ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານວ່າ ພວກສົມຮູ້ຮ່ວມຄິດ ຫາທາງທໍາລາຍ ລັດຖະບານ


ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani
ນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani

ນາ​ຍົກ​ລັດຖະມົນຕີ​ປາ​ກີ​ສຖານ​ກ່າວ​ວ່າ ພວກ​ສົມຮູ້​ຮ່ວມ​ຄິດກັນ​ພາກັນ​ພະຍາຍາມ​ບ່ອນ​ທຳ
ລາຍ​ລັດຖະບານທ່ານໃນ​ຂະນະ​ທີ່​ລັດຖະບານ​ຂອງ​ທ່ານປະ​ເຊີນ​ກັບ​ການ​ຕໍາໜິຕິຕຽນ​ເພີ່ມ
ຂຶ້ນກ່ຽວ​ກັບ​ເອກະສານ​ລັບ​ສະບັບ​ນຶ່ງ ​ທີ່​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກສະຫະລັດເພື່ອ​ປ້ອງ​
ກັນທີ່​ຢ້ານ​ກົວ​ວ່າ​ ພວກທະຫານ​ຈະ​ກໍ່​ການ​ລັດຖະປະຫານຂຶ້ນນັ້ນ.

ທ່ານ Yousuf Raza Gilani ນາ​ຍົກ​ລັດຖະມົນຕີ​ປາ​ກີ​ສຖານ​ໄດ້​ໃຫ້ຄວາມ​ເຫັນ​ດັ່ງກ່າວ​
ໃນວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່​ສານ​ສູງ​ສຸດ​ຂອງ​ປາ​ກິສຖານ ​ໄດ້​ພົບ​ປະກັນ​ເພື່ອຕິດ​ສິນ​ວ່າ​
ຈະ​ທໍາ​ການ​ສືບສວນ​ເຫດການ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ຫລື​ບໍ່.

ເອກະສານ​ສະບັບ​ນີ້​ກ່າວ​ກັນວ່າ ​ໄດ້​ສົ່ງ​ໄປ​ໃນ​ເດືອນ​ພຶດສະພາ ​ໂດຍສະມາຊິກ​ຄົນ​ນຶ່ງ​ຈາກ​
ຫ້ອງການ​ຂອງ​ປະທານາທິບໍດີ Asif Ali Zardari ຊຶ່ງ​ເອກະສານ​ດັ່ງກ່າວ​ໄດ້​ຮ້ອງ​ຂໍ​ການ
ຊ່ວຍ​ເຫລືອ​ດ້ານ​ທະຫານ ຈາກ​ສະຫະລັດ ​ເພື່ອ​ຂັດຂວາງ​ການ​ກໍ່​ລັດຖະປະຫານ​ທີ່​ຕ້ອງ​ສົງ
ໄສໂດຍ​ກຳລັງ​ທະຫານແລະໜ່ວຍ​ສືບ​ລັບ​ທີ່​ມີ​ອໍານາດ​ທີ່​ສຸດ​ຂອງ​ປະ​ເທດ ລຸນ​ຫລັງ​ການ​ປະ
ຕິບັດ​ງານ​ລັບຂອງ​ສະຫະລັດ​ໃນການບຸກສັງຫານ​ນາຍ Osama bin Laden ​ໃນ​ດິນແດນ
ຂອງ​ປາ​ກີ​ສຖານ​ນັ້ນ.

ໃນ​ເວລາ​ນີ້ທັງ​ນາຍົກລັດຖະມົນຕີ Gilani ​ແລະ​ປະທານາທິບໍດີ Zardari ຕ່າງ​ກໍ​ໄດ້ປະ​ເຊີນ
ກັບ​ຄວາມ​ກົດ​ດັນ​ທີ່​ເພີ່ມ​ທະວີ​ຂຶ້ນນັບ​ມື້​ ໃຫ້​ລາ​ອອກ ຍ້ອນ​ເອກ​ກະສາ​ນທີ່​ເປັນຂ່າວ​ນອງ​ນັນ
ນັ້ນ. ແຕ່ທ່ານ​ນາຍົກ Gilani ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າພວກ​ສົມຮູ້​ຮ່ວມ​ຄິດກໍາລັງ​ພາກັນ​
ວາງ​ແຜນໂຄ່ນລົ້ມ​ລັດຖະບານ​ ທີ່​ຖືກ​ເລືອກ​ຕັ້ງ​ຂຶ້ນມາ​ນັ້ນ ​ເຖິງ​ແມ່ນທ່ານ​ບໍ່​ໄດ້​ເອີ່ຍ​ເຖິງ​ຜູ້​ທີ່​
ທ່ານຄິດ​ວ່າ​ເປັນ​ຜູ້​ຮັບຜິດຊອບນັ້ນ​ແຕ່​ຢ່າງ​ໃດກໍ​ຕາມ.

XS
SM
MD
LG