ພັກການເມືອງທີ່ປົກຄອງປະເທດປາກິສຖານໃນປັດຈຸບັນ ໄດ້ເຕືອນປະຊາຊົນໃນວັນອັງຄານ
ວານນີ້ວ່າ ປະຊາທິປະໄຕທີ່ແຕກຫັກໄດ້ງ່າຍຂອງປະເທດຕົກຢູ່ໃນການສ່ຽງໄພ ໃນຂະນະ
ທີ່ປະເທດໃນເອເຊຍໃຕ້ ແຫ່ງນີ້ລະລຶກເຖິງວັນຂີດໝາຍຄົບຮອບ 4 ປີຂອງການລອບສັງ
ຫານອະດີດນາຍົກລັດຖະມົນຕີ Benazir Bhutto ນັ້ນ.
ພວກໄວ້ອາໄລຫລາຍໝື່ນຄົນຮວມທັງພວກຜູ້ນໍາປາກິສຖານ ໄດ້ພາກັນໄປເຕົ້າໂຮມກັນຢູ່
ໃນສຸສານທີ່ເຮັດດ້ວຍຫິນອ່ອນຢູ່ໃນເມືອງ Gahri Khuda Bakhsh ໃນແຂວງ Sindh
ຊຶ່ງເປັນບ່ອນຝັງສົບທ່ານນາງ Bhutto ນັ້ນ.
ທ່ານນາງ Bhutto ທີ່ໄດ້ຖືກເລືອກຕັ້ງເປັນນາຍົກລັດຖະມົນຕີສອງສະໄໝໄດ້ຖືກລອບສັງ
ຫານພ້ອມກັບອີກ 20 ຄົນໄດ້ຖືກຍິງຕາຍແລະໂຈມຕີດ້ວຍລະເບີດສະລະຊີບ ໃນວັນທີ 27
ທັນວາ ປີ 2007 ໃນເມືອງຖານທັບ Rawalpindi ຫລັງຈາກກ່າວຄໍາປາໄສຕໍ່ທີ່ໂຮມຊຸມ
ນຸມໃນການເລືອກຕັ້ງ. ບໍ່ມີບຸກຄົນໃດເລີຍທີ່ຖືກຕັດສິນວ່າມີຄວາມຜິດໃນການລອບສັງຫານ
ທ່ານນາງ.
ໃນການກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການຊຸມນຸມຊົນໃນວັນອັງຄານວານນີ້ ນາຍົກ
ລັດຖະມົນຕີ Yousuf Raza Gilani ກ່າວ ວ່າການສືບສວນສອບສວນກ່ຽວກັບການ
ລອບສັງຫານທ່ານນາງ Bhutto ໄດ້ເສັດສິ້ນລົງແລ້ວ ແລະຄະດີດັ່ງກ່າວໄດ້ຢູ່ພາຍໃຕ້
ການຕັດສິນ.ນອກນັ້ນທ່ານ Gilani ຍັງກ່າວເຊ່ນກັນວ່າ ກະຊວງພາຍໃນຂອງປະເທດ
ສາມາດແບ່ງປັນຂໍ້ມູນບາງຢ່າງກ່ຽວກັບການເສຍຊີວິດຂອງທ່ານນາງກັບປະຊາຊົນໄດ້
ໃນໄວໆນີ້. ຫລາຍຄົນທີ່ເຂົ້າຮ່ວມໃນການໂຮມຊຸມນຸມຮຽກຮ້ອງໃຫ້ລົງໂທດພວກກະ
ທຳຜິດ.
ສາມີຂອງທ່ານນາງ Bhutto ປະທານາທິບໍດີ Asif Ali Zardari ຊຶ່ງກໍາລັງປະເຊີນກັບ
ບັນຫາ ກ່າວໃຫ້ຄວາມໝັ້ນໃຈຕໍ່ພວກທີ່ມາຮ່ວມໃນການຊຸມນຸມວ່າ ທ່ານຈະບໍ່ລາອອກ
ຈາກຕໍາແໜ່ງ ແລະເວົ້າຕື່ມວ່າທ່ານຈະບໍ່ປະລະໃຫ້ຜູ້ໃດທໍາລາຍສະຫະພັນການເມືອງ
ຂອງທ່ານ. ໃນຖ້ອຍຖະແຫລງນຶ່ງຕ່າງຫາກ ທ່ານ Gilani ຮຽກຮ້ອງໃຫ້ກໍາລັງປະຊາ
ທິປະໄຕແລະຊາວປາກິສຖານຜູ້ຮັກຊາດທັບມ້າງແຜນຮ້າຍຕໍ່ລະບອບປະຊາທິປະໄຕ
ແລະສະຖາບັນປະຊາທິປະໄຕຕ່າງໆນັ້ນ.