ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປາກິສຖານ ສົ່ງທະຫານອັຟການິສຖານ ທີ່ຂ້າມຊາຍແດນໄປ ໃນຕອນທີ່ປະເຊີນ ກັບການໂຈມຕີ ຂອງກຸ່ມຕາລີບານນັ້ນ ກັບຄືນປະເທດ


ລົດຄັນນຶ່ງແລ່ນເຂົ້າໄປໃນສະຖານທູດຂອງອັຟການິສຖານ ຢູ່ໃນນະຄອນຫລວງ Islamabad ຂອງປາກິສຖານ, ວັນທີ 19 ກໍລະກົດ, 2021
ລົດຄັນນຶ່ງແລ່ນເຂົ້າໄປໃນສະຖານທູດຂອງອັຟການິສຖານ ຢູ່ໃນນະຄອນຫລວງ Islamabad ຂອງປາກິສຖານ, ວັນທີ 19 ກໍລະກົດ, 2021

ປາກິສຖານກ່າວໃນວັນຈັນວານນີ້ວ່າ ຕົນໄດ້ສົ່ງທະຫານອັຟການິສຖານ ແລະເຈົ້າໜ້າທີ່ຕຳຫຼວດຫລາຍສິບຄົນ ກັບໄປໃຫ້ເຈົ້າໜ້າທີ່ໃນອັຟການິສຖານ “ຢ່າງມີສັນທະວະໄມຕີ” ນຶ່ງມື້ພາຍຫລັງທີ່ພວກເຂົາເຈົ້າໄດ້ຂ້າມຊາຍແດນໄປ ທີ່ເບິ່ງ ຄືວ່າເຂົາເຈົ້າໄດ້ຫລົບໜີການບຸກຄືບໜ້າຂອງພວກກະບົດຕາລີບານ.

ກຸ່ມຕາລີບານໄດ້ເລີ້ມການບຸກໂຈມຕີ ໃນຫລາຍອາທິດທີ່ຜ່ານມານີ້ ໂດຍໄດ້ບັງຄັບໃຫ້ກຳລັງທະຫານທີ່ສະໜັບສະໜຸນລັດຖະບານອັຟການິສຖານຫຼາຍຮ້ອຍຄົນເຂົ້າໄປຫລົບໄພຢູ່ໃນປະເທດຕາຈິກກິສຖານ, ອີຣ່ານ, ຈີນ ແລະປາ ກິສຖານ, ເຊິ່ງເຮັດໃຫ້ພວກກະບົດຍຶດເອົາດ່ານຂ້າມຊາຍແດນຍຸດທະສາດຕິດກັບປະເທດເພື່ອບ້ານເຫຼົ່ານີ້ ຂອງອັຟການິສຖານ ທີ່ເປັນປະເທດບໍ່ມີທາງອອກ ສູ່ທະເລນັ້ນໄດ້.

ກອງທັບປາກິສຖານກ່າວວ່າ ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ 46 ຄົນ ຊຶ່ງລວມມີເຈົ້າໜ້າທີ່ຕໍາຫລວດ 5 ຄົນໄດ້ຮັບ "ບ່ອນຫລົບໄພ ແລະເດີນທາງ" ເຂົ້າໄປໃນປາກິສຖານຢ່າງປອດໄພ "ຕາມຄໍາຮ້ອງຂໍຂອງພວກເຂົາ ເຈົ້າ" ໃນຄືນວັນອາທິດຜ່ານມາ ຫລັງຈາກພວກຜູ້ຊາຍເຫລົ່ານັ້ນບໍ່ສາມາດຮັກ ສາຄ້າຍຂອງຕົນ ທີ່ຢູ່ອີກຟາກນຶ່ງຂອງຊາຍແດນນັ້ນໄດ້.

ຖະແຫຼງການສະບັບນຶ່ງກ່າວວ່າ "ປັດຈຸບັນພວກທະຫານໄດ້ຖືກສົ່ງກັບຄືນໄປໃຫ້ອຳນາດການປົກຄອງອັຟການິສະຖານຢ່າງມີສັນທະວະໄມຕີຕາມຄຳຮ້ອງຂໍຂອງ ເຂົາເຈົ້າພ້ອມກັບອາວຸດ ແລະອຸປະກອນຂອງເຂົາເຈົ້າອີກດ້ວຍ."
ຖະແຫລງການນັ້ນກ່າວຕື່ມອີກວ່າ ການສົ່ງເຂົາເຈົ້າກັບຄືນປະເທດໄດ້ມີຂຶ້ນໃນເວລາກາຍທ່ຽງຄືນໄປໜ້ອຍນຶ່ງຂອງວັນຈັນວານນີ້ ຢູ່ທີ່ດ່ານຊາຍແດນນາວາ ພາສ (Nawa Pass) ໃນເຂດຊົນເຜົ່າບາຈົວ (Bajaur) ຂອງປາກິສຖານ.

ໃນຖະແຫຼງການກ່ອນໜ້ານີ້, ກອງທັບໄດ້ສັງເກດເຫັນວ່າ ທະຫານຂອງອັຟການິສຖານ "ໄດ້ຮັບການສະໜອງສະບຽງອາຫານ, ທີ່ພັກອາໄສ ແລະການປິ່ນປົວທີ່ຈຳເປັນຕາມມາດຕະຖານທາງທະຫານທີ່ໄດ້ຕັ້ງໄວ້."

ລາຍງານກ່າວວ່າ ພວກທະຫານໄດ້ຖືກສົ່ງ ໄປປະຈຳການຢູ່ໃນແຂວງກູນາ (Kunar) ໃນຊາຍແດນພາກຕາເວັນອອກຂອງອັຟການິສຖານ, ບ່ອນທີ່ມີການປະທະກັນຢ່າງໜັກລະຫວ່າງກຳລັງຂອງຕາລີບານ ແລະກອງກຳລັງຂອງລັດຖະ ບານອັຟການິສຖານ.

ເຖິງຢ່າງໃດກໍ່ຕາມ, ໂຄສົກຂອງກອງທັບອັຟການິສຖານ, ນາຍພົນ ອາຈມາລ ໂອມາ ຊິນວາຣີ (Ajmal Omar Shinwari), ໃນຕອນເຊົ້າຂອງວັນຈັນວານນີ້ ໄດ້ປະຕິເສດຕໍ່ລາຍງານທີ່ວ່າ ທະຫານອັຟການິສຖານໄປຂໍຫລົບໄພຢູ່ໃນປາກິສຖານນັ້ນວ່າ "ບໍ່ມີມູນຄວາມຈິງ".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG