ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ປາກິສຖານ ສັ່ງໃຫ້ ນາຍົກ ລາອອກ ຈາກຕຳແໜ່ງ ໃນທັນທີ


ນາຍົກລັດຖະມົນຕີ Nawaz Sharif ຂອງປາກິສຖານ ທີ່ຖືກປົດຕໍາແໜ່ງ ໃນວັນພະຫັດວານນີ້.
ນາຍົກລັດຖະມົນຕີ Nawaz Sharif ຂອງປາກິສຖານ ທີ່ຖືກປົດຕໍາແໜ່ງ ໃນວັນພະຫັດວານນີ້.

ສານສູງສຸດຂອງປາກິສຖານ ໄດ້ເຮັດໃຫ້ນາຍົກ Nawaz Sharif ໝົດສິດໃນການ
ດໍາລົງ ຕໍາແໜ່ງບໍລິຫານປະເທດ ແລະອອກຄໍາສັ່ງໃຫ້ຜູ້ກ່ຽວລາອອກຈາກຕໍາແໜ່ງ
ໃນທັນທີທັນໃດ.

ໂຄສົກປະຈໍາສໍານັກງານນາຍົກປະກາດຄໍາສັ່ງດັ່ງກ່າວອອກມາ ໃນເວລາບໍ່ດົນພໍ
ເທົ່າໃດ ພາຍຫລັງທີ່ສານ​ໄດ້ ອອກຄໍາຕັດສິນຂອງຕົນວ່າ ທ່ານ Sharif ໄດ້ຮັບເອົາ
ຄໍາຕັດສິນນັ້ນ “ເຖິງແມ່ນວ່າທ່ານ Sharif ຈະສະຫງວນ ສິດຂອງຕົນ​ໄວ້ກໍຕາມ” ແລະ ທ່ານກໍໄດ້ສະຫລະຕໍາແໜ່ງດັ່ງກ່າວນັ້ນໄປແລ້ວ.

ຄໍາຕັດສິນຂອງສານໄດ້ຂຽນວ່າ "ການທີ່ທ່ານ Sharif ບໍ່ໄດ້ເປີດເຜີຍເງິນລາຍ​ຮັບທີ່
ບໍ່ໄດ້ຖອນມາ ຊຶ່ງເປັນຊັບສິນທີ່ຢູ່ຕ່າງປະເທດ" ຢູ່ໃນເອກະສານທີ່ແຕ່ງຕັ້ງທ່ານ ທີ່ໄດ້ຂຽນຂຶ້ນໃນການເລືອກຕັ້ງປີ 2013 ນັ້ນ ແລະ "ການທີ່ໄດ້ເຮັດການປະກາດທີ່
ບໍ່ຈິງ ຢູ່ພາຍໃຕ້ການຢືນຢັນຢູ່ໃນຄໍາປະຕິຍານຕົນນັ້ນ ທ່ານ Sharif ບໍ່ມີຄວາມຊື່ສັດ
ແລະເພາະສະນັ້ນ ທ່ານບໍ່ມີສິດເໝາະສົມ" ທີ່ຈະເປັນສະມາຊິກຂອງສະພາ.

ຄໍາຕັດສິນດັ່ງກ່າວ ໄດ້ເວົ້າອີກວ່າ "ປະທານາທິບໍດີຂອງສາທາລະນະລັດອິສລາມປາ
ກິສຖານ ຕ້ອງໄດ້ເອົາທຸກບາດກ້າວທີ່ຈໍາເປັນຢູ່ພາຍໃຕ້ລັດຖະທໍາມະນູນ ເພື່ອຮັບປະ
ກັນວ່າ ຂະບວນການທາງປະຊາທິປະໄຕຍັງສືບຕໍ່ດໍາເນີນໄປ."

ພາຍໃຕ້ກົດໝາຍ ຄະນະ​ລັດຖະບານຂອງທ່ານ Sharif ກໍຈະ​ຕ້ອງ​ຖືກ​ຍຸບ ແລະສະພາ
ແຫ່ງງຊາດ ບັດນີ້ ຈະຮ້ອງຂໍ​ໃຫ້ປະທານາທິບໍດີຂອງປາກິສຖານ ເລືອກຕັ້ງເອົານາຍົກ
ຄົນໃໝ່.

ສານ​ໄດ້​ພົບ​ເຫັນ​ວ່່າທ່ານ Sharif ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ສະ​ສົມ​ຊັບ​ສິນ​ໄວ້​ໃນ​ຕ່າງປະ​ເທດ
ພ້ອມ​ທັງ​ປິດ​ບັງ​ຊັບສິນ​ເຫຼົ່ານີ້ ​ແລະ​ດຳລົງ​ຊີວິດ​ແບບ​ຟູມ​ເຟືອຍ​ເກີນ​ຖານະ.

ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກ​ໄປ​ຮ່ວມ​ຮັບ​ຟັງ​ຄຳ​ໃຫ້ການ​ຂອງ​ສານ​ໃນ​ວັນ
​ສຸກມື້ນີ້ ລັດ​ຖະມົນຕີກະຊວງ​ຖະ​ແຫຼງຂ່າວ ທ່ານ Marriyum Aurangzeb ກ່າວ​ວ່າ ພັກ
​ລັດຖະບານ​ຂອງ​ທ່ານ​ນາງ ບໍ່​ໄດ້​ມີ​ຄວາມ​ແປກ​ໃຈ ​ແຕ່​ກໍ​ເສຍ​ໃຈ ຕໍ່​ຄຳ​ຕັດສິນ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG