ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ປາກິສຖານ ຂໍຮ້ອງການປົດໜີ້ ສຳລັບປະເທດ ທີ່ກຳລັງພັດທະນາ ເພື່ອຕໍ່ສູ້ກັບ ໄວຣັສ


ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ, ທີ່ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 16 ມີນາ, 2020.
ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ, ທີ່ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 16 ມີນາ, 2020.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ທຳການຂໍຮ້ອງຕໍ່ປະຊາຄົມນານາຊາດ ໃນວັນອາທິດວານນີ້ ເພື່ອສະໜອງການປົດໜີ້ສຸກເສີນຕໍ່ປະເທດທີ່ກຳລັງພັດທະນາ ເພື່ອຊ່ວຍຮັບ ມືກັບວິກິດການ COVID-19 ທີ່ເຂົາເຈົ້າກຳລັງເຊີນຢູ່ນັ້ນ.

ທ່ານ ຄານ ໄດ້ທຳການລິເລີ່ມຂໍຮ້ອງຕໍ່ໂລກ ກ່ຽວກັບ ການປົດໜີ້ ໃນວັນທີ່ ການລາຍງານຂອງທະ ນາຄານໂລກໄດ້ເຕືອນປະເທດຕ່າງໆໃນເອເຊຍໃຕ້ ລວມ ທັງ ປາປິສຖານ, ອິນເດຍ, ອັຟການິສຖານ ແລະ ບັງກລາແດັສ, ວ່າກຳລັງຢູ່ ໃນເສັ້ນທາງທີ່ຈະໄດ້ປະເຊີນກັບຜົນງານທາງເສດຖະກິດທີ່ຂີ້ຮ້າຍທີ່ສຸດຂອງເຂົາເຈົ້າ ໃນ 40 ປີ ຍ້ອນການລະບາດຂອງໄວຣັສໂຄໂຣນາ.

ໃນການກ່າວຄຳປາໄສອອກໂທລະພາບທົ່ວປະເທດນັ້ນ, ນາຍົກລັດຖະມົນຕີ ຄານ ໄດ້ກ່າວວ່າ ປະ ເທດທີ່ພັດທະນາແລ້ວແມ່ນໄດ້ເພັ່ງເລັງໃສ່ການຄວບຄຸມ ໂຣກລະບາດທີ່ຮ້າຍແຮງນີ້ດ້ວຍການກັກບໍລິເວນ ແລະ ຮັບມືກັບຜົນກະທົບ ທາງເສດຖະກິດຂອງເຂົາເຈົ້າໃນເວລາດຽວກັນ.

ແຕ່ທ່ານໄດ້ຮ້ອງທຸກ ກ່ຽວກັບ ເສດຖະກິດທີ່ກຳລັງດີ້ນຮົນຂອງ ປາກິສຖານ ທີ່ ຖືກກະທົບໂດຍການຫ້າມຕ່າງໆ ກ່ຽວກັບ ການເຄື່ອໄຫວ ທີ່ໄດ້ຢຸດກິດຈະການ ທາງເສດຖະກິດນັ້ນ, ທີ່ມີສາເຫດມາຈາກການຫວ່າງງານຢ່າງກວ້າງຂວາງ ແລະ ກະຕຸ້ນໃຫ້ເກີດສິ່ງທ້າທາຍໃໝ່.

ໃນຂະນະທີ່ການຢຸດໄວຣັສເພື່ອບໍ່ປະຊາຊົນເສຍຊີວິດເພີ່ມເຕີມນັ້ນ, “ຄວາມເປັນ ຫ່ວງທີ່ໃຫຍ່ທີ່ສຸດ” ສຳລັບປະເທດທີ່ກຳລັງພັດທະນາກໍແມ່ນວ່າ ປະຊາຊົນກຳ ລັງເສຍຊີວິດຍ້ອນຄວາມອຶດຫິວ ທີ່ມີຜົນມາຈາກການກັກບໍລິເວນ, ອີງຕາມການ ກ່າວຂອງທ່ານ ຄານ.”

ທ່ານເວົ້າວ່າ “ບັນຫາທີ່ເຂົາເຈົ້າກຳລັງປະເຊີນໃນເວລານີ້ ແມ່ນຊ່ອງຫວ່າງດ້ານ ການເງິນ. ພວກເຮົາບໍ່ມີເງິນທີ່ຈະໃຊ້ ໃນການບໍລິການດ້ານສຸຂະພາບທີ່ເກີນ ຄວາມສາມາດ ແລະ ເພື່ອຢຸດປະຊາ ຊົນບໍ່ໃຫ້ເສຍຊີວິດຍ້ອນການອຶດຫິວ.”

ທ່ານ ຄານ ໄດ້ຢືນຢັນວ່າ ປະເທດທີີ່ຮັ່ງມີຄວນຄິດ ກ່ຽວກັບ ໂຄງການຜ່ອນຜັນ ຫຼາຍພັນຕື້ໂດລາ ສຳລັບປະຊາຊົນຂອງເຂົາເຈົ້າ ເພື່ອຊົດເຊີຍຜົນກະທົບທາງ ເສດຖະກິດໂດຍກົງ, ແຕ່ເງິນຈຳນວນຫຼວງຫຼາຍນັ້ນ ແມ່ນບໍ່ມີ ໃນປະເທດຂອງ ທ່ານ ແລະ ປະເທດທີ່ກຳລັງພັດທະນາອື່ນໆ ເພື່ອຈັດການກັບສິ່ງທ້າທາຍທີ່ ເຫັນໄດ້ຊັດນີ້.

ທ່ານກ່າວວ່າ “ຍົກຕົວຢ່າງປະເທດ ປາກິສຖານ, ເຊິ່ງມີປະຊາກອນ 220 ລ້ານ ຄົນນັ້ນ, ໂຄງການກະຕຸ້ນເສດຖະກິດສູງສຸດທີ່ພວກເຮົາສາມາດຈ່າຍໄດ້ໃນປັດຈຸ ບັນນີ້ແມ່ນ 8 ຕື້ໂດລາ, ແລະ ນີ້ແມ່ນບັນຫາສຳລັບປະເທດທີ່ກຳລັງພັດທະນາ ສ່ວນຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG