ລັດຖະມົນຕີ ກົດໝາຍລັດຖະບານກາງ ຂອງປາກິສຖານ ໄດ້ລາອອກຈາກຕຳແໜ່ງ
ຫຼັງຈາກທີ່ມີການປະທ້ວງ ໄລຍະສາມສັບປະດາຜ່ານມາ ໂດຍກຸ່ມອິສລາມຕ່າງໆ ນັ້ນ.
ພວກປະທ້ວງ ໄດ້ພາກັນປິດຖະໜົນຫົນທາງ ທີ່ເຊື່ອມຕໍ່ນະຄອນຫຼວງ ອິສລາມາບັດ
ກັບເຂດອື່ນໆຂອງປະເທດ. ສະຖານະການໄດ້ຫັນປ່ຽນເປັນຄວາມຮຸນແຮງ ໃນວັນເສົາ
ຜ່ານມານີ້ ໃນຂະນະທີ່ເຈົ້າໜ້າທີ່ຕຳຫຼວດ ໄດ້ພະຍາຍາມທີ່ຈະທັບມ້າງການນັ່ງປະທ້ວງ
ໂດຍມີພວກພະນັກງານຮັກສາຄວາມປອດໄພ ຫຼາຍກວ່າ 100 ຄົນ ແລະ ພວກປະທ້ວງ
20 ກວ່າຄົນ ຕ່າງກໍໄດ້ຮັບບາດເຈັບ.
ພວກເດີນຂະບວນປະທ້ວງ ເປັນຕົວແທນຂອງກຸ່ມສາສະໜາຕ່າງໆ ທີ່ຕ້ອງການໃຫ້
ລັດຖະມົນຕີກົດໝາຍ ທ່ານຊາຮິດ ຮາມິດ ລາອອກຈາກຕຳແໜ່ງ ຫຼັງຈາກການດັດແກ້
ເລັກນ້ອຍ ຄຳສາບານຂອງການເລືອກຕັ້ງ ນັ້ນ ເຊິ່ງພວກປະທ້ວງໄດ້ຢືນຢັດວ່າ ບໍ່ໄດ້
ກຳນົດຕາມຄວາມເຊື່ອຖື ທາງສາສະໜາຂອງພວກເຂົາເຈົ້າ. ລັດຖະບານໄດ້ກ່າວວ່າ
ການດັດແກ້ນັ້ນ ເປັນການຜິດພາດຂອງພະນັກງານຕີເອກກະສານ ແລະ ໄດ້ແປງກັບ
ຄືນຄືເກົ່າແລ້ວ.
ທ່ານອີຈັດສ໌ ອາຊຣາຟີ ໂຄສົກຂອງກຸ່ມ ທາຣີອີກ-ອີ-ລາບາອິກ ໄດ້ບອກ ອົງການຂ່າວ
ຣອຍເຕີສ໌ ໃນວັນຈັນມື້ນີ້ ວ່າ “ຄວາມຮຽກຮ້ອງຫລັກ ຂອງພວກເຮົາ ແມ່ນໄດ້ຖືກຮັບ
ເອົາແລ້ວ.”
ພວກປະທ້ວງ ໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງຊາວນະຄອນຫຼວງ ເປັນອຳມະພາດ
ແລະ ຢ່າງນ້ອຍ ປະຊາຊົນສອງຄົນ ຮວມທັງເດັກນ້ອຍ ໄດ້ເສຍຊີວິດ ເມື່ອບໍ່ດົນມານີ້
ໃນເວລາ ລົດກູ້ໄພຂອງພວກເຂົາເຈົ້າ ບໍ່ສາມາດໄປເຖິງໂຮງໝໍທັນເວລາ ຍ້ອນການ
ເດີນຂະບວນປະທ້ວງດັ່ງກ່າວນັ້ນ. ພວກປະທ້ວງຍັງໄດ້ຂັດຂືນຄຳສັ່ງຂອງສານ ໃຫ້
ສະຫຼາຍຕົວ.
ເວລາການເດີນປະທ້ວງສະຫຼາຍຕົວແລ້ວ ການນັ່ງປະທ້ວງກໍເລີ່ມຂຶ້ນໃນທັນໃດ ແລ້ວ
ການປະທ້ວງນັ້ນ ກໍໄດ້ຂະຫຍາຍໄປຍັງຫົວເມືອງຕ່າງໆ ແລະເມື່ອຕົກມາເຖິງບ່າຍ
ວັນເສົາ ເມືອງລາຮໍ ແລະ ກາຣາຈີ ຊຶ່ງເປັນເມືອງໃຫຽ່ທີ່ສຸດ ຂອງປາກິສຖານ ກໍໄດ້ມີ
ການປະທະກັນ ລະຫວ່າງພວກຕຳຫຼວດ ກັບພວກສະໜັບສະໜູນພັກຕ່າງໆ ຂອງ
ສາສະໜາອິສລາມ.