ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຈັບກຸມຄືນໃໝ່ ຜູ້ທີ່ຖືກກ່າວຫາ ເປັນຫົວໜ້າ ວາງແຜນໂຈມຕີ ເມືອງ Mumbai


ນາຍ Zaki-ur-Rehman Lakhvi ກ່າວຕໍ່ປະຊາຊົນ ໃນລະຫວ່າງການໂຮມຊຸມນຸມ ທີ່ເມືອງ Muzaffarabad ໃນແຄວ້ນ Kashmir ທີ່ຢູ່ພາຍໃຕ້ການປົກຄອງ ຂອງປາກິສຖານ.
ນາຍ Zaki-ur-Rehman Lakhvi ກ່າວຕໍ່ປະຊາຊົນ ໃນລະຫວ່າງການໂຮມຊຸມນຸມ ທີ່ເມືອງ Muzaffarabad ໃນແຄວ້ນ Kashmir ທີ່ຢູ່ພາຍໃຕ້ການປົກຄອງ ຂອງປາກິສຖານ.

ຕຳຫຼວດ​ປາ​ກິ​ສຖານ ​ໄດ້​ຈັບ​ກຸມ​ຜູ້​ທີ່ຖືກ​ກ່າວ​ຫາ​ວ່າ ​ເປັນ​ຫົວ
ໜ້າ​ວາງ​ແຜນ​ທຳ​ການ​ໂຈມ​ຕີຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່ນະຄອນ
Mumbai ຂອງ​ອິນ​ເດຍ​ໃນປີ 2008 ​ບໍ່ເທົ່າໃດ​ຊົ່ວ​ໂມງ ຫຼັງ​
ຈາກ​ຜູ້ກ່ຽວ​ໄດ້​ຊະນະ​ການ​ຂໍອຸທອນ ​ຕໍ່​ການ​ຄຸມ​ຂັງ​ຜູ້ກ່ຽວ​ໄວ້
​ເປັນ​ການ​ຊົ່ວຄາວ​ນັ້ນ.

ຕຳຫຼວດ​ນະຄອນ​ອິສລາມາ​ບັດ ກ່າວ​ວ່າ ນາຍ Zaki-ur-
Rehman Lakhvi ​ນຶ່ງ​ໃນ​ບັນດາ​ຊາວ​ປາ​ກິ​ສຖານ 7 ຄົນ​
ທີ່​ຖື​ກດຳ​ເນີນ​ຄະດີໃນ​ຂໍ້​ຫາ​ທຳ​ການ​ໂຈມ​ຕີ​ທີ່​ອິນ​ເດຍ ທີ່​
ໄດ້​ສັງຫານ​ຜູ້​ຄົນ​ໄປ 166 ຄົນ​ນັ້ນ ​ໄດ້​ຖືກ​ຈັບ​ກຸມ​ຢ່າງ​ເປັນ
​ທາງ​ການ​ພາຍ​ໃຕ້​ຄວາມ​ຄຸ້ມຄອງ​ຂອງ​ຝ່າຍ​ຕຸລາການ ​ໃນ​
ຂໍ້​ຫາ​ລັກພາ​ໂຕ​ຊາວ​ປາ​ກິ​ສຖານ​ຄົນ​ນຶ່ງ​ນັ້ນ.

ນາຍ Lakhvi ​ໄດ້​ຖືກ​ນຳ​ໂຕ​ມາ​ຫາ​ຜູ້​ພິພາກສາ ໃນຕອນເຊົ້າຂອງວັນ ອັງຄານມື້ນີ້ ທີ່​ໄດ້​ອະນຸຍາດ​ໃຫ້​ທຳ​ການ​ຈັບ​ກຸມ​ຜູ້ກ່ຽວ​ແລະ​ສັ່ງ​ໃຫ້​ຕຳຫຼວດ​ດຳ​ເນີນ​ການ​ສືບສວນ​ສອບສວນ
​ຂອງ​ຕົນ​ໃຫ້​ແລ້ວ​ພາຍ​ໃນ​ສອງ​ມື້.

​ໃນ​ຕົ້ນ​ເດືອນ​ນີ້ ສານ​ປາ​ກິ​ສຖານ ​ໄດ້​ອະນຸຍາດ​ ໃຫ້​ປະກັນ​ໂຕ​ນາຍ Lakhvi ​ໃນ​ຄະດີ​ທີ່
​ພົວພັນ​ກັບ​ການ​ໂຈມ​ຕີ​ ໃນ​ນະຄອນຫຼວງ​ການ​ຄ້າ ຂອງ​ອິນ​ເດຍ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້
​ສັ່ງ​ໃຫ້​ທຳ​ການ​ຄຸມ​ຂັງ​ຜູ້ກ່ຽວ​ໄວ້ຕໍ່​ມາພາຍໃຕ້ຄຳສັ່ງກົດໝາຍຄວາມເປັນລະບຽບຂອງສັງ
ຄົມ.

ພວກ​ທະນາຍ​ຄວາມ​ຝ່າຍ​ຈຳ​ເລີຍ​ໄດ້​ໂຕ້​ແຍ້​ງຢ່າງ​ສຳ​ເລັດ​ຜົນ​ໃນ​ການ​ຄຸມ​ຂັງ ​ແລະ​ໃນ​ວັນ
ຈັນ​ມື້ວານ​ນີ້ ສານ​ສູງ​ທີ່​ນະຄອນ​ອິສລາມາ​ບັດອອກ​ຄຳ​ຕັດສິນ​ວ່າ ນາຍ Lakhvi ສາມາດ​
ຖືກ​ປ່ອຍ​ໂຕ​ເປັນ​ອິດ​ສະລະ​ໄດ້ໂດຍ​ເສຍ​ຄ່າ​ປະກັນ​ໂຕ​ປະມານ 10 ພັນ​ດອນ​ລາ​ສະຫະລັດ.

ຄຳ​ຕັດສິນ​ຂອງ​ສານ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ລັດຖະບານ​ອິນ​ເດຍ ມີ​ຄວາມ​ໂກດ​ແຄ້ນ ​ແລະ New Delhi ​ໄດ້​ຮຽກ​ທູດ​ຂອງ​ປາ​ກິ​ສຖານໄປ​ຍັງ​ກະຊວງ​ການ​ຕ່າງປະ​ເທດ​ເພື່ອ​ທຳ​ການ​ ປະ​ທ້ວງ.

pakistanmumbaiattack30december14
please wait

No media source currently available

0:00 0:01:14 0:00

XS
SM
MD
LG