ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ສານປາກິສຖານ ຕັດສິນໃຫ້ ນາຍົກລັດຖະມົນຕີ ມີຄວາມຜິດ (ເບິ່ງວີດີໂອ)


ນາຍົກລັດຖະມົນຕີ Yousuf Raza Gilani ແຫ່ງປາກິສຖານ ຍ່າງອອກຈາກຕຶກສານສູງສຸດທີ່ກຸງອີສລາມາບັດ. ວັນທີ 26 ເມສາ, 2012.

ການ​ປະ​ເຊີນ​ໜ້າ​ກັນ​ລະຫວ່າງ​ສານ​ສູງ​ສຸດ​ແລະ​ທ່ານ Yousuf Raza Gilani ນາຍົກລັດ
ຖະມົນຕີປາກິສຖານ​ຍຸດຕິ​ລົງ​ແລ້ວ ຊຶ່ງ​ສານ​ໄດ້​ຕັດສິນ​ວ່າ​ທ່ານ Gilani ໝິ່ນປະໝາດ​ສານ.

ສານ​ສູງ​ສຸດ​ອອກ​ຄໍາ​ຕັດສິນດັ່ງກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ທີ່​ກຸງ​ອີສລາມາ​ບັດ ໂດຍ​ຕັດສິນ
ວ່າ ນາຍົກລັດຖະມົນຕີ Gilani ​ໄດ້ທ້າ​ທາຍຢ່າງ​ເປັນ​ການ​ເປີດ​ເຜີຍ​ຕໍ່​ຄໍາ​ສັ່ງຂອງສານ
ທີ່​ຈະ​ເປີດ​ຄະດີ​ການ​ສໍ້​ລາດ​ບັງ​ຫຼວງ​ເກົ່າ​ຄືນ​ຕໍ່​ປະທານາທິບໍດີ Asif Ali Zardari ນັ້ນ.
ແຕ່​ສານ​ສູງ​ສຸດ ​ບໍ່ໄດ້​ຕັດສິນໂທດ​ໃຫ້​ທ່ານ Gilani ຈຳ​ຄຸກ ​ໂດຍ​ກ່າວ​ວ່າ ການ​ຕັດສິນ​
ລົງ​ໂທດ​ທ່ານຈະມີ​ຜົນ​ບັງຄັບ​ຈົນ​ກວ່າ​ພວກ​ພິພາກສາ​ອອກ​ຈາກ​ສານ​ເທົ່າ​ນັ້ນ.

ທ່ານ Gilani ອາດ​ສາມາດ​ຖືກຈໍາ​ຄຸກ​ເຖິງ 6 ​ເດືອນ​ໄດ້ ​ແລະການຕັດສິນ​ໂທດ​ຕໍ່​ທ່ານ
ນີ້ອາດ​ໝາຍ​ຄວາມ​ວ່າ ມີ​ພື້ນຖານ​ທີ່​ຈະ​ເຮັດ​ໃຫ້​ທ່ານບໍ່​ສາມາດ​ເຂົ້າ​ໄປ​ນັ່ງ​ໃນ​ສະພາ​ໄດ້.

ທ່ານ Aitzaz Ahsan ທະນາຍຄວາມຂອງ​ທ່ານ Gilani ກ່າວ​ຕໍ່​ພວກນັກ​ຂ່າວ​ໃນເວ
ລາ​ຕໍ່​ມາ​ວ່າ ລູກ​ຄວາມ​ຂອງ​ທ່ານ​ຈະ​ຂໍ​ອຸທອນ ​ຕໍ່​ຄຳ​ຕັດສິນຂອງ​ສານ​ສູງ​ສຸດ​ເວລາ​ທ່ານ
ໄດ້​ຮັບ​ລາຍ​ລະອຽດກ່ຽວ​ກັບ​ຄຳ​ສັ່ງຂອງ​ສານ​ແລ້ວ. ທ່ານ​ຢືນຢັດວ່າທ່ານ Gilani ​ໄດ້
ຖືກ​ຕັດສິນໂທດ​ໃນ​ຂໍ້​ຫາ​ທີ່​ທ່ານບໍ່​ໄດ້​ຖືກ​ຟ້ອງຊຶ່ງ​ຈະ​ເປັນ​ຂ່າວ​ນອງ​ນັນ​ສຳ​ຫຼັບຂະ​ແໜງ​
ຕຸລາການ.

ພວກ​ຜູ້ນຳ​ພັກ​ຝ່າຍ​ຄ້ານ ຮວມທັງ​ອະດີດ​ນາຍົກລັດຖະມົນຕີ Nawaz Sharif ​ໄດ້​ຮຽກ
ຮ້ອງ​ໃຫ້​ທ່ານ Gilani ລາ​ອອກ​ໂດຍ​ກ່າວ​ວ່າ ພວກເຂົາ​ເຈົ້າຈະ​ບໍ່​ຍອມຮັບ​ທ່ານ​ໃນ​ຖານະ
ທີ່​ເປັນ​ນາຍົກລັດຖະມົນຕີຂອງປະເທດ​ຕໍ່​ໄປ​ອີກ​ແລ້ວ​.

ສ່ວນ​ທະນາຍ Babar Sattar ​ເອີ້ນຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ວ່າ ​ເປັນ​ການລົງ​ໂທດ
ແບບ​ເບົາໆ​ທໍ່​ນັ້ນ.

ຄໍາ​ຕັດສິນ​ຄວາມ​ຜິດ​ ໃນ​ວັນ​ພະຫັດ​ມື້​ນີ້ ​ເປັນ​ການ​ເຄື່ອນ​ໄຫວ​ຄັ້ງ​ຫລ້າ​ສຸດ​ໃນ​ອັນ​ທີ່ເປັນ​
ການ​ຕໍ່ສູ້​ກັນ​ມາ​ລະຫວ່າງ​ສານ​ແລະ​ນາຍົກລັດຖະມົນຕີ​ກ່ຽວ​ກັບ​ສະພາບ​ຂອງ​ຄະດີ​ການ
ສໍ້​ລາດ​ບັງ​ຫຼວງ​ຕ່າງ​ໆ ນັບ​ຕັ້ງ​ແຕ່​ຊຸມ​ປີ 1990 ​ເປັນ​ຕົ້ນ​ມາ.

XS
SM
MD
LG