ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ ປາກິສຖານ ບໍ່ຍອມລາອອກ (ເບິ່ງວີດີໂອ)


ຜູ້ສະໜັບສະໜຸນພັກປະຊາຊົນປາກິສຖານຄົນນຶ່ງຖືຮູບນາຍົກລັດຖະມົນຕີ Yusuf Raza Gilani ແລະຮ້ອງຄຳ ຂວັນຕໍ່ຕ້ານ ໃນລະຫວ່າງການປະທ້ວງຕໍ່ການຕັດສິນຂອງສານສູງສຸດ ທີ່ນະຄອນກາຣາຈີ (26 ເມສາ 2012)
ຜູ້ສະໜັບສະໜຸນພັກປະຊາຊົນປາກິສຖານຄົນນຶ່ງຖືຮູບນາຍົກລັດຖະມົນຕີ Yusuf Raza Gilani ແລະຮ້ອງຄຳ ຂວັນຕໍ່ຕ້ານ ໃນລະຫວ່າງການປະທ້ວງຕໍ່ການຕັດສິນຂອງສານສູງສຸດ ທີ່ນະຄອນກາຣາຈີ (26 ເມສາ 2012)

ໃນ​ວັນ​ສຸກ​ມື້ນີ້ ນາຍົກລັດຖະມົນຕີປາກິສຖານທ່ານ Yousuf Raza Gilani ​ໄດ້​ປະຕິ​ເສດ​
ບໍ່​ຍອມ​ລາ​ອອກ​ຈາກ​ຕຳ​ແໜ່​ງນຶ່ງ​ມື້ຫຼັງຈາກ​ສານ​ສູງ​ສຸດ​ຂອງ​ປະ​ເທດພົບ​ເຫັນ​ວ່າ​ທ່ານ​ມີ​ຄວາມ
ຜິດ​ໃນ​ຖານ​ໝິ່ນປະໝາດ​ຕໍ່​ສານ ທີ່​ບໍ່​ຍອມ​ຟື້ນຄະດີ​ການ ສໍ້​ລາດ​ບັງ​ຫຼວງຂອງ​ປະທານາທິບໍດີ
Asif Ali Zardari.

ທ່ານ Gilani ຖ​ະ​ແຫຼງ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ວັນ​ສຸກ​ມື້ນີ້ວ່າ ມີ​ແຕ່​ສະມາຊິກ​ສະພາ​ທໍ່​ນັ້ນ ທີ່​
ສາມາດ​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່​ງ​ໄດ້. ທ່ານ​ເວົ້າວ່າ ຄວາມ​ຜິດ​ອັນດຽວ​ທໍ່​ນັ້ນຂອງ​ທ່ານ​ ກໍ​
ຄືປົກ​ປ້ອງ​ຄຸ້ມ​ຄອງ​ລັດຖະທຳ​ມະນູນ.

ສານ​ພຽງ​ແຕ່ໄດ້​ຕັດສິນ​ລົງ​ໂທດ​ແບບ​ເປັນ​ສັນຍາ​ລັກ​ທໍ່​ນັ້ນຕໍ່ທ່ານ Gilani ​ຊຶ່ງໄດ້​ກັກ​ຂັງທ່ານ
ບໍ່​ຮອດ​ນຶ່ງ​ນາທີ ​ໂດຍ​ບໍ່​ໄດ້​ໃຫ້​ທ່ານ​ຖືກໂທດ​ຈຳ​ຄຸກ​ທີ່​ອາດ​ດົນ​ເຖິງ 6 ​ເດືອນ. ​ແຕ່​ຄຳ​ຕັດສິນ​
ຂອງ​ສານ ​ໄດ້​ພາ​ໃຫ້​ມີ​ການ​ປະ​ທ້ວງ​ຢ່າງ​ກວ້າງຂວາງ​ຢູ່​ໃນ​ທົ່ວ​ປະ​ເທດ ​ໃນ​ລະຫວ່າງ​ທີ່​ພວກ
ເດີນ​ຂະ​ບວນພາກັນ​ໂຫ່​ຮ້ອງ​ພ້ອມ​ທັງ​ຊູ​ຮູບຂອງທ່ານ​ຂຶ້ນ​ແລະ​ເວົ້າວ່າ ມັນ​ເປັນ​ເລື່ອງ​ທີ່​ໜ້າ​ລະ
ອາຍ​ທີ່​ທ່ານ​ຕ້ອງ​ຖືກ​ໂທດ.

ທະນາຍຄວາມ​ຂອງ​ທ່ານ Gilani ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ ​ໄດ້​ຮ້ອງ​ຂໍ​ ໃຫ້​ທ່ານ​ຍື່ນ​ອຸ
ທອນ ກ່ຽວກັບ​ຄຳ​ຕັດສິນ​ດັ່ງກ່າວ. ທ່ານ​ເວົ້າວ່າ ລູກ​ຄວາມ​ຂອງ​ທ່ານ ​ໄດ້​ຖືກ​ພົບ​ເຫັນ​ວ່າມີ
ຄວາ​ມຜິດ​ໃນ​ຂໍ້​ຫາ​ທີ່​ທ່ານ​ບໍ່​ເຄີຍ​ຖືກ​ຟ້ອງ.

XS
SM
MD
LG