ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ປ່ອຍໂຕ ຜູ້ນໍາຂັ້ນສູງ ທາລິບານ ຈາກ ອັຟການິສຖານ


ທ່ານ Abdul Ghani Baradar ​ແມ່ນນັກ​ໂທດທາ​ລິ​ບານ​ ​ຂັ້ນ​ສູງສຸດ ຈາກ​ອັຟກາ​ນິສຖານ ຢູ່​ໃນປາ​ກິ​ສຖານ
ທ່ານ Abdul Ghani Baradar ​ແມ່ນນັກ​ໂທດທາ​ລິ​ບານ​ ​ຂັ້ນ​ສູງສຸດ ຈາກ​ອັຟກາ​ນິສຖານ ຢູ່​ໃນປາ​ກິ​ສຖານ
ປາ​ກິ​ສຖານ​ກ່າວ​ວ່າ ຕົນ​ໄດ້​ປ່ອຍ​ຜູ້​ນໍາຂັ້ນ​ສູງຂອງທາ​ລິ​ບານຈາກ
​ອັຟກາ​ນິສຖານຄົນ​ນຶ່ງ ໃນ​ຄວາ​ມພະຍາຍາມ ​ເພື່ອ​ຢາກ​ຊຸກຍູ້ຂັ້ນ
​ຕອນ​ການ​ສ້າງສັນຕິ​ພາບ ທີ່​ຕົກ​ຢູ່​ໃນສະພາບ ​ບໍ່​ໄປ​ບໍ່​ມາ​ ​ໃນອັຟ
ກາ​ນິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກ່າວ​ວ່າ ທ່ານ Abdul
Ghani Baradar ​ແມ່ນນັກ​ໂທດທາ​ລິ​ບານ​ຈາກ​ອັຟກາ​ນິສ
ຖານ​ຂັ້ນ​ສູງສຸດຢູ່​ໃນປາ​ກິ​ສຖານ ທີ່ໄດ້ຖືກ​ໃຫ້ເປັນ​ອິດ​ສະຫລະ
​ໃນ​ວັນ​ເສົາ​ມື້​ນີ້. ນອກ​ນັ້ນກໍບໍ່​ມີ​ລາຍ​ລະອຽດ​ເພີ້​ມ​ເຕີມ​ໃດໆ​ອີກ.

ທ່ານ Baradar ແມ່ນ​ເບິ່ງ​ກັນວ່າ​ ເປັນຮອງ​ຜູ້​ບັນຊາ​ການ ​ຂອງ
ກຸ່​ມທາ​ລິ​ບານ ກ່ອນ​ທີ່​ລາວຖືກ​ຈັບ​ໃນ​ປີ 2010 ​ໃກ້​ໆ​ນະຄອນ Karachi​ ​ໃນ​ພາກ​ໃຕ້​ຂອງ​ປາ ກິ​ສຖານ. ​ເວລາ​ນັ້ນ ​ເປັນ​ທີ່​ເຊື່ອວ່າ ລາວກໍາລັງ​ຊອກ​ຫາຊ່ອງ​ທາງ​ເພື່ອ​ເປີດ​ການ​ເຈລະຈາສັນຕິພາບ​ດ້ວຍ​ຕົນ​ເອງ ກັບ​ບັນດາ​ເຈົ້າ​ໜ້າ​ທີ່ອັ​ຟກາ​ນິສຖານ.

ນັບ​ແຕ່​ນັ້ນມາ ກຸງ​ວໍ​ຊິງ​ຕັນ ​ແລະຄາ​ບູລ ​ໄດ້​ຮຽກຮ້ອງ​ໃຫ້ປາ​ກິ​ສຖານ ປ່ອຍ​ໂຕ ທ່ານ Baradar ​ແລະບຸກ​ຄົນ​ອື່ນໆ ​ໂດຍ​ມີ​ຄວາມ​ຫວັງ​ວ່າ ອາດ​ຈະ​ເປັນ​ການ​ຊັກ​ຊວນ​ໃຫ້​ກຸ່ມ​ກໍ່​ກະບົດ​ດັ່ງກ່າວ ຍອມວາງ​ອາວຸດ​ ​ແລະ​ເຂົ້າ​ຮ່ວມ​ການ​ເຈລະຈາ.

ກ່ຽວຂ້ອງກັນ

XS
SM
MD
LG