ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກລັດຖະມົນຕີ ປາກິສຖານ ຍື່ນຄໍາອຸທອນ ຕໍ່ສານສູງສຸດ


ທ່ານ Yousuf Raza Gilani ນາຍົກລັດຖະມົນຕີປາກິສຖານ.
ວັນທີ 8 ກຸມພາ 2012
ທ່ານ Yousuf Raza Gilani ນາຍົກລັດຖະມົນຕີປາກິສຖານ. ວັນທີ 8 ກຸມພາ 2012

ທ່ານ Yusuf Raza Gilani ນາຍົກລັດຖະມົນຕີປາກິສຖານ​ໄດ້​ຍື່ນຄໍາ​ອຸທອນ​ຕໍ່​ສານ​ສູງ​ສຸດ​ ທີ່​ຮຽກ​ໂຕທ່ານ​ໃຫ້​ໄປສານ ​ເພື່ອ​ປະເຊີນ​ໜ້າ​ກັບ​ຂໍ້ກ່າວ​ຫາ​ຖານ​ໝິ່ນປະໝາດ​ສານ​ນັ້ນ.

ຂໍ້​ຫາຖານ​ໝິ່ນປະ​ໝາດ​ສານຕໍ່​ທ່ານ Gilani ​ນັ້ນແມ່ນ​ສືບ​ເນື່ອງມາ​ຈາກ​ຄໍາ​ສັ່ງ​ຂອງສານ​ສູງ​ສຸດ​ກ່ອນ​ໜ້າ​ນີ້ ທີ່​ສັ່ງ​ໃຫ້​ນາຍົກລັດຖະມົນຕີໄຂຄືນພວກ​ຄະດີຟ້ອງ​ຮ້ອງ​ໃນ​ຂໍ້​ຫາສໍ້​ລາດ​ບັງ​ຫລວງຕໍ່​ປະຊາຊົນ​ຫຼາຍ​ພັນ​ຄົນ ຮວມທັງ​ປະທານາທິບໍດີ Asif Ali Zardari ນໍານັ້ນ.

ອາທິດ​ແລ້ວ​ນີ້ ສານ​ສູງ​ສຸດ​ໄດ້​ສັ່ງ​ໃຫ້​ທ່ານ Gilani ​ໄປ​ປະກົດ​ໂຕ​ຢູ່ຕໍ່ໜ້າ​ສານ​ໃນ​ວັນ​ທີ
13 ກຸມພາ​ນີ້ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຂໍ້​ກ່າວ​ຫາເຫລົ່າ​ນີ້. ທ່ານ Aitzar Ahsan ທະນາຍ
ຄວາມ​ຂອງ​ນາຍົກລັດຖະມົນຕີ​ ກ່າວ​ວ່າ ທ່ານ Gilani ​ໄດ້​ຍື່ນ​ຄໍາ​ອຸທອນ​ຕໍ່​ສານໃນ​ວັນ
ພຸດ​ມື້​ນີ້.

ຖ້າຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້​ນັ້ນ ນາຍົກລັດຖະມົນຕີ Gilani ກໍສາມາດ​ສູນ​ເສຍຕໍາ
ແໜ່​ງ​ຂອງ​ທ່ານ ​ແລະ​ເຂົ້າ​ຄຸກ​ໄດ້.

ຂໍ້​ກ່າວ​ຫາ​ສໍ້​ລາດ​ບັງ​ຫລວງ​ຕໍ່​ປະທານາທິບໍດີ Zardari ​ແລະ​ພວກ​ເຈົ້າໜ້າ​ທີ່​ປາ​ກິ​ສຖານ
ອື່ນໆ ​ໄດ້​ເລີ້ມ​ມາ​ຕັ້ງ​ແຕ່​ໃນ​ຊຸມ​ປີ 1990 ​ແລະ​ໄດ້ຮັບ​ການ​ໃຫ້ອ​ໄພໂທດ ພາຍ​ໃຕ້ດຳລັດ
ນຶ່ງທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນໃນ​ປີ 2007. ​ແຕ່​ສານ​ສູງ​ສຸດ​ຂອງ​ປາ​ກີ​ສຖານ​ໄດ້​ລົບ​ລ້າງ​
ການ​ໃຫ້​ອະໄພ​ໂທດ​ດັ່ງກ່າວ ທີ່​ເອີ້ນ​ກັນ​ທົ່ວ​ໄປ​ວ່າ ​ກົດໝາຍວ່າ​ດ້ວຍ​ຄວາມປອງດອງ​ຊາດ
ສະບັບ ປີ 2009 ນັ້ນ ​ແລະ​ໄດ້​ສັ່ງ​ໃຫ້​ລັດຖະບານ​ໄຂ​ຄະດີ​ເຫລົ່າ​ນີ້​ຄືນ.

ນາຍົກລັດຖະມົນຕີ Gilani ບໍ່​ຍອມ​ປະຕິບັດ​ຕາມ​ຄໍາ​ຕັດສິນ​ຂອງ​ສານ ໂດຍ​ກ່າວ​ວ່າ ລັດ
ຖະທໍາ​ມະນູນ​ຂອງ​ປະ​ເທດ ​ບໍ່​ອະນຸຍາດ​ໃຫ້​ທ່ານ​ເລີ້ມ​ດໍາ​ເນີນ​ການ​ທາງ​ກົດໝາຍ​ໃດໆ​ຕໍ່
ທ່ານ Zardari ຕາບ​ໃດ​ທີ່​ທ່ານ Zardari ຍັງ​ເປັນ​ປະທານາທິບໍດີ​ຂອງ​ປະ​ເທດ​ຢູ່.

XS
SM
MD
LG