ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະລັດຖະບານປາກິສຖານ ລາອອກ


ນາຍົກລັດຖະມຸນຕີ Yousuf Raza Gilani ແຫ່ງປາກິສຖານ.
ນາຍົກລັດຖະມຸນຕີ Yousuf Raza Gilani ແຫ່ງປາກິສຖານ.

















ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວ​ວ່າ ພວກ​ລັດຖະມຸນຕີ​ໃນ​ຄະນະ​ລັດຖະບານ​ຂອງ​ປະ​ເທດ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ເພື່ອ​ແຜ້ວ​ທາງ​ໃຫ້​ແກ່​ການ​ປະກອບ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ​ມາທີ່ ນ້ອຍ​ກວ່າ​ຊຸດ​ເກົ່າ.

ການ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ວັນ​ພຸດ​ມື້​ນີ້ ມີ​ຂຶ້ນຫລັງ​ຈາກ​ພວກ​ຝ່າຍ​ຄ້ານ​ຂໍ​ຮ້ອງ​ໃຫ້​ນາຍົກ
ລັດຖະມຸນຕີ Yousuf Raza Gilani ລົດ​ຈໍານວນ​ລັດຖະມຸນຕີ​ລົງ​ ໃນ​ຖານະ​ເປັນ​ພາກສ່ວນ
ນຶ່ງ​ຂອງ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ.

ພັກ​ປະຊາຊົນ​ປາ​ກິ​ສ​ຖານ ກ່າວ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ທ່ານ Gilani ຈະຍຸບ​ຄະນະ​ລັດຖະ
ບານ​ຊຸດປັດຈຸບັນ ທີ່ມີ​ລັດຖະມຸນຕີ​ຫລາຍ​ກວ່າ 50 ທ່ານນັ້ນ. ​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄະ
ນະ​ລັດ​ຖະບານ​ຊຸດໃໝ່​ ຈະ​ມີ​ສະມາຊິກ​ຫລື​ລັດຖະມຸນຕີ​ ຈໍານວນນ້ອຍ​ກວ່າ​ນັ້ນ​ຫລາຍ.

XS
SM
MD
LG