ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີກົນ​ລະ​ຍຸດ​ໃໝ່ ກ່ຽວ​ກັບ ການ​ບັງ​ຄັບ​ ໃຫ້​ສື່ມວນ​ຊົນ ​ປິດ​ປາກ​ໃນ ປາ​ກິ​ສ​ຖານ


ບັນ​ກາ​ນັກ​ຂ່າວ ປາ​ກິ​ສ​ຖານ ຈັດ​ການ​ຊຸມ​ນຸມ ໃນ​ໂອ​ກາດ​ວັນເສ​ລີ​ພາບ ​ໃນ​ການ​ຂ່າວ​ໂລກ, ນະ​ຄອນກ​າ​ຣາ​ຈີ, ປາ​ກິ​ສ​ຖານ. 3 ພຶດ​ສະ​ພາ, 2018.
ບັນ​ກາ​ນັກ​ຂ່າວ ປາ​ກິ​ສ​ຖານ ຈັດ​ການ​ຊຸມ​ນຸມ ໃນ​ໂອ​ກາດ​ວັນເສ​ລີ​ພາບ ​ໃນ​ການ​ຂ່າວ​ໂລກ, ນະ​ຄອນກ​າ​ຣາ​ຈີ, ປາ​ກິ​ສ​ຖານ. 3 ພຶດ​ສະ​ພາ, 2018.

ສະ​ຫະ​ພັນ​ນັກ​ຂ່າວຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ປາ​ກິ​ສ​ຖານ ໄດ້​ປະ​ທ້ວງ​ຕໍ່​ການ​ຂົ່ມ​ຂູ່ໂດຍ​
ກົງ ແລະ ທາງອ້ອມ ໃນວັນອັງຄານວານນີ້ ທີ່ເຂົາເຈົ້າເວົ້າວ່າໄດ້ປະເຊີນໃນເວລາທີ່ເຂົາ
ເຈົ້າພະຍາຍາມເຮັດວຽກຂອງຕົນ.

ພວກ​ປະ​ທ້ວງ​ໄດ້​ພາກ​ກັນ​ຮ້ອງ​ຊື່​ຂອງ​ຜູ້​ນຳ​ຜະ​ເດັດ​ການ​ໃນ​ອະ​ດີດ​ ໃນ​ລະ​ຫວ່າງ​ການ​
ປະທ້ວງຢູ່ນະຄອນຫຼວງ ອິສລາມາບັດວ່າ “ນັກຂ່າວແມ່ນຍັງມີຊີວິດຢູ່, ທ່ານ ອາຢຸບ
ເຈົ້າໄດ້ເຫັນແລ້ວ, ທ່ານ ຢາຢາ ເຈົ້າໄດ້ເຫັນແລ້ວ, ຕອນນີ້ເຈົ້າຈະໄດ້ເຫັນມັນ.”

ປາ​ກິ​ສ​ຖານ ໄດ້​ເປັນ​ປະ​ເທດ​ທີ່​ອັນ​ຕະ​ລາຍ​ສຳ​ລັບ​ນັກ​ຂ່າວ​ມາ​ດົນ​ນານ​ແລ້ວ ຜູ້​ທີ່​ໄດ້​
ລາຍງານບັນຫາຕ່າງໆຄືລັດທິຫົວຮຸນແຮງ, ການໃຊ້ຄວາມຮຸນແຮງ, ລັດທິສາສະໜາ,
ຫຼື ການແຊກແຊງຂອງກອງທັບເຂົ້າໃນການເມືອງ. ປະເທດທີ່ມີປະຫວັດ ກ່ຽວກັບ ການ
ກໍ່ລັດຖະປະຫານທາງທະຫານດັ່ງກ່າວ ເມື່ອບໍ່ດົນມານີ້ໄດ້ ມີໄລຍະການປົກຄອງໂດຍ
ພົນລະເຮືອນ ແບບບໍ່ເຄີຍມີມາກ່ອນ. ແຕ່ບັນດານັກຂ່າວເວົ້າວ່າ 10 ປີຂອງການມີ
ປະຊາທິປະໄຕ ແມ່ນບໍ່ໄດ້ເຮັດໃຫ້ສື່ມວນຊົນມີເສລີພາບທີ່ດີຂຶ້ນກວ່າເກົ່າ.

ນັກ​ຂ່າວ​ທີ່​ກະ​ສຽນ​ແລ້ວ ທ່ານ ນາ​ເຊີ ໄຊ​ດີ ແມ່ນ​ນຶ່ງ​ໃນ​ຜູ້​ທີ່​ຖືກ​ລົງ​ໂທດ ໃນ​ລະ​ຫວ່າງ​
ການປົກຄອງ ຂອງຜູ້ນຳຜະເດັດການ ນາຍພົນ ເຊຍ ອູລ ຮັກ ໃນຊຸມປີ 1980. ທ່ານໄດ້
ເອີ້ນສະຖານະການໃນປັດຈຸບັນວ່າ ຮ້າຍແຮງກວ່າ ແລະ ສັບສົນກວ່າ ສຳລັບນັກຂ່າວ,
ຈົນເຮັດໃຫ້ມີແນວໂນ້ມປົກປິດຕົນເອງຫຼາຍຂຶ້ນ.

ທ່ານ​ໄດ້​ກ່າວ​ວ່າ “ທຸກມື້ນີ້, ພວກ​ເຮົາມີ​ດ້ານ​ໜ້າ​ເປັນປະ​ຊາ​ທິ​ປະ​ໄຕ​, ລັດ​ຖະ​ທຳ​ມະ​ນູນ​
ແມ່ນບໍ່ໄດ້ຖືກແຕະຕ້ອງ, ແຕ່ໃນເບື້ອງຫຼັງແລ້ວ ພວກມານຮ້າຍທັງຫຼາຍແມ່ນໄດ້ໃຊ້ທຸກ
ວິທີທາງ ເພື່ອຄວບຄຸມການຂ່າວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

New Tactics of Intimidation are Forcing Self-Censorship
please wait

No media source currently available

0:00 0:02:39 0:00

XS
SM
MD
LG