ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Shahabuddin ຍື່ນເອກະສານ ສະໝັກ ເປັນນາຍົກຄົນໃໝ່ ຂອງປາກິສຖານ


ທ່ານ Markhdoom Shahabuddin ລັດຖະມົນຕີອຸດສາຫະກໍາແຜ່ນແພຂອງປາກິສຖານ ທີ່ສະໝັກເປັນນາຍົກ ລັດຖະມົນຕີຂອງປະເທດ.
ວັນທີ 21 ມິຖຸນາ 2012.
ທ່ານ Markhdoom Shahabuddin ລັດຖະມົນຕີອຸດສາຫະກໍາແຜ່ນແພຂອງປາກິສຖານ ທີ່ສະໝັກເປັນນາຍົກ ລັດຖະມົນຕີຂອງປະເທດ. ວັນທີ 21 ມິຖຸນາ 2012.

ຜູ້​ສະ​ໝັກທີ່​ພັກ​ລັດຖະບານ​ປາ​ກິ​ສຖານ​ເລືອກ​ໃຫ້​ເປັນ​ນາຍົກ​ລັດຖະມົນຕີ​ຄົນ​ໃໝ່​ຂອງ​ປະ​ເທດນັ້ນ​ໄດ້​ຍື່ນ​ເອກະສານ​ແຕ່ງ​ຕັ້ງ​ທ່ານໃຫ້ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ແທນ​ທ່ານ Yousuf Raza Gilani ທີ່​ສານ​ສູງ​ສຸດ​ປົດ​ທ່ານ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ຕົ້ນ​ສັບປະດາ​ນີ້.

ທ່ານ Makhdoom Shahabuddin ລັດຖະມົນຕີ​ອຸດສາຫະກໍາແຜ່ນ​ແພ​ ​ໄດ້​ຍື່ນ​ເອກະສານ​ຂອງ​ທ່ານ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້ກ່ອນພວກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍານົດ​ຈະ​ລົງມະຕິ​ກັນ​ຮັບ​ເອົາ​ຢ່າງເປັນ​ທາງ​ການ​ນັ້ນ. ​ແຕ່​ຫຼັງ​ຈາກ​ທ່ານ ​ໄດ້​ຍື່ນ​ເອກະສານພຽງ​ບໍ່​ດົນ ສື່​ມວນ​ຊົນ​ປາ​ກິສ ຖານ​ແຈ້ງ​ໃຫ້​ຊາບ​ວ່າ ຜູ້​ພິພາກສາ​ຕໍ່ຕ້ານ​ຢາ​ເສບ​ຕິດ ​ໄດ້​ອອກ​ໝາຍຈັບ​ທ່ານ Shahabuddin ອະດີດ​ລັດຖະມົນຕີ​ສາທາລະນະ​ສຸກ​ ທີ່​ມີ​ສ່ວນພົວພັນ​ກັບ​ຂ່າວ​ນອງ​ນັນ ກ່ຽວຂ້ອງກັບ​ການລະ​ເມີດ​ໂຄ​ຕ້າ ​ໃນ​ການ​ນໍາ​ເຂົ້າ​ຢາ ephedrine ນັ້ນ.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເຫດການ​ດັ່ງກ່າວ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ການສະ​ເໜີ​ແຕ່ງ​ຕັ້ງ​ຂອງ​ທ່ານ​ຫຼື​ບໍ. ມີ​ທ່າ​ທາງ​ວ່າທ່ານ Shahabuddin ຈະ​ຖືກເລືອກ​ໃຫ້​ເປັນ​ນາຍົກລັດຖະມົນຕີ ​ເພາະວ່າ​ພັກ​ປະຊາຊົນ​ປາ​ກິ​ສຖານ​ຂອງ​ທ່ານແລະ​ພວກ​ຄູ່​ຮ່ວມ​ງານ​ໃນ​ຄະນະ​ລັດຖະບານ​ປະສົມ​ມີ​ສຽງຂ້າງ​ຫຼາຍ​ຢູ່​ໃນ​ສະພາ​ແຫ່ງ​ຊາດ​ນັ້ນ. ລັດຖະມົນຕີ​ອີກ​ທ່ານ​ນຶ່ງ​ໃນຄະນະ​ລັດຖະບານ​ກາງ ແລະ​ເປັນ​ສະມາຊິກ​ຂອງ​ພັກ​ລັດຖະບານ ຄືທ່ານ Raja Pervez Ashraf ຈະ​ເປັນ​ຜູ້​ສະ​ໝັກສຳຮອງ.

ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ສານ​ສູງ​ສຸດ​ຂອງ​ປາ​ກິ​ສຖານ​ປະກາດ​ວ່າ ທ່ານ Gilani ຂາດ​ຄຸນສົມບັດ ບໍ່​ມີ​ສິດ​ທີ່​ຈະ​ດໍາລົງ​ຕໍາ​ແໜ່​ງຕໍ່​ໄປ​ໄດ້ຍ້ອນ​ການ​ຕັດສິນ​ວ່າ ​ທ່ານ​ມີ​ຄວາມ​ຜິດ​ກ່ອນ​ໜ້ານີ້. ສານ​ຕັດສິນ​ວ່າ​ທ່ານ Gilani ມີ​ຄວາມ​ຜິດ​ຖານ​ໝິ່ນປະໝາດ​ໃນ​ວັນ​ທີ 26 ​ເມສາ​ຜ່ານ​ມາຫຼັງຈາກ​ທ່ານ​ບໍ່ຍອມ​ປະຕິບັດ​ຕາມຄໍາ​ສັ່ງ​ຂອງ​ສານ ໃຫ້​ທໍາ​ການ​ສອບ​ຖາມ​ທາງ​ການ​ຂອງ Switzerland ທໍາ​ການ​ສືບສວນ​ສອບ​ສວນ​ຄືນ​ໃໝ່​ ໃນ​ການ​ກ່າວ​ຫາກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງຕ່າງໆ​ຕໍ່​ປະທານາທິບໍດີ Zardari ນັ້ນ.

​ເບິ່ງ​ຄື​ວ່າ ນາຍົກລັດຖະມົນຕີຄົນ​ໃໝ່​ຈະ​ປະ​ເຊີນ​ຄວາມ​ກົດ​ດັນ​ໃນທໍານອງດຽວ​ກັນ​ເພື່ອໃຫ້ທໍາ​ການ​ສືບສວນປະທານາທິບໍດີ​ນັ້ນ.

XS
SM
MD
LG