ປາກິສຖານ ແມ່ນໄດ້ເປີດຊາຍແດນທຸກດ້ານຂອງຕົນ ກັບອັຟການິສຖານ ປະເທດທີ່
ບໍ່ມີທາງອອກສູ່ທະເລ ເພື່ອພວກເດີນທາງແລະພວກລຳລຽງດ້ານການຄ້າ ໃນວັນຈັນ
ວານນີ້ ນຶ່ງເດືອນ ຫຼັງຈາກທີ່ໄດ້ປິດຊາຍແດນທາງພາກພື້ນດິນ ທີ່ພວກກຸ່ມກໍ່ການຮ້າຍ
ໃຊ້ດິນແດນຂອງອັຟການິສານ ເປັນບ່ອນໂຈມຕີທີ່ຮ້າຍແຮງຕໍ່ປາກິສຖານ.
ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ໄດ້ເອົາການຕັດສິນໃຈນີ້ວ່າ ແມ່ນການ “ສະແດງອອກຊຶ່ງຄວາມມີໃຈບຸນ” ແລະຫວັງວ່າ ລັດຖະບານອັຟການິສຖານ ຈະເອົາບາດກ້າວ ທີ່ບັງຄັບທີ່ຈະກ່າວເຖິງ “ສາເຫດຕ່າງໆ” ຂອງການປິດຊາຍແດນທີ່ວ່ານີ້ ອິງຕາມການປະກາດຂອງເຈົ້າໜ້າທີ່.
“ເຖິງແມ່ນຈະມີຫຼັກຖານຄວາມຈິງ ຂອງພວກທີ່ສົມຮູ້ຮ່ວມຄິດໃນກິດຈະກຳກໍ່ການຮ້າຍຕ່າງໆ ໃນປາກິສຖານ ທີ່ພົວພັນກັບກຸ່ມຕ່າງໆ ທີ່ຕໍ່ຕ້ານຊາວປາກິສຖານ ໃນອັຟການິສານ ການປິດຊາຍແດນລະຫວ່າງສອງປະເທດ ທີ່ມີສາສະໜາທີ່ຍາວນານມາໄດ້ພັນກວ່າປີນີ້ ຮີດຄອງປະເພນີ ແລະສາຍພົວພັນທາງປະວັດສາດ ແມ່ນຕໍ່ຕ້ານການເສດຖະກິດແລະຜົນປະໂຫຍດຂອງປະຊາຊົນ,” ຊຶ່ງທ່ານ Sharif ໄດ້ກ່າວໄວ້ເຊັ່ນນັ້ນ.
ໂຄສົກຂອງປະທານາທິບໍດີ ໃນນະຄອນ Kabul ໄດ້ສະໜັບສະໜຸນ ຍິນດີ ຕໍ່ການຕັດສິນໃຈຂອງປາກິສຖານ ແຕ່ກ່າວວ່າ ການປິດຊາຍແດນດັ່ງກ່າວນັ້ນ ບໍ່ແມ່ນວິທີທາງ ໃນການບໍລິຫານຈັດການກັບບັນຫາທາງການເມືອງ ລະຫວ່າງສອງປະເທດ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ