ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ໄດ້​​ປ່ອຍ​ຕົວ ຜູ້​ຍິງ​ຊາວ ​ຄ​ຣິ​ສ​ຕຽນ ທີ່​ພົ້ນ ຂໍ້ກ່າວ​ຫາ ວ່າ ໝິ່ນ​ປະ​ໝາດ​ ສາດ​ສະ​ໜາ ອິ​ສ​ລາມ ນັ້ນ​ແລ້ວ


ນາງ ເອ​ເຊຍ ບີ​ບີ ຜູ້​ຍິງ​ຊາວ​ຄ​ຣິ​ສ​ຕຽນ ​ພົບ​ກັບ​ເຈົ້າ​ແຂວງປັນ​ຈາບ ເວ​ລາ​ຢູ່​ໃນ​ຄຸກໃນ​ແຂວງ​ດັ່ງ​ກ່າວໃນວັນທີ 20 ພະ​ຈິກ 2010
ນາງ ເອ​ເຊຍ ບີ​ບີ ຜູ້​ຍິງ​ຊາວ​ຄ​ຣິ​ສ​ຕຽນ ​ພົບ​ກັບ​ເຈົ້າ​ແຂວງປັນ​ຈາບ ເວ​ລາ​ຢູ່​ໃນ​ຄຸກໃນ​ແຂວງ​ດັ່ງ​ກ່າວໃນວັນທີ 20 ພະ​ຈິກ 2010

ປາ​ກິ​ສ​ຖານ​ໄດ້​ປ່ອຍ​ຕົວ​ຜູ້​ຍິງ​ຊາວ​ຄ​ຣິ​ສ​ຕຽນ, ນາງ ເອ​ເຊຍ ບີ​ບີ (Asia Bibi) ອອກ​
ຈາກ​ຄຸກ​ຢູ່​ໃນ​ເມືອງ ມູ​ລ​ຕານ ພາຍ​ຫລັງ​ທີ່​ນາງ ໄດ້ພົ້ນ​ຈາກ​ຂໍ້​ຫາ​ໝິ່ນ​ປະ​ໝາດ​ສາດ
​ສະ​ໜາ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ​ເວົ້າ​ວ່າ ນາງ​ໄດ້​ອອກ​ຈາກ​ສະ​ຖານ​ທີ່ຄຸມຂັງ​ໃນ​ວັນ​ພຸດ​ວານນີ້
ແລະ​ໄດ້​ບິນ​ໄປຍັງບ່ອນ​ທີ່ບໍ່​ເປີດ​ເຜີຍ​ໃຫ້​ໃຜ​ຮູ້ໄດ້. ພວກ​ເຈົ້າ​ໜ້າ​ທີ່ ເວົ້າ​ວ່າ ບ່ອນ​ຢູ່​
ຂອງ​ນາງນັ້ນ ຈະ​ຕ້ອງ​ໄດ້​ຮັກ​ສາ​ໄວ້​ເປັນຄວາມ​ລັບ ເພາະ​ມີ​ການ​ນາບ​ຂູ່ ວ່າ​ຈະ​ເອົາ
​ຊີ​ວິດ​ຂອງ​ນາງ​.

ທະ​ນາຍ​ຄວາມ​ຂອງ​ນາງ, ທ່ານ ຊາ​ອິບ-ອູ​ລ-ມາ​ລຸກ (Saif-ul-Malook) ທີ່​ໄດ້​ຫລົບ
​ໜີໄປ​ຢູ່​ໃນ​ປະ​ເທດ​ເນ​ເທີ​ແລນນັ້ນ ໄດ້​ຢືນ​ຢັນ​ວ່າ ນາງ​ໄດ້​ຖືກ​ປ່ອຍ​ຕົວ ແຕ່​ກໍ​ບໍ່​ຮູ້​ບ່ອ​ນ
​ທີ່​ນາງໄປ​ຢູ່.

ຢູ່​ໃນ​ການ​ຕັດ​ສິນ​ທີ່​ເປັນ​ຂີດ​ໝາຍ ​ໃນ​ອາ​ທິດ​ແລ້ວນີ້ ສານ​ສູງ​ສຸດ​ຂອງ​ປາ​ກິ​ສ​ຖານ ໄດ້​
ລົບ​ລ້າງ​ການ​ຕັດ​ສິນ​ຄະ​ດີ​ຂອງ​ນາງ​ໃນ​ປີ 2010 ໃນ​ຂໍ້​ກ່າວ​ຫາວ່າ ​ເວົ້າ​ໝິ່ນ​ປະ​ໝາດ
ພະ​ສາດ​ສະ​ດາ​ຈານ​ ໂມ​ຮຳ​ມັດ​ ຂອງສາ​ສະ​ໜາ​ອິດ​ສ​ລາມ.

ກາ​ນ​ພົ້ນໂທດ​ດັ່ງ​ກ່າວ​ຂອງ​ນາງ ໄດ້​ເຮັດ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ ເປັນ​ເວ​ລາ
3 ວັ​ນ ໂດຍ​ພວກ​ນັບ​ຖື​ສາດ​ສະ​ໜາອິ​ສ​ລາມ ທີ່​ຮຽກ​ຮ້ອງ​ໃຫ້ມີ​ການ​ຕັດ​ສິນ​ປະ​ຫານ​ຊີ​ວິດ
ນາງ ບີ​ບີ ຄືນ​ອີກ ແລະ​ຮຽກ​ຮ້ອງ​ໃຫ້ຕັດ​ສິນ​ປະ​ຫານ​ຊີ​ວິດ ບັນ​ດາ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ
ທີ່ເຮັດ​ໃຫ້​ນາງ​ບີ​ບີ ພົ້ນ​ໂທດນັ້ນ.

ສາ​ມີ​ຂອງ​ນາງບີ​ບີ, ທ້າວ ອາ​ສ​ຈ໌​ຊິກ ໄດ້​ບອກວີ​ໂອ​ເອ​ ໃນ​ອາ​ທິດ​ແລ້ວນີ້​ວ່າ ຄອບ​ຄົວ​ຂອງ​
ລາວ ໄດ້ຂໍ​ລີ້​ໄພ​ຢູ່​ໃນສເປນ ແລະ​ຝ​ຣັ່ງ ແລະ​ກຳ​ລັງ​ລໍ​ຖ້າຄໍາ​ຕອບຢູ່.

ຄອບ​ຄົວ​ຂອງ​ນາງ ບີ​ບີ​ເວົ້າ​ວ່າ ລາວ​ບໍ​ລິ​ສຸດ ບໍ່​ມີ​ຄວາມ​ຜິດ​ຄືໃນ​ການ​ກ່າວ​ຫານັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG