ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກືອບ 350 ຄົນແລ້ວ ເສຍຊີວິດ ຍ້ອນ ແຜ່ນດິນໄຫວ ຢູ່ ປາກິສຖານ (ສະໄລດ໌/ວີດີໂອ)


Search Continues for Missing in Pakistan Quake
please wait

No media source currently available

0:00 0:01:15 0:00
ລິງໂດຍກົງ
ໂຕເລກຜູ້ເສຍຊີວິດ ຍ້ອນແຜ່ນດິນໄຫວຂະໜາດແຮງ ຢູ່ໃນພາກ ຕາເວັນຕົກສຽງໃຕ້ຂອງປາກິສຖານໃນມື້ວັນອັງຄານຜ່ານມາ ຍັງ
ສືບຕໍ່ເພີ້ມຈຳນວນຂຶ້ນ.

ເຈົ້າໜ້າທີ່ກ່າວວ່າ ມີຜູ້ເສຍຊີວິດໄປແລ້ວ ທີ່ແຂວງ Baluchistan
ຂອງປາກິສຖານ 348 ຄົນຫຼັງຈາກເຮືອນທີ່ເຮັດດ້ວຍດິນຕົມຫຼາຍ
ພັນຫລັງ ໄດ້ພັງທະລາຍລົງ ໃນລະຫວ່າງທີ່ເກີດແຜ່ນດິນໄຫວໃນ
ເຂດເມືອງ Awaran ທີ່ຕັ້ງຢູ່ເທິງພູຜານັ້ນ.

ເຈົ້າໜ້າທີ່ທ້ອງຖິ່ນ ກ່າວໃນວັນພະຫັດມື້ນີ້ວ່າ ມີຫລາຍກວ່າ 500
ຄົນໄດ້ຮັບບາດເຈັບຈາກແຜ່ນດິນໄຫວ ທີ່ມີຄວາມແຮງ 7.7 ຣິກເຕີ້. ທະຫານປາກິສຖານໄດ້ ຖືກສົ່ງໄປຊ່ອຍ ໃນການປະຕິບັດງານບັນເທົາທຸກ.

ໃນການຖະແຫຼງ ຕໍ່ວີໂອເອ ໃນມື້ວັນພຸດວານນີ້ ພົນຕີ Saeed Aleem ຫົວໜ້າອົງການຄຸ້ມ ຄອງໄພພິບັດແຫ່ງຊາດກ່າວວ່າ ລັດຖະບານພວມຈັດຕັ້ງສູນບັນເທົາທຸກ ຢູ່ໃນຫລາຍໆເຂດ ເພື່ອໃຫ້ຄວາມຊ່ອຍເຫຼືອແກ່ພວກທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວໃນຄັ້ງນີ້.

XS
SM
MD
LG