ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ປະຕິເສດ ຕໍ່ການກ່າວອ້າງ ຂອງ ອັຟການິສຖານ ກ່ຽວກັບ ລັດທິ ກໍ່ການຮ້າຍ


ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani, ກາງ, ລົມກັບປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ແລະ ເລຂາທິການ ໃຫຍ່ອົງການ NATO ທ່ານ Jens Stoltenberg ທີ່ກອງປະຊຸມສຸດຍອດ NATO ໃນນະຄອນຫຼວງ ວໍຊໍ, ປະເທດ ໂປແລນ, 9 ກໍລະກົດ, 2016.
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani, ກາງ, ລົມກັບປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ແລະ ເລຂາທິການ ໃຫຍ່ອົງການ NATO ທ່ານ Jens Stoltenberg ທີ່ກອງປະຊຸມສຸດຍອດ NATO ໃນນະຄອນຫຼວງ ວໍຊໍ, ປະເທດ ໂປແລນ, 9 ກໍລະກົດ, 2016.

ປາກິສຖານ ໄດ້ຕອບໂຕ້ຢ່າງຮຸນແຮງຕໍ່ການໃສ່ຮ້າຍປ້າຍສີຂອງປະທະນາທິ ບໍດີ ອັຟການິສຖານ ທ່ານ Asraf Ghani ກ່ຽວກັບ ຄວາມພະຍາຍາມໃນການປາບ ປາມລັດທິກໍ່ການຮ້າຍຂອງນະຄອນຫຼວງ Islamabad.

ຜູ້ນຳ ອັຟການິສຖານ ໄດ້ກ່າວໃນກອງປະຊຸມສຸດຍອດ NATO ທີ່ນະຄອນ ຫຼວງ Warsaw ໃນຕອນເຊົ້າຂອງວັນເສົາວານນີ້ວ່າ ນອກຈາກ ປາກິສຖານ ນະຄອນ ຫຼວງ ກາບູລ ໄດ້ຮັບການຮ່ວມມືຈາກບັນດາປະເທດຢູ່ໃນພາກພື້ນ ເພື່ອສົ່ງ ເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນ ອັຟການິຖານ.

ທ່ານ Ghani ໄດ້ຢືນຢັນວ່າ “ຂໍ້ຍົກເວັ້ນແມ່ນມີກັບ ປາກິສຖານ. ເຖິງແມ່ນວ່າ ຈະມີຂໍ້ຜູກມັດຢ່າງຈະແຈ້ງຕໍ່ຂະບວນການສັນຕິພາບສີ່ຝ່າຍກໍຕາມ, ຄວາມ ແຕກຕ່າງທີ່ເປັນອັນຕະລາຍ ລະຫວ່າງ ພວກກໍ່ການຮ້າຍທີ່ດີ ແລະ ບໍ່ດີແມ່ນ ມີໄວ້ຢູ່ໃນພາກປະຕິບັດ.”

ທ່ານໄດ້ອ້າງອີງໃສ່ກຸ່ມ 4 ປະເທດ ລວມມີ ອັຟການິສຖານ, ປາກິສຖານ, ຈີນ ແລະ ສະຫະລັດ ທີ່ກຳລັງເຮັດວຽກເພື່ອແກ້ໄຂບັນຫາສັນຕິພາບ ຂອງຄວາມ ຂັດແຍ້ງໃນ ອັຟການິສຖານ.

ການກ່າວປະນາມຂອງທ່ານ Ghani ໄດ້ເກີດມາຈາກຂໍ້ອ້າງຂອງກອງກຳລັງຮັກ ສາ ຄວາມປອດໄພ ປາກິສຖານ ວ່າ ໄດ້ດຳເນີນການປະຕິບັດການຕໍ່ຕ້ານພວກ ຫົວຮຸນແຮງທີ່ເຊື່ອມຕໍ່ກັບພວກຕໍ່ຕ້ານລັດຖະບານ ຕາລີບານ ທີ່ເປັນຊາວປາ ກິສຖານ ແຕ່ບໍ່ໄດ້ປະຕິບັດການ ຕໍ່ ກັບພວກຫົວໜ້າກຸ່ມຕາລີບານທີ່ເປັນຊາວ ອັຟການິສຖານ, ເຊິ່ງມີຖິ່ນຖານຕັ້ງຢູ່ໃນ ປາກິສຖານ.

ໂຄສົກກະຊວງການຕ່າງປະເທດ ປາກິສຖານ ທ່ານ Mohammad Nafees Zakaria ໄດ້ປະຕິເສດຕໍ່ຂໍ້ກ່າວຫາທີ່ໄດ້ຖືກອ້າງໂດຍທ່ານ Ghani ນັ້ນ.

ທ່ານ Zakaria ກ່າວວ່າ “ປາກິສຖານ ຜິດຫວັງກັບການກ່າວຄຳປາໄສຂອງ ປະທານ ປະເທດ Ashraf Ghani ໃນກອງປະຊຸມສຸດຍອດ NATO. ຄວາມຕ້ອງ ການໃນເວລານີ້ແມ່ນການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ອັຟການິສຖານ ກັບ ປາກິສຖານ ແທນທີ່ຈະແມ່ນການກ່າວຫາກັນ ໂດຍລັດຖະບານ ອັຟກາ ນິສຖານ ກ່ຽວກັບ ການຄາດເດົາທີ່ບໍ່ມີຄວາມແນ່ນອນຫຽັງ.”

XS
SM
MD
LG