່ງນັ້ນ ຍັງຈະສົ່ງຜົນກະທົບຕໍ່ປະຊາຊົນປະມານ 125,000 ຄົນຢູ່.
ທ່ານມີມອນກ່າວຕໍ່ບັນດານັກຂ່າວວ່າ "ມັນເປັນການຕັດສິນໃຈທີ່ຍາກ [ແຕ່ກໍ] ຕ້ອງໄດ້ເຮັດ." ທ່ານກ່າວຕໍ່ໄປວ່າ ລັດຖະບານຂອງທ່ານໄດ້ໃຊ້ມາດຕະການ ເພື່ອຍົກຍ້າຍຊາວບ້ານອອກໄປຫາບ່ອນປອດໄພແລ້ວ.
ທະເລສາບແຫ່ງນັ້ນ ໂດຍເປັນນຶ່ງໃນທະເລສາບທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍ ໄດ້ແຜ່ຂະຫຍາຍໄປທົ່ວເມືອງແຈມສ໌ໂຮໂຣແລະດາດູ ທາງທິດຕາເວັນຕົກຂອງ ແມ່ນ້ໍາອິນດັສ. ບັນດາເມືອງດັ່ງກ່າວ ແມ່ນນອນຢູ່ໃນ 80 ເມືອງຂອງປາກິສ ຖານ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດຍ້ອນການປ່ຽນແປງຂອງດິນຟ້າອາກາດທີ່ເກີດຈາກຝົນທີ່ຕົກແບບຜິດປົກກະຕິ. ນີ້ແມ່ນໄພນ້ຳຖ້ວມຮ້າຍແຮງທີ່ສຸດໃນຮອບຫລາຍທົດສະວັດຂອງປະເທດໃນເຂດເອເຊຍໃຕ້ແຫ່ງນັ້ນ.
ໄພພິບັດດັ່ງກ່າວໄດ້ເອົາຊີວິດໄປເກືອບ 1,300 ຄົນແລ້ວ ໃນນັ້ນມີເດັກນ້ອຍ 453 ຄົນ. ຫຼາຍກວ່າ 12,500 ຄົນ ໄດ້ຮັບບາດເຈັບຈາກໄພພິບັດ ທີ່ສົ່ງຜົນ ກະທົບຕໍ່ປະຊາຊົນປະມານ 33 ລ້ານຄົນ ນັບຕັ້ງແຕ່ກາງເດືອນມິຖຸນາ ເມື່ອ ຝົນເລີ້ມຕົກໃນລະດູລົມມໍລະສຸມ. ເຈົ້າໜ້າທີ່ຄຸ້ມຄອງໄພພິບັດແຫ່ງຊາດ ຫລື NDMA ແຈ້ງໃຫ້ຮູ້ວ່າ ມີຫຼາຍກວ່າ 600,000 ຄົນ ພວມໄປຫລົບໄພ ຢູ່ສູນຊ່ວຍເຫຼືອບັນເທົາທຸກໃນແຫ່ງຕ່າງໆ.