ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຕຳຫຼວດປາກິສຖານ ໂຈມຕີ ພວກນັກຂ່າວ ທີ່ເອົາຂ່າວການປະທ້ວງ ຢູ່ອິສລາມາບັດ (ວີດີໂອ)


ພວກປະທ້ວງຊ່ອຍພາເພື່ອນຂອງເຂົາເຈົ້າ ທີ່ໄດ້ຮັບບາດເຈັບ ໄປຍັງລົດໂຮງໝໍ ໃນລະຫວ່າງການປະທ້ວງ ໃກ້ກັບບ້ານພັກ
ຂອງນາຍົກລັດຖະມົນຕີ ທີ່ນະຄອນຫຼວງ ອິສລາມາບັດ,
ວັນທີ 31 ສິງຫາ 2014.
ພວກປະທ້ວງຊ່ອຍພາເພື່ອນຂອງເຂົາເຈົ້າ ທີ່ໄດ້ຮັບບາດເຈັບ ໄປຍັງລົດໂຮງໝໍ ໃນລະຫວ່າງການປະທ້ວງ ໃກ້ກັບບ້ານພັກ ຂອງນາຍົກລັດຖະມົນຕີ ທີ່ນະຄອນຫຼວງ ອິສລາມາບັດ, ວັນທີ 31 ສິງຫາ 2014.

ຕຳຫຼວດ​ປາ​ກິ​ສຖານ ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ພວກ​ນັກ​ຂ່າວ​ໂທລະ
ພາບ​ແລະ​ນັກ​ຂ່າວ​ອື່ນໆ ​ທີ່​ໄປ​ເອົາ​ຂ່າວ​ການ​ປະ​ທະ​ກັນ​ລະຫວ່າງ
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານແລະ​ຕຳຫຼວດ​ ໃນ​ນະ​ຄອນ​ຫຼວງ​
ອິສລາມາ​ບັດ.

ທ້າວ Ayaz Gul ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ທີ່​ເມືອງຫຼວງຂອງ​ປາ​ກິ​ສຖານ
ກ່າວ​ວ່າ ​ນັກ​ຖ່າຍ​ພາບ​ຫຼາຍ​ຄົນ​ທີ່​ເຮັດ​ວຽກ​ກັບ​ພວກ​ອົງການ​ຂ່າວ​
ປາ​ກິ​ສຖານ ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ພວກ​ນັກ​
ຂ່າວ​ຫຼາຍ​ຄົນ​ໄດ້​ຖືກ​ຕຳຫຼວດ​ທຸບ​ຕີ ​ເຊັ່ນ​ກັນ.

ລັດຖະມົນຕີ​ທ່ານ​ນຶ່ງ​ທີ່​ໃກ້ຊິດ​ກັບ​ນາຍົກລັດຖະມົນຕີ Nawaz
Sharif ໄດ້​ປະນາມ​ການ​ໂຈມ​ຕີ​ພວກ​ນັກ​ຂ່າວ ​ແລະບັນດາ​ອົງການ​ຂ່າວ​ໃນ​ທົ່ວ​ປະ​ເທດ
​ກໍ​ໄດ້​ປະນາມ ​ເຊັ່ນ​ກັນ.

ພວກ​ປະ​ທ້ວງ ຢ່າງ​ໜ້ອຍ ​3 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 300 ຄົນໄດ້​ຮັບ​ບາດ​ເຈັບ
ນັບ​ແຕ່​ການ​ປະ​ທະ​ກັນ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ​ເວລາພວກ​ປະ​ທ້ວງທີ່ພາກັນປຸກ​ເຕ້ນ
​ພັກ​ແຮມ​ຢູ່​ຂ້າງ​ນອກ​ຕຶກສະພາແຫ່ງ​ຊາດ ມາ​ເປັນ​ເວລາ 2 ສັບປະດາ ພະຍາຍາມຈະ​ບຸກ
ເຂົ້າ​ໄປ​ໃນ​ບ້ານ​ພັກ​ຂອງ​ນາຍົກລັດຖະມົນຕີ ​ໂດຍ​ໃຊ້​ລົດ​ຍົກ​ ຂົນ​ສິ່ງ​ກີດ​ກັນຕ່າງໆ​ອອກ.
ຕຳຫຼວດ​ໄດ້​ຕອບ​ໂຕ້​ດ້ວຍ​ແກ​ສນ້ຳຕາ ​ແລະ​ຍິງລູກປືນ​ຢາງ​ໃສ່.

ພວກ​ປະ​ທ້ວງ ທີ່ຮຽກຮ້ອງ​ໃຫ້​ທ່ານ Sharif ລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​ນຳພາ​ໂດຍ​ທ່ານ Imran Khan ນັກກີລາ cricket ທີ່ຫັນມາ​ເປັນ​ນັກການ​ເມືອງ ​ແລະ​ທ່ານ Tahir-ul-
Qadri ນັກບວດ​ທີ່​ປຸກລະດົມ​ຜູ້​ຄົນ​ກໍ່ການ​ຈະ​ລາ​ຈົນ. ພວກ​ປະ​ທ້ວງ​ໄດ້​ກ່າວ​ຫາ​ວ່າ​ ມີ​ການ
​ສໍ້​ໂກງ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ວັນ​ທີ 13 ພຶດສະພາ​ຜ່ານ​ມາ ທີ່​ໄດ້​ນຳ​ເອົາ​ທ່ານ Sharif ຂຶ້ນ​ກຳ​ອຳນາດ​ດ້ວຍ​ສຽງຂ້າງ​ຫຼາຍຢູ່​ໃນ​ສະພາ​ນັ້ນ.

ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ ກ່າວ​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສ່ວນ​ໃຫຍ່ ດຳ​ເນີນ​ໄປ
ຢ່າງ​ເສລີ ​ແລະ​ຍຸຕິ​ທຳ.

ທ່ານ Sharif ກ່າວ​ວ່າ ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ. ທ່ານ​ໄດ້ພະຍາ​ຍາມ​ແກ້​ໄຂ​ບັນຫາ
ການ​ເມືອງທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ຜ່ານ​ການ​ເຈລະຈາ​ກັນ​ມາ​ ຫຼາຍ​ຮອບກັບ​ບັນດາ
​ຜູ້ນຳ​ຝ່າຍ​ຄ້ານ ແຕ່​ບໍ່​ປະສົບ​ຜົນສຳ​ເລັດ.

pakistanpolitics31august14
please wait

No media source currently available

0:00 0:00:40 0:00

XS
SM
MD
LG