ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຕາລີບານ ໂຈມຕີຄຸກປາກິສຖານ ແລະປ່ອຍນັກໂທດ 300 ກ່ວາຄົນ


ຄຸກແຫ່ງນຶ່ງທີ່ປາກີສຖານ ທີ່ຖືກໂຈມຕີ ແລະພວກນັກໂທດແຫກຄຸກ
ຄຸກແຫ່ງນຶ່ງທີ່ປາກີສຖານ ທີ່ຖືກໂຈມຕີ ແລະພວກນັກໂທດແຫກຄຸກ

ບັນດາ​ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ​ກ່າວ​ວ່າພວກ​ຫົວ​ຮຸນ​ແຮງ​
ປະມານ 150 ຄົນ ທີ່ປະກອບ​ອາວຸດ ປືນ ​ແລະລະ​ເບີດ ​rpg ໄດ້​ບຸກຖະຫລົ່ມຄຸກ​ແຫ່ງ​ນຶ່ງ
ແລະ​ປ່ອຍ​ຕົວ​ພວກ​ນັກ​ໂທດ ຫລາຍ​ກວ່າ 380 ຄົນ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຫລາຍໆ​ຄົນ​ທີ່​ອອກ​ຈາກ​ຄຸກ​ມາ​ໄດ້​ ໃນ​ລະວ່າງ​ການ​ໂຈມ​ຕີ​ໃນ
ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ພວກ​ຫົວ​ຮຸນແຮງ ​ແລະວ່າ 20 ຄົນ​ໃນ​ນັ້ນ ເປັນພວກ
ທີ່ “​ອັນຕະລາຍຫລາຍ”.

ໃນ​ນັ້ນ​ມີ​ຜູ້​ນຶ່ງ​ທີ່​ເປັນັນ​ກ​ໂທດລໍ​ປະຫານ​ຊີວິດ ​ໃນຂໍ້​ຫາ​ມີ​ສ່ວນ​ພົວພັນ​ໃນ​ການພະຍາຍາມ
ລອບສັງຫານ​ທ່ານ Pervez Musharraf ອະ​ດີດ​ປະທາ​ນາ​ທິບໍດີ ປາ​ກີ​ສຖານ.

ກຸ່ມ​ຕາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບຕໍ່​ການ​ບຸກ​ໂຈມ​ຕີຄຸກ​ດັ່ງກ່າວ ທີ່​ຕັ້ງ​ຢູ່​ເມືອງ
Bannu ​ແລະຄຸມ​ຂັງນັກ​ໂທດເກືອບຮອດ 1,000 ຄົນ.

ເມືອ​ງ Bannua ຕັ້ງ​ຢູ່​ບໍລິ​ເວນ​ທາງເຂົ້າ​ປະ​ເທດ Waziristan ​ເໜືອ ຊຶ່ງ​ຮູ້​ກັນ​ດີ​ວ່າ​ເປັນ
ເມືອງ​ສູນ​ກາງຂອງ​ພວກ​ຫົວຮຸນ​ແຮງຕາ​ລິ​ບານ ​ແລະ ອາລຄາ​ອີ​ດາ.

XS
SM
MD
LG