ການໂຈມຕີດ້ວຍລະເບີດ ແລະ ປືນ ແມ່ນກຳລັງດຳເນີນໄປຢູ່ທີ່ໂບດແຫ່ງນຶ່ງ ໃນພາກ
ສ່ວນທີ່ມີການປ້ອງກັນຢ່າງເຂັ້ມງວດຂອງເມືອງ ເກັດຕ້າ ຕັ້ງຢູ່ພາກຕາເວັນຕົກສຽງ
ໃຕ້ຂອງ ປາກິສຖານ.
ລາຍງານໃນເບື້ອງຕົ້ນກ່າວວ່າ ມືປືນຫຼາຍຄົນໄດ້ບຸກເຂົ້າໄປໃນສະຖານທີ່ບູຊາ ຂອງ
ຊຸມຊົນທີ່ມີຄົນນັບຖືສາສະໜາຄຣິສຕຽນສ່ວນນ້ອຍໃນພາກກາງຂອງເມືອງ, ບ່ອນທີ່
ພິທີສູດມົນໄດ້ດຳເນີນຂຶ້ນໃນຕອນເຊົ້າຂອງວັນອາທິດມື້ນີ້.
ກອງກຳລັງຮັກສາຄວາມປອດໄພ ປາກິສຖານ ໄດ້ປິດລ້ອມສະຖານທີ່ດັ່ງກ່າວ ແລະ
ພະຍາຍາມທີ່ຈະເຂົ້າໄປໃນໂບດ, ແຕ່ພວກຄົນຮ້າຍທີ່ມີອາວຸດຢ່າງຫຼວງຫຼາຍໄດ້ຍິງ
ປືນກົນໃສ່ເຂົາເຈົ້າອອກມາຈາກທາງໃນ.